ອັນຕະລາຍຈາກ “ອາຫານກະປ໋ອງ”

ຫາກຜູ້ຜະລິດເລືອກໃຊ້ວັດສະດຸ ແລະ ວັດຖຸດິບໃນການປະກອບອາຫານບໍ່ໄດ້ຄຸນນະພາບເຊັ່ນ: ສີເຄືອບພາຍໃນກະປ໋ອງ, ວັດຖຸກັນບູດ ຫຼື ສານກັນບູດ, ສີປະສົມອາຫານ, ເຊື້ອແບັດທີເຣຍຄລໍສະຕຣີດຽມ, ໂບທູລີນຳ ທີ່ອາດເກີດຂຶ້ນລະຫວ່າງຂະບວນການຜະລິດ ຫາກມີການຂ້າເຊື້ອທີ່ບໍ່ສົມບູນເຊັ່ນ ໃຊ້ເວລາໃນການຂ້າເຊື້ອໜ້ອຍເກີນໄປ ຫຼື ອຸນຫະພູມຮ້ອນບໍ່ພຽງພໍ ຫຼື ອາດມາຈາກເຄື່ອງຈັກ ແລະ ຜູ້ຄວບຄຸມການຜະລິດທີ່ບໍ່ໄດ້ມາດຕະຖານ ແບັດທີເຣຍຊະນິດນີ້ກໍ່ອາດຈະເລີນເຕີບໃຫຍ່ຂຶ້ນໄດ້

ຕົວຢ່າງອາຫານກະປ໋ອງທີ່ອາດພົບເຊື້ອແບັດທີເຣຍ ຫາກຜະລິດແບບບໍ່ຖືກຕ້ອງຕາມມາດຕະຖານເຊັ່ນ: ປາກະປ໋ອງ, ຜັກກະປ໋ອງ, ໝາກໄມ້ກະປ໋ອງ, ໜໍ່ໄມ້ກະປ໋ອງ (ໝໍ່ໄມ້ປິດ), ອາຫານສຳເລັດຮູບກະປ໋ອງຕ່າງໆ, ຊິ້ນສັດແປຮູບໃສ່ກະປ໋ອງ ຯລຯ ໂດຍອາການຂອງຜູ້ທີ່ໄດ້ຮັບເຊື້ອແບັດທີເຣຍທີ່ພົບໃນອາຫານກະປ໋ອງຄືື: ເຈັບປ້ອງ, ຖອກທ້ອງ, ອາຫານບໍ່ຍ່ອຍ, ພວນທ້ອງ, ຮາກ, ປາກແຫ້ງ, ສຽງແຫບ, ແຂນຂາອ່ອນແຂງ, ເຈັບຄໍ, ເຫັນພາບຊ້ອນ ຯລຯ

ວິທີເລືອກອາຫານກະປ໋ອງໃຫ້ປອດໄພ
1. ເລືອກກິນແຕ່ອາຫານກະປ໋ອງທີ່ມີເຄື່ອງໝາຍ ອຢ ຊັດເຈນ
2. ເລືອກຊື້ອາຫານກະປ໋ອງທີ່ບໍ່ໝົດອາຍຸ
3. ສະພາບກະປ໋ອງຕ້ອງຢູ່ໃນສະພາບສົມບູນບໍ່ບຸ້ມ, ບໍ່ບ້ຽວ, ບໍ່ເຂົ້າໝ້ຽງ ບໍ່ມີສ່ວນໃດສ່ວນໜຶ່ງເປີດຢູ່ ແລະ ບໍ່ມີຮອຍຮົ່ວ
4. ອຸ່ນອາຫານກະປ໋ອງກ່ອນກິນເປັນເວລາຢ່າງໜ້ອຍ 5-10 ນາທີດ້ວຍອຸນຫະພູມ 180 ອົງສາເຊ

ເຖິງຢ່າງໃດກໍ່ຕາມ ຫາກສາມາດຫາອາຫານສົດກິນໄດ້ ກໍ່ຈະເປັນຜົນດີຕໍ່ຮ່າງກາຍຫຼາຍກວ່າ ເພາະບໍ່ມີອາຫານໃດທີ່ແຊບ ແລະ ໃຫ້ຄຸນຄ່າທາງສານອາຫານໄດ້ຄົບຫຼາຍກວ່າທີ່ຫານທີ່ປຸງສຸກ ແລະ ສົດໃໝ່ຢ່າງແນ່ນອນ ນອກຈາກນີ້ຍັງເປັນການຫຼີກລ້ຽງການບໍລິໂພກວັດຖຸກັນບູດ, ສານກັນບູດ ແລະ ສານປຸງແຕ່ງອື່ນໆໂດຍບໍ່ຈຳເປັນອີກດ້ວຍ