ທຶນນິຍົມຄືລະບົບທີ່ຍັງພັດທະນາບໍ່ສຳເລັດ

ທຶນນິຍົມເບິ່ງທຳມະຊາດຂອງມະນຸດຢ່າງຄັບແຄບ ດ້ວຍສົມມຸດຖານທີ່ວ່າ ຄົນເຮົາມີມິຕິດຽວ ສົນໃຈແຕ່ສະແຫວງຫາກຳໄລສູງສຸດ ຄວາມຄິດເລື່ອງຕະຫຼາດເສລີຕາມທີ່ເຂົ້າໃຈກັນທົ່ວໄປນັ້ນກໍ່ຕັ້ງຢູ່ບົນພື້ນຖານຄວາມຄິດແບບນີ້ເຊັ່ນກັນ.

ທິດສະດີຕະຫຼາດເສລີກະແສຫຼັກບອກວ່າ ວິທີທີ່ດີທີ່ສຸດທີ່ທ່ານຈະສ້າງປະໂຫຍດໃຫ້ແກ່ສັງຄົມ ແລະ ໂລກຄື ການໃຫ້ຄວາມສົນໃຈໄປທີ່ການສະແຫວງຫາປະໂຫຍດໃຫ້ຕົວເອງໃຫ້ຫຼາຍທີ່ສຸດ ເມື່ອຜູ້ສັດທາໃນທິດສະດີນີ້ເບິ່ງຂ່າວຮ້າຍທາງຈໍໂທລະພາບ ເຂົາເຈົ້າກໍ່ຄວນເລີ່ມຂ້ອງໃຈວ່າການສະແຫວງຫາກຳໄລສູງສຸດເປັນຢາວິເສດແທ້ ຫຼື ບໍ່ ແຕ່ພວກເຮົາມັກຈະປ່ອຍປະຄວາມຂ້ອງໃຈຖິ້ມ ແລ້ວໂທດວ່າສິ່ງຊົ່ວຮ້າຍທຸກຢ່າງໃນໂລກເກີດຈາກ “ການລົ້ມລະລາຍຂອງຕະຫຼາດ” ເຂົາເຈົ້າເຝິກຕົນເອງໃຫ້ເຊື່ອວ່າຕະຫຼາດທີ່ດີບໍ່ມີທາງຜະລິດໝາກຜົນທີ່ບໍ່ດີ.

ຂ້າພະເຈົ້າຄິດວ່າສະຖານະການທີ່ບໍ່ດີບໍ່ແມ່ນເພາະ “ການລົ້ມລະລາຍຂອງຕະຫຼາດ” ບັນຫາກຢູ່ເລິກລົງໄປກວ່ານັ້ນ ທິດສະດີຕະຫຼາດເສລີກະແສຫຼັກປະສົບກັບ “ການລົ້ມລະລາຍຂອງການສ້າງຂອບເຂດທາງຄວາມຄິດ” ນັ້ນຄືການລົ້ມລະລາຍໃນການສະຫຼຸບແກ່ນສານຂອງຄວາມເປັນມະນຸດ.

ໃນທິດສະດີທຸລະກິດກະແສຫຼັກ ເຮົາໄດ້ສ້າງມະນຸດມິຕິດຽວຂື້ນມາເປັນຜູ້ນຳທຸລະກິດ ຜູ້ທີ່ເຮົາເອີ້ນວ່າ ຜູ້ປະກອບການ ເຮົາຕັດເຂົາເຈົ້າອອກຈາກເລື່ອງອື່ນໆໃນຊີວິດ ທັງສາສະໜາ, ຄວາມຮູ້ສຶກ, ການເມືອງ ແລະ ສັງຄົມ ເຂົາເຈົ້າທຸ້ມເທໃຫ້ກັບພາລະກິດພຽງໜຶ່ງດຽວເທົ່ານັ້ນຄືການສ້າງກຳໄລສູງສຸດ ເຂົາເຈົ້າໄດ້ຮັບການສະໜັບສະໜູນຈາກມະນຸດມິຕິດຽວຜູ້ອື່ນໆ ທີ່ມອບເງິນທຶນໃຫ້ບັນລຸພາລະກິດນັ້ນ ດັ່ງທີ່ ອອສກາຣ໌ ໄວ (Oscar Wilde) ກ່າວວ່າ ເຂົາເຈົ້າຮູ້ຈັກລາຄາທຸກຢ່າງ ແຕ່ບໍ່ຮູ້ຄຸນຄ່າຂອງອັນໃດເລີຍ.

ທິດສະດີເສດຖະສາດຂອງເຮົາໄດ້ສ້າງໂລກມິຕິດຽວ ເຕັມໄດ້ດ້ວຍຜູ້ທີ່ທຸ້ມເທໃຫ້ກັບການແຂ່ງຂັນໃນຕະຫຼາດເສລີ ທີ່ໄຊຊະນະຖືກກຳນົດດ້ວຍຜົນກຳໄລພຽງຢ່າງດຽວ ແລະ ໃນເມື່ອທິດສະດີນີ້ເຮັດໃຫ້ເຮົາເຊື່ອວ່າການສະແຫວງຫາກຳໄລຄືວິທີດຽວທີ່ຈະເຮັດໃຫ້ມະນຸດຊາດມີຄວາມສຸກ ເຮົາກໍ່ປະຕິບັດຕາມທິດສະດີນີ້ຢ່າງກະຕືລືລົ້ນ ພະຍາຍາມປ່ຽນໂຕເອງໃຫ້ເປັນມະນຸດມິຕິດຽວ ແທນທີ່ທິດສະດີຈະຮຽນແບບໂລກໂຕຈິ່ງ ພວກເຮົາຜັດບັງຄັບໃຫ້ໂລກໂຕຈິງຮຽນແບບທິດສະດີ.

ແລະໂລກທຸກມື້ນີ້ຕົກຕະລຶງກັບຄວາມສຳເລັດຂອງທຶນນິຍົມຈົນບໍ່ກ້າຕັ້ງຄຳຖາມກັບທິດສະດີເສດຖະສາດທີ່ຮອງຮັບລະບົບ.

ແຕ່ຄວາມເປັນຈິ່ງນັ້ນແຕກຕ່າງຈາກທິດສະດີຫຼາຍ ຄົນເຮົາບໍ່ແມ່ນສັດມິຕິດຽວ ແຕ່ມີຫຼາຍມິຕິຢ່າງໜ້າຕື່ນເຕັ້ນ ທັງອາລົມຄວາມຮູ້ສຶກ, ຄວາມເຊື່ອ, ການຈັດລຳດັບຄວາມສຳຄັນ ແລະ ແບບແຜນພຶດຕິກໍາປຽບໄດ້ດັ່ງສີນັບລ້ານທີ່ເຮົາສາມາດຜະລິດຈາກແມ່ສີພຽງສາມສີ ແມ່ນແຕ່ນາຍທຶນທີ່ໂດ່ງດັ່ງທີ່ສຸດຍັງມີຄວາມສົນໃຈ ແລະ ແຮງບັນດານໃຈບໍ່ຄືກັນ ນັ້ນຄືສາເຫດທີ່ ແອນດຼິວ ຄາເນກີ້ (Andrew Carnegie) ຕະກູນລ໊ອກກີ້ເຟເລີ ຈົນເຖິງ ບິວ ເກດ (Bill Gate) ສຸດທ້າຍກໍ່ຫັນອອກຈາກການສ້າງສຳໄລສູງສຸດໄປສູ່ເປົ້າໝາຍອື່ນທີ່ສູງກວ່າ.

ຄວາມຈິງທີ່ວ່າຄົນເຮົາມີຫຼາກຫຼາຍມິຕິແປວ່າ ບໍ່ແມ່ນທຸລະກິດທຸກແຫ່ງຄວນຖືກຜູກມັດໃຫ້ບັນລຸເປົ້າໝາຍກຳໄລສູງສຸດພຽງເປົ້າໝາຍດຽວ.

ໂດຍ: ທ່ານ ມູຮາໝັດ ຢູນູສ, ນາຍທະນາຄານ ຜູ້ກໍ່ຕັ້ງທະນາຄານກາມີນແບັງ ທະນາຄານເພື່ອຜູ້ທຸກຍາກໃນປະເທດບັງກະລາເທດ, ນັກເສດຖະສາດ ເຈົ້າຂອງລາງວັນໂນເບວສາຂາສັນຕິພາບ ປີ 2006