ຄວາມຮຸນແຮງຕໍ່ແມ່ຍິງ ໃນ ສປປ.ລາວ

ຄວາມຮຸນແຮງຕໍ່ແມ່ຍິງ ເກີດຂຶ້ນໄດ້ໃນທຸກເມື່ອທຸກເວລາ, ໃນທຸກສະຖານທີ່ ໂດຍບໍ່ຈຳແນກຊັ້ນວັນນະ, ເຊື້ອຊາດ, ສາສະໜາ, ວັດທະນະທຳ, ຖານະສັງຄົມ, ລະດັບການສຶກສາ ແລະ ແຜ່ລາມໄປໃນຂອບເຂດທົ່ວໂລກ.

ສາເຫດຕົ້ນຕໍ່ ແລະ ຮາກເຫງົ້າຂອງຄວາມຮຸນແຮງຕໍ່ແມ່ຍິງແມ່ນມາຈາກຄວາມບໍ່ສົມດຸນດ້ານອຳນາດລະຫວ່າງຍິງ-ຊາຍ ແລະ ການຈຳແນກຕໍ່ແມ່ຍິງທີ່ປະຫວັດສາດປະໄວ້. ຄວາມຮຸນແຮງຕໍ່ແມ່ຍິງເປັນທັງສາເຫດ, ເປັນທັງຜົນຂອງການຈຳແນກຕໍ່ແມ່ຍິງ ແລະ ເປັນອຸປະສັກອັນໃຫຍ່ຫຼວງທີ່ກີດຂວາງການບັນລຸຄວາມສະເໝີພາບຍິງ-ຊາຍ.

ປັດໄຈຄວາມສ່ຽງສຳລັບຄວາມຮຸນແຮງຕໍ່ແມ່ຍິງ ຕິດພັນກັບບັນຫາເຊື້ອຊາດ, ຊົນເຜົ່າ, ສາສະໜາ, ຊົນຊັ້ນ, ອາຍຸ, ຄວາມພິການ ແລະ ຄວາມນິຍົມທາງເພດ. ນອກຈາກນີ້, ຍັງມີບັນຫາທາງດ້ານວັດທະນະທຳ, ຮີດຄອງປະເພນີ ແລະ ຄວາມເຊື່ອຖືງົມງວາຍທີ່ຫຼ້າຫຼັງ, ມາດຕະຖານຂອງສັງຄົມທີ່ແຕກຕ່າງກັນຕໍ່ເພດຍິງ ແລະ ເພດຊາຍ, ຊ່ອງວ່າງທາງກົດໝາຍ, ສະພາບເສດຖະກິດ-ສັງຄົມ ແລະ ອື່ນໆ.

ຄວາມຮຸນແຮງຕໍ່ແມ່ຍິງມີຫຼາຍຮູບການເປັນຕົ້ນ:
– ຄວາມຮຸນແຮງທາງດ້ານຮ່າງກາຍ: ການທຸບຕີ, ການກັກຂັງ, ການທໍລະມານໃນຮູບການຕ່າງໆ ແລະ ອື່ນໆ
– ຄວາມຮຸນແຮງທາງດ້ານຈິດໃຈ/ຄວາມຮູ້ສຶກ: ການດູໝິ່ນກຽດສັກສີ, ການປ້ອຍດ່າ, ການເມີນເສີຍ, ການປ່ອຍປະລະເລີຍ,​ ການນອກໃຈ ແລະ ອື່ນໆ
– ຄວາມຮຸນແຮງທາງເພດ: ການຂົ່ມຂືນທຳຊຳເລົາ, ການລ່ວງລະເມີດທາງເພດ, ການລວນລາມທາງເພດ
– ການເອົາລັດເອົາປຽບ ແລະ ການຂູດຮີດທາງເສດຖະກິດ: ການປະຕິເສດບໍ່ໃຫ້ແມ່ຍິງມີສ່ວນຮ່ວມໃນການຄຸ້ມຄອງການເງິນຂອງຄອບຄົວ, ບໍ່ອະນິຍາດໃຫ້ແມ່ຍິງໄປເຮັດວຽກ, ການເອົາເງິນຂອງແມ່ຍິງໄປໃຊ້ເພື່ອຜົນປະໂຫຍດສ່ວນຕົວໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ກ່ຽວ,​ ການບັງຄັບໃຫ້ແມ່ຍິງເປັນຜູ້ສ້າງລາຍຮັບເຂົ້າເຮືອນເປັນຕົ້ນຕໍ່, ການປະຕິເສດບໍ່ໃຫ້ແມ່ຍິງເຂົ້າເຖິງຂໍ້ມູນກ່ຽວກັບການເງິນ ແລະ ບໍ່ໃຫ້ເຂົ້າເຖິງແຫຼ່ງທຶນ, ບໍ່ໃຫ້ແມ່ຍິງເຂົ້າເຖິງມູນມໍລະດົກ…

ສະພາບຄວາມຮຸນແຮງຕໍ່ແມ່ຍິງໃນ ສປປ.ລາວ
ສປປ.ລາວ ຍັງຂາດຂໍ້ມູນສະຖິຕິທີ່ຄົບຖ້ວນ ແລະ ຊັດເຈນ ກໍ່ຄືຂໍ້ມູນທີ່ຕໍ່ເນື່ອງກ່ຽວກັບສະພາບຄວາມຮຸນແຮງຕໍ່ແມ່ຍິງ ເນື່ອງຈາກວ່າໃນໄລຍະຜ່ານມາບໍ່ທັນມີການຄົ້ນຄວ້າລົງເລິກໃນບັນຫາດັ່ງກ່າວຢ່າງເປັນລະບົບ, ປັດຈຸບັນ ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ (ຄກມຊ) ແລະ ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ດຳເນີນການສຳຫຼວດລະດັບຊາດກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ/ຄວາມຮຸນແຮງບົນພື້ນຖານທາງເພດ

ໃນໄລຍະຜ່ານມາ ໄດ້ມີບາງພາກສ່ວນດຳເນີນການສຶກສາຄົ້ນຄວ້າ ແລະ ວິໄຈກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເປັນຕົ້ນ: ສູນຂໍ້ມູນຂ່າວສານບົດບາດຍິງ-ຊາຍເພື່ອການພັດທະນາ, ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ຂອງສູນກາງສະຫະພັນແມ່ຍິງລາວ, ສະມາຄົມພັດທະນາບົດບາດຍິງ-ຊາຍ, ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນດັ່ງລາຍລະອຽດລຸ່ມນີ້:

1. ໃນປີ 2003 ການສຳຫຼວດຂອງກຸ່ມບົດບາດຍິງ-ຊາຍ ແລະ ການພັດທະນາ (Gender Development Group – GDG) ໃນແມ່ຍິງກຸ່ມຕົວຢ່າງ 1,000 ຄົນພົບວ່າ:
– 35% ໄດ້ຮັບຄວາມຮຸນແຮງທາງດ້ານຈິດໃຈ
– 17% ໄດ້ຮັບຄວາມຮຸນແຮງທາງດ້ານຮ່າງກາຍ
– 1.6% ໄດ້ຮັບຄວາມຮຸນແຮງທາງເພດຈາກຜົວຂອງເຂົາເຈົ້າ
– 1.9% ຖືກຄວາມຮຸນແຮງໃນໄລຍະທີ່ກຳລັງຖືພາ
– 25% ຖືກທຳຮ້າຍຮ່າງກາຍ
ໃນຈຳນວນ 57 ກໍລະນີທີ່ຖືກຄວາມຮຸນແຮງ, ມີ 14 ກໍລະນີທີ່ຖືກບາດເຈັບເຖິງຂັ້ນໄດ້ປິ່ນປົວ, ມີ 6 ກໍລະນີຖືກຕີຈົນສະຫຼົບ

2. ອີງຕາມການສຳຫຼວດຂໍ້ມູນຂອງສູນຂໍ້ມູນຂ່າວສານບົດບາດຍິງ-ຊາຍ ເພື່ອການພັດທະນາ (ສຂບພ) ສູນກາງສະຫະພັນແມ່ຍິງລາວ ປີ 2003 ກ່ຽວກັບສະພາບຄວາມຮຸນແຮງຕໍ່ແມ່ຍິງໃນຄອບຄົວຢູ່ 54 ບ້ານ, 18 ເມືອງ ໃນ 6 ແຂວງທົ່ວປະເທດ ມີຜູ້ຖືກສຳພາດທັງໝົດ 1,169 ຄົນ ມີແມ່ຍິງ 602 ຄົນ ແລະ ຊາຍ 567 ຄົນ. ຜົນຂອງການສຳຫຼວດຊີ້ໃຫ້ເຫັນວ່າ: ຄວາມຮຸນແຮງຕໍ່ແມ່ຍິງແມ່ນເກີດຈາກຫຼາຍສາເຫດເຊັ່ນ:
– 189 ຄົນ ບອກວ່າຍ້ອນການເມົາເຫຼົ້າຂອງຜົວ
– 93 ຄົນ ຍ້ອນສະພາບເສດຖະກິດຂອງຄອບຄົວ
– 88 ຄົນ ຍ້ອນບັນຫາເລື່ອງລູກ
– 83 ຄົນ ຍ້ອນບັນຫາຊູ້ສາວ
– 61 ຄົນ ຍ້ອນຄວາມຫຶງຫວງ
– 34 ຄົນ ຍ້ອນບໍ່ມີວຽກເຮັດງານທຳ
– 25 ຄົນຍ້ອນບັນຫາວຽກເຮືອນຫຼາຍຂຶ້ນ
– 13 ຄົນ ຍ້ອນຕິດການພະນັນ
– 13 ຄົນ ຍ້ອນບັນຫາພີ່ນ້ອງ

ຜູ້ໃຫ້ສຳພາດຈຳນວນ 288 ຄົນໃຫ້ຂໍ້ມູນວ່າ ຜູ້ເປັນຜົວເປັນຄົນເລີ່ມຖຽງກ່ອນ ແລະ 108 ຄົນ ບອວກ່າເມຍເປັນຝ່າຍເລີ່ມຜິດຖຽງກ່ອນ ຜົນກະທົບຂອງຄວາມຮຸນແຮງຕໍ່ແມ່ຍິງແມ່ນມີຫຼາຍລະດັບ ນັບແຕ່ມີຮອຍເຫຼີ້ນ, ເປັນບາດ/ຮອຍກັດ ຫຼື ບາດເຈັບເຖິງຂັ້ນເຂົ້າໂຮງໝໍ ແລະ ສົ່ງຜົນກະທົບຕໍ່ດ້ານຈິດໃຈຂອງແມ່ຍິງ, ການສຳພາດແມ່ຍິງຈຳນວນ 29 ຄົນ (1.2%) ໃນ 2,399 ຄອບຄົວກຸ່ມຕົວຢ່າງປະເຊີນກັບຄວາມຮຸນແຮງທາງເພດ ເຊິ່ງມີພຽງເຄິ່ງໜຶ່ງເທົ່ານັ້ນ (15 ຄົນໃນ 29 ຄົນ) ໄດ້ລາຍງານກ່ຽວກັບເຫດການໃຫ້ພາກສ່ວນທີ່ກ່ຽວຂ້ອງຮັບຊາບເຊັ່ນ:
– ແມ່ຍິງຈຳນວນ 11 ຄົນໄດ້ລາຍງານໃຫ້ອຳນາດການປົກຄອງບ້ານ
– 2 ຄົນລາຍງານໃຫ້ກັບຕຳຫຼວດ
– 2 ຄົນລາຍງານໃຫ້ແກ່ສານ

ແມ່ຍິງຖືກຄວາມຮຸນແຮງຫຼາຍກວ່າເຄິ່ງໜຶ່ງລາຍງານວ່າເຂົາເຈົ້າຕ້ອງໜີອອກຈາກເຮືອນຊົ່ວຄາວ ແລະ ໄປຂໍຄວາມຊ່ວຍເຫຼືອຈາກຍາດພີ່ນ້ອງຂອງຕົນ ຫຼື ອຳນາດການປົກຄອງບ້ານ ແຕ່ຖືກແນະນຳໃຫ້ກັບຄືນເມືອເຮືອນຂອງຕົນເພື່ອຊອກຫາຄວາມຜິດພາດວ່າເປັນຄວາມຜິດພາດຂອງໃຜ ແລະ ພະຍາຍາມປັບປຸງແກ້ໄຂແບບສາຍພົວພັນຄອບຄົວ

3. ຈາກຜົນສຳຫຼວດໃນລະດັບຊາດແບບຫຼາຍກຸ່ມຕົວຊີ້ວັດ (Multiple Indicator Cluster Survey – MICS) ປີ 2006 ໃຫ້ຮູ້ວ່າແມ່ຍິງ 81% (ເກນອາຍຸ 15-49 ປີ) ຖືວ່າຜົນຂອງຕົນມີເຫດຜົນພຽງພໍໃນການທຸບຕີຕົນເອງ ອີງຕາມເຫດຜົນດັ່ງຕໍ່ໄປນີ້:
– ກໍລະນີທີ່ເມຍອອກເຮືອນໄປໂດຍບໍ່ຄອບຜົວ
– ກໍລະນີເມຍບໍ່ເບິ່ງແຍງລູກເຕົ້າ
– ກໍລະນີເມຍຖຽງຄວາມຜົວ
– ໃນເວລາທີ່ເມຍປະຕິເສດທີ່ຈະມີເພດສຳພັນກັບຜົວ
– ໃນເວລາທີ່ພວກເຂົາເຈົ້າແຕ່ງກິນບໍ່ແຊບ ຫຼື ເຮັດອາຫານໄໝ້

ຄວາມຮຸນແຮງຕໍ່ແມ່ຍິງໃນທຸກດ້ານ ລ້ວນສະແດງເຖິງຄວາມບໍ່ເທົ່າທຽມກັນຂອງຄວາມສຳພັນດ້ານອຳນາດລະຫວ່າງຍິງ-ຊາຍ ທີ່ປາກົດຂຶ້ນໃນປະຫວັດສາດ ເຊິ່ງນຳໄປສູ່ຜູ້ຊາຍມີອຳນາດເໜືອຜູ້ຍິງ, ຈຳແນກຕໍ່ແມ່ຍິງ ແລະ ຂັດຂວາງບໍ່ໃຫ້ແມ່ຍິງກ້າວໜ້າໄດ້ຢ່າງເຕັມສ່ວນ.

ຈາກຜົນການສຳຫຼວດຂ້າງເທິງ ໄດ້ຊີ້ໃຫ້ເຫັນວ່າ: ຄວາມຮຸນແຮງຕໍ່ແມ່ຍິງໃນ ສປປ.ລາວ ສ່ວນໃຫຍ່ແມ່ນເກີດຂຶ້ນຢູ່ໃນຄອບຄົວ ໂດຍປະກອບມີຄວາມຮຸນແຮງທາງດ້ານຮ່າງກາຍ, ຄວາມຮຸນແຮງທາງດ້ານຈິດໃຈ ແລະ ຄວາມຮຸນແຮງທາງເພດ. ຢູ່ ສປປ.ລາວ ເວົ້າລວມຄົນສ່ວນຫຼາຍຮັບຮູ້ວ່າ: ຄວາມຮຸນແຮງໃນຄອບຄົວເປັນທີ່ຍອມຮັບໄດ້ຕົວຢ່າງ: ຜ່ານການສອບຖາມແມ່ຍິງ ແລະ ຜູ້ຊາຍ ຢູ່ ສປປ.ລາວ 8 ໃນ 10 ຄົນ ຖືວ່າໃນເວລາຜົວຕີເມຍແມ່ນມີເຫດຜົນພຽງພໍ


ການເຄື່ອນໄຫວຕ້ານຄວາມຮຸນແຮງຕໍ່ແມ່ຍິງ ໃນ ສປປ.ລາວ
ໃນໄລຍະຜ່ານມາ ບັນດາຂະແໜງການ, ອົງການ ແລະ ທ້ອງຖິ່ນຕ່າງໆໄດ້ອອກແຮງເຄື່ອນໄຫວຕ້ານຄວາມຮຸນແຮງຕໍ່ແມ່ຍິງໃນ ສປປ.ລາວ ໂດຍໄດ້ສ້າງຂອບນິຕິກຳທີ່ຈຳເປັນ ແລະ ຂະບວນຍຸດຕິທຳ ເພື່ອປົກປ້ອງ ແລະ ໃຫ້ການຊ່ວຍເຫຼືອແມ່ຍິງຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ, ທັງນຳເອົາຜູ້ກະທຳຄວາມຮຸນແຮງຕໍ່ແມ່ຍິງມາລົງໂທດຕາມລະບຽບກົດໝາຍ; ໄດ້ສະໜອງການບໍລິການດ້ານການແພດໃຫ້ຜູ້ຖືກເຄາະຮ້າຍທາງດ້ານຮ່າງກາຍ ແລະ ທາງດ້ານຈິດໃຈ; ມີການສ້າງສູນພັກເຊົາຊົ່ວຄາວເພື່ອຮອງຮັບຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ ແລະ ການຄ້າມະນຸດ ເພື່ອຊ່ວຍເຫຼືອແມ່ຍິງ ແລະ ເດັກທີ່ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ຖືກເຄາະຮ້າຍຈາກການຂູດຮີດທາງເພດ; ມີການສ້າງຕັ້ງສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ເພື່ອຮອງຮັບຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ຄວາມຮຸນແຮງຢູ່ ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງຈຳປາສັກ ແລະ ແຂວງສາລະວັນ ສົມທົບກັບການເປີດບໍລິການສາຍດ່ານ 1362 ຢູ່ ນະຄອນຫຼວງວຽງຈັນ ແລະ ອື່ນໆ

ສປປ.ລາວ ຢຶດໝັ້ນ ແລະ ສືບຕໍ່ດຳເນີນການຢ່າງສະເໝີຕົ້ນສະເໝີປາຍຕໍ່ນະໂຍບາຍອັນບໍ່ປ່ຽນແປງຂອງຕົນກ່ຽວກັບການລົບລ້າງຄວາມທຸກຍາກ, ການພັດທະນາແບບຍືນຍົງ ແລະ ທົ່ວເຖິງທຸກຄົນ ເພື່ອຮັບປະກັນຄວາມຢູ່ດີກິນດີຂອງປະຊາຊົນ.

ຍ້ອນເຫັນໄດ້ບົດບາດຄວາມສຳຄັນຂອງແມ່ຍິງຍາມໃດພັກ ແລະ ລັດຖະບານກໍ່ໄດ້ເອົາໃຈໃສ່ສຶກສາອົບຮົມຖັນແຖວພະນັກງານແມ່ຍິງໃຫ້ມີຄຸນສົມບັດ ແລະ ຄວາມສາມາດຮອບດ້ານ ເພື່ອເຂົ້າຮ່ວມຄຽງບ່າຄຽງໄຫຼ່ກັບເພດຊາຍໃນທຸກວຽກງານຂອງຊາດ ແນ່ໃສ່ສົງເສີມຄວາມກ້າວໜ້າຂອງແມ່ຍິງ ອັນສະແດງອອກຢ່າງຈະແຈ້ງໃນນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍຕ່າງໆຂອງ ສປປ.ລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ,​ ແຜນຍຸດທະສາດແຫ່ງຊາດ ແລະ ແຜນງານຕ່າງໆ ກໍ່ຄືບັນດາສົນທິສັນຍາສາກົນກ່ຽວກັບສິດ ແລະ ຜົນປະໂຫຍດດຂອງແມ່ຍິງທີ່ ສປປ.ລາວ ເປັນພາຄີເປັນຕົ້ນ, ຖະແຫຼງການ ແລະ ແຜນປະຕິບັດງານປັກກິ່ງ ແລະ ຖະແຫຼງການອາຊຽນ ວ່າດ້ວຍການລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ການລົບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກຂອງອາຊຽນໃນປີ 2013.

ໂດຍ: ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ.


ຕິດຕາມພວກເຮົາທາງ Twitter



ຕິດຕາມພວກເຮົາທາງ Youtube


ຕິດຕາມພວກເຮົາທາງ Twitter



ຕິດຕາມພວກເຮົາທາງ Youtube