ພະລັງຂອງສາສະໜາຊ່ວຍສ້າງໂລກ ຫຼື ທຳລາຍໂລກ?

ບັນຫາທີ່ເຮົາຕ້ອງໃຫ້ຄວາມສົນໃຈ ແລະ ໃສ່ໃຈຄື “ຫາກມະນຸດໂລກປັດສະຈາກຄວາມຮັກ, ຄວາມຫວັງ ແລະ ແຮງບັນດານໃຈ ໃນຂະນະທີ່ດວງຈິນເຕັມໄປດ້ວຍຄວາມກຽດຊັງ, ຄວາມຢ້ານກົວຕໍ່ໄພທີ່ກຳລັງຮຸກຮານທັງພາຍໃນ ແລະ ພາຍນອກ” ໜ້າທີ່ຫຼັກຂອງສາສະໜາຕ່າງໆໃນໂລກນີ້ ທີ່ຈະຕ້ອງຊ່ວຍເຕີມເຕັມຢ່າງເລັ່ງດ້ວຍຄື:

1. ເຮັດໃຫ້ຜູ້ນັບຖືມີຄວາມສຸກ ໝັ້ນຄົງ ແລະ ປອດໄພໃນການໃຊ້ຊີວິດຢ່າງຍືນຍົງ
2. ຊ່ວຍເຮັດໃຫ້ມະນຸດຊາດຢູ່ຮ່ວມກັບຄົນອື່ນ, ສັດອື່ນ ແລະ ສິ່ງອື່ນຢ່າງສະຫງົບ, ສັນຕິສຸກ ແລະ ມີຂັນຕິທຳຕໍ່ຄວາມແຕກຕ່າງທາງອຸດດົມການ ແລະ ຄວາມເຊື່ອຢ່າງມີສະຕິ
3. ການບໍ່ກະທຳການສິ່ງໃດ ຫຼື ສ້າງເງື່ອນໄຂໃດໆອັນທີ່ຈະນຳໄປສູ່ຄວາມຂັດແຍ່ງລະຫວ່າງເພື່ອນຮ່ວມສາສະໜາ ເຊິ່ງຈະກໍ່ໃຫ້ເກີດຄວາມຫວາດລະແວງ ແລະ ຢ້ານກົວຕໍ່ມວນມະນຸດຊາດທີ່ເປັນເພື່ອນຮ່ວມທຸກເກີດ, ແກ່, ເຈັບ ແລະ ຕາຍ
4. ການເຮັດໃຫ້ຜູ້ນັບຖືມີຂັນຕິທຳທາງສະສະໜາ ໂດຍບໍ່ຕົກຢູ່ໃນກົນລວງຂອງຄວາມຂັດແຍ່ງ ແລະ ຄວາມຮຸນແຮງໃນຂະນະທີ່ມີບຸກຄົນ ຫຼື ກຸ່ມບຸກຄົນພະຍາຍາມທີ່ຈະສ້າງເງື່ອນໄຂຍຸແຍ່ ຫຼື ກະຕຸ້ນໃຫ້ເກີດຄວາມຮຸນແຮງ

ເມື່ອກ່າວໂດຍຫຼັກການແລ້ວ ພະລັງຂອງສາສະໜາ “ຄວນ ແລະ ຕ້ອງ” ເຂົ້າມາຮັດແໜ້ນການເຮັດໜ້າທີ່ດັ່ງເຊັ່ນທີ່ເຄີຍເປັນປັດຊະຍາ ແລະ ປະນິທານສຳຄັນຂອງການກໍ່ຕັ້ງ ສາສະໜາຂຶ້ນມາເປັນທີ່ເພິ່ງພາຂອງຊາວໂລກ ໂດຍເຮັດໜ້າທີ່ຫຼັກໃນ 2 ປະການຄື:

1. ຫາກ “ສັດການເມືອງ” (Political Animals) ເຮັດໃຫ້ໝູ່ມະນຸດໃນຖານະເປັນ “ສັດສັງຄົມ” (Social Animals) ເກີດຄວາມຢ້ານກົວ ແລະ ຫວາດລະແວງເຊິ່ງກັນ ແລະ ກັນ ສາສະໜາຄວນເຂົ້າມາເຮັດໜ້າທີ່ໃນການສ້າງຄວາມໝັ້ນໃຈ ແລະ ເຊື່ອໝັ້ນໃນສັກສີຂອງຄວາມເປັນມະນຸດຂອງກັນ ແລະ ກັນ ແລະ ບັນຫາສຳຄັນກໍ່ຄື ການສະໜັບສະໜູນ ແລະ ສົ່ງເສີມໃຫ້ມີການນຳຫຼັກການສຳຄັນຂອງແຕ່ລະສາສະໜາມາປະຕິບັດເພື່ອໃຫ້ເກີດຄວາມປອດໄພໃນຊີວິດ ແລະ ຊັບສິນທັງໃນລະດັບບຸກຄົນທົ່ວໄປ ແລະ ສັງຄົມ

2. ເປັນທີ່ຊັດເຈນວ່າ “ການເກີດຂຶ້ນຂອງສາສະໜາມີເປົ້າໝາຍສຳຄັນສູງສຸດຄືການຢູ່ຮ່ວມກັນຢ່າງຮົ່ມເຢັນ ແລະ ສັນຕິສຸກຂອງມວນມະນຸດຊາດ” ພວກເຮົາຄວນດຳເນີນການທຸກວິຖີທາງເພື່ອເປີດທາງໃຫ້ແກ່ສາສະໜາໄດ້ກັບມາເຮັດໜ້າທີ່ຢ່າງ “ໜັກແໜ້ນ ແລະ ເຕັມຄວາມສາມາດ” ແລະ ສ້າງສັງຄົມໃຫ້ເກີດການຕື່ນຮູ້ຫຼາຍຍິ່ງຂຶ້ນທັງໃນດ້ານຂອງແນວຄິດ ແລະ ແນວປະຕິບັດທີ່ສອດຄ່ອງກັບວິຖີການປ່ຽນແປງຂອງສັງຄົມໂລກທີ່ກຳລັງກ້າວໜ້າໄປສູ່ຄວາມຂັດແຍ່ງ ແລະ ຄວາມຮຸນແຮງອັນເນື່ອງມາຈາກຕົວແປຕ່າງໆທັງທາງເສດຖະກິດ, ການເມືອງ ແລະ ສັງຄົມທີ່ແປກແຍກ ແລະ ແຕກຕ່າງກັນ

ໂດຍ: ຮຈ. ປອ. ພະມະຫາຫັນສາ ທະມຸມະຫາໂສ