ສປປ.ລາວ ມີເສດຖະກິດທີ່ເຕີບໃຫຍ່ຢ່າງແຂງແຮງ, ແຕ່ການກະຈາຍຜົນປະໂຫຍດຈາກການເຕີບໃຫຍ່ຍັງບໍ່ທັນທົ່ວເຖິງ

ດ້ວຍອັດຕາການເຕີບໃຫຍ່ສະເລ່ຍປະມານ 7.8% ຕໍ່ປີ ໃນໄລຍະທົດສະວັດທີ່ຜ່ານມາ, ສປປ.ລາວ ເປັນປະເທດທີ່ມີເສດຖະກິດຂະຫຍາຍຕົວໄວອັນດັບ 2 ໃນອາຊຽນ ແລະ ເປັນອັນດັບທີ 15 ຂອງໂລກ. ແຕ່ການເຕີບໃຫຍ່ອັນໄວວານັ້ນແມ່ນຍ້ອນຂະແໜງທີ່ຂຶ້ນກັບຊັບພະຍາກອນທຳມະຊາດ ເຊິ່ງເປັນຂະແໜງທີ່ໃຊ້ການລົງທຶນສູງ ແລະ ສ້າງວຽກເຮັດງານທຳໜ້ອຍ, ໃນຂະນະທີ່ຂະແໜງກະສິກຳມີສະມັດຕະພາບການຜະລິດຕ່ຳ ແລະ ຂະແໜງອຸດສາຫະກຳການຜະລິດທີ່ທັນສະໄໝຍັງບໍ່ທັນເຂັ້ມແຂງນັ້ນໄດ້ຈຳກັດໂອກາດໃນການສ້າງລາຍຮັບໃຫ້ແກ່ປະຊາຊົນລາວ.

ສປປ.ລາວ ມີປະຊາຊກອນປະມານ 2 ລ້ານຄົນທີ່ເຮັດກະສິກຳ, ກວມເອົາ 64% ຂອງກຳລັງແຮງງານທັງໝົດທົ່ວປະເທດ ແລະ ເຮັດໃຫ້ ສປປ.ລາວ ເປັນໜຶ່ງໃນປະເທດໃນພາກພື້ນອາຊີຕາເວັນອອກທີ່ມີເສດຖະກິດຕິດພັນກັບກະສິກຳຫຼາຍທີ່ສຸດ ຂະແໜງດັ່ງກ່າວມີສະມັດຕະພາບການຜະລິດຍັງຕ່ຳ ແລະ ບໍ່ທັນຂະຫຍາຍຕົວເທົ່າທີ່ຄວນ.

ໃນປີ 2014, ມູນຄ່າເພີ່ມຈາກຂະແໜງກະສິກຳສະເລ່ຍຕໍ່ເຮັກຕາແມ່ນ 578 ໂດລາ, ທຽບໃສ່ປະເທດໄທມີມູນຄ່າ 994 ໂດລາ ແລະ ຫວຽດນາມ 1,380 ໂດລາ. ໃນເວລາດຽວກັນ, ແວດລ້ອມທາງດ້ານທຸລະກິດຍັງຫຍຸ້ງຍາກ (ສປປ.ລາວ ຖືກຈັດອັນດັບທີ 134 ໃນ 189 ປະເທດ ອີງໃສ່ຜົນການປະເມີນແວດລ້ອມໃນການດຳເນີນທຸລະກິດ) ມີຜົນກະທົບຕໍ່ການສົ່ງເສີມການລົງທຶນ, ແລະ ເຮັດໃຫ້ຜູ້ປະກອບການຮັກສາຂະໜາດທຸລະກິດນ້ອຍ ແລະ ບໍ່ເປັນທາງການ, ເຊິ່ງເປັນການຈຳກັດການສ້າງວຽກເຮັດງານທຳ. ບັນຫາດັ່ງກ່າວບວກກັບບັນຫາການບໍລິການຂັ້ນພື້ນຖານທີ່ຍັງບໍ່ທັນທົ່ວເຖິງ (ການບໍລິການທາງດ້ານສາທາລະນະສຸກ, ນໍ້າສະອາດ ແລະ ສຸຂາພິບານ, ອື່ນໆ) ເຮັດໃຫ້ອັດຕາຂາດສານອາຫານຍັງສູງ.

ເຖິງວ່າຈະມີການປັບປຸງຂຶ້ນໃນຫຼາຍດ້ານ ແຕ່ການພັດທະນາເສດຖະກິດໃຫ້ມີການກະຈາຍຜົນປະໂຫຍຢ່າງທົ່ວເຖິງແມ່ນຍັງເປັນບູລິມະສິດ. ການຍົກລະດັບສະມັດຕະພາບການຜະລິດໃນຂະແໜງກະສິກຳ ແລະ ການຮັບປະກັນປະສິດທິພາບໃນການຈັດຕັ້ງປະຕິບັດນະໂຍບາຍສ້າງແວດລ້ອມທຸລະກິດທີ່ເອື້ອອຳນວຍຈະຊ່ວຍເຮັດໃຫ້ລາຍຮັບ ແລະ ມີການຈ້າງງານເພີ່ມຂຶ້ນ.

ສັງລວມແລ້ວ ເຖິງອັດຕາຄວາມທຸກຍາກໃນ ສປປ.ລາວ ຈະຫຼຸດລົງ ແຕ່ຍັງຊັກຊ້າທຽບໃສ່ບັນດາປະເທດທີ່ຢູ່ພາກພື້ນດຽວກັນ ເປັນຕົ້ນກຳປູເຈຍ ແລະ ປະເທດອື່ນໆ ທີ່ຮັ່ງມີທາງດ້ານຊັບພະຍາກອນເຊັ່ນ: ປະເທດອຸດສະເບກິສະຖານ, ທາຈີກິສະຖານ, ມົງໂກລີ ແລະ ຊີລີ ທີ່ສາມາດຫຼຸດຜ່ອນຄວາມທຸກຍາໄດ້ຫຼາຍຍ່ອນການຈັດຕັ້ງປະຕິບັດນະໂຍບາຍການນຳໃຊ້ລາຍຮັບຈາກຊັບພະຍາກອນເພື່ອລົງທຶນ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາກອນໂດຍລວມຢ່າງມີປະສິດທິພາບ (effective use of redistribution policies).

ຈາກ: ທະນາຄານໂລກ