ພຸດທະປັດຊະຍາ ໃນຖານະອະເທວະນິຍົມ ທີ່ຊາວພຸດສ່ວນໜ້ອຍປະຕິບັດ

ສາສະໜາໃນໂລກນີ້ແບ່ງອອກເປັນປະເພດໃຫຍ່ໆໄດ້ 2 ປະເພດຄື: ສາສະໜາປະເພດເທວະນິຍົມ (Theism) ນັບຖືເທບພະເຈົ້າ (Devi Being God) ຯລຯ ເປັນໃຫຍ່ເໜືອມະນຸດ ແລະ ເໜືອກຳ ຫຼື ການກະທຳຂອງມະນຸດເຊັ່ນ: ສາສະໜາຮິນດູ, ສາສະໜາຢິວ, ສາສະໜາຄຣິສ ແລະ ສາສະໜາອິດສະລາມ ເປັນຕົ້ນ. ສ່ວນສາສະໜາປະເພດອະເທວະນິຍົມ (Atheism) ບໍ່ນັບຖືສິ່ງເຫຼົ່ານັ້ນ, ມະນຸດເປັນໃຫຍ່ໃນຕົວເອງ, ຄວບຄຸມຊະຕາຊີວິດຂອງຕົນເອງເຊັ່ນ: ສາສະໜາພຸດ, ສາສະໜາຂົງຈື້ (Confucianism), ສາສະໜາເຊນ (Jainism) ເປັນຕົ້ນ ເຊິ່ງພະພຸດທະເຈົ້າກໍ່ໄດ້ສອນໄວ້ວ່າ “ອັດຕະ ຫິ ອັດຕະໂນ ນາໂຖ” ຕົນແລເປັນທີ່ເພິ່ງແຫ່ງຕົນ.

ສາສະໜາຮິນດູ (Hinduism) ເຊິ່ງເປັນສາສະໜາພື້ນບ້ານດັ້ງເດີມຂອງອິນເດຍ ແລະ ມີມາກ່ອນສາສະໜາພຸດນັ້ນ ເປັນສາສະໜາປະເພດເທວະນິຍົມ ນັບຖືເທບພະເຈົ້າຕ່າງໆ ບາງກຸ່ມນັບຖືພະພົມ (Brahma) ເຊື່ອວ່າພະພົມເປັນຜູ້ສ້າງໂລກ ແລະ ມະນຸດ, ເຊື່ອວ່າພະພົມເປັນຜູ້ກຳນົດຊະຕາຊີວິດຂອງມະນຸດໄວ້ລ່ວງໜ້າ ທີ່ຮຽກວ່າພົມລິຂິດ (Predestination) ຊີວິດຂອງຄົນທຸກຄົນຈະຕ້ອງເປັນໄປຕາມພົມລິຂິດຢ່າງເຄັ່ງຄັດ ມະນຸດບໍ່ມີສິດທິ ຫຼື ອຳນາດ ທີ່ຈະກຳນົດສະຕາຊີວິດຂອງຕົນເອງເລີຍ.

ພະພຸດທະເຈົ້າປະຕິເສດ “ພົມລິຂິດ” ດັ່ງທີ່ໄດ້ກ່າວໄວ້ວ່າ: “ສະມະນະພາມພວກໃດມີວາທະແບບນີ້, ມີຄວາມຄິດແບບນີ້ວ່າ ສຸກ ທຸກ ຫຼື ບໍ່ທຸກ ບໍ່ສຸກທີ່ບຸກຄົນໃດບຸກຄົນໜຶ່ງສະເຫວີຍຢູ່ນັ້ນ ລ້ວນມີກຳທີ່ເຮັດໄວ້ແຕ່ປາງກ່ອນເປັນເຫດ ພະອົງກໍ່ຈະເຂົ້າໄປຫາສະມະນະພາມເຫຼົ່ານັ້ນທັນທີແລ້ວຖາມວ່າ ທ່ານທັງຫຼາຍມີວາທະແບບນີ້ແທ້ບໍ່ ຖ້າສະມະນະພາມເຫຼົ່ານັ້ນຍອມຮັບວ່າຈິງ ກໍ່ຈະກ່າວກັບເຂົາເຈົ້າວ່າ ຖ້າເປັນແບບນັ້ນ ການທີ່ທ່ານທັງຫຼາຍຕ້ອງຂ້າສັດ, ລັກຊັບ, ປະພຶດຜິດຮີດຄອງປະເພນີ, ເວົ້າຕົວະ, ເວົ້າສຽດສີ, ເວົ້າບໍ່ສຸພາບ ແລະ ໃນໃຈເຕັມໄປຄວາມຕ້ອງການຢາກໄດ້ຂອງຄົນອື່ນ, ມີຈິດອາຄາດແບບນີ້ ກໍ່ເພາະການເນລະມິດຂອງພະຜູ້ເປັນເຈົ້າຜູ້ຍິງໃຫຍ່ເປັນເຫດບໍ່? ຖ້າບຸກຄົນຢຶດຖືການເນລະມິດຂອງພະຜູ້ເປັນເຈົ້າທີ່ຍິ່ງໃຫຍ່ວ່າເປັນແກ່ນສານ “ຄວາມພໍໃຈ ຫຼື ຄວາມພະຍາຍາມວ່າ ສິ່ງນີ້ຄວນເຮັດ ຫຼື ສິ່ງນີ້ບໍ່ຄວນເຮັດ ຍ່ອມບໍ່ມີ”.

- Advertisement -