ສປປ.ລາວ ຈະບໍ່ໃຫ້ໃຜມາລະເມີດອຳນາດອະທິປະໄຕ ແລະ ຈະຕໍ່ສູ້ເພື່ອຜົນປະໂຫຍດສູງສຸດຂອງຊາດ ຕໍ່ກັບບັນຫາຊາຍແດນກັບກຳປູເຈຍ

ຈາກບົດຕີພິມ “ຄວາມເປັນຈິງກ່ຽວກັບ ຈຸດຄົ້ງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ” ຂອງສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ມີການສະເໜີແນວທາງຄວາມເປັນໄປໄດ້ໃນການແກ້ໄຂບັນຫາຊາຍແດນລະຫວ່າງ ສປປ.ລາວ ແລະ ກຳປູເຈຍ ຖືວ່າເປັນບັນຫາລະອຽດອ່ອນ, ຫຼໍ່ແຫຼມ, ທ້າທາຍ ທັງເປັນການທົດສອບຕໍ່ຄວາມທໍລະຫົດອົດທົນ ໃນການຮັກສາຜົນປະໂຫຍດຂອງຊາດ. ໂດຍລັດຖະບານ ສປປ.ລາວ ຖືວ່າເປັນວຽກຮີບດ່ວນ ແລະ ໃຫ້ບູລິມະນິດ ເປັນກໍລະນີພິເສດຕໍ່ກັບການແກ້ໄຂບັນຫາຊາຍແດນທີ່ຄົງຄ້າງ ກັບບັນດາປະເທດເພື່ອນບ້ານອ້ອມຂ້າງ ໂດຍອີງໃສ່ຫຼັກການພື້ນຖານຕ່າງໆ ແລະ ຫຼັກການກົດໝາຍສາກົນໃນການແກ້ໄຂຂໍ້ຄົງຄ້າງຊາຍແດນລະຫວ່າງປະເທດ.

ໃນນັ້ນ, ສາມາດເຫັນໄດ້ຄວາມຈິງຂອງຝ່າຍລາວ ທີ່ຖືສຳຄັນການພົບປະເຈລະຈາໃນການແກ້ໄຂບັນຫາຊາຍແດນ ກັບທຸກໆປະເທດເພື່ອນບ້ານອ້ອມຂ້າງ ເຖິງວ່າການສຳຫຼວດ ແລະ ກຳນົດເສັ້ນຊາຍແດນຈະມີຄວາມຫຍຸ້ງຍາກສັບສົນນາໆປະການ, ແຕ່ຍ້ອນເຈດຕະນາລົມການເມືອງອັນດີ ແລະ ມີຄວາມຕັ້ງໜ້າຢ່າງຈິງໃຈ ຫຼາຍໆບັນຫາຂັດສົນທາງດ້ານຊາຍແດນກໍ່ຖືກແກ້ໄຂຢ່າງເປັນລະບົບ ຍົກຕົວຢ່າງ: ກັບ ສປ.ຈີນ ທີ່ມີຊາຍແດນຍາວເຖິງ 505 ກິໂລແມັດ ກໍ່ສາມາດລຳເສັດລຸລ່ວງໄດ້ 100% ແຕ່ປີ 1990 ແລະ ໃນເວລາຕໍ່ມາ ກໍ່ໄດ້ພ້ອມກັນປັກຫຼັກໝາຍຖີ່ຂອງສອງປະເທດສຳເລັດໃນປີ 2012. ກັບ ສະຫະພາບມຽນມາ ເສັ້ນຊາຍແດນແມ່ນໄປຕາມລຳນ້ຳຂອງ ເຊິ່ງສອງປະເທດໄດ້ປັກຫຼັກໝາຍຄູ່ຂະໜານລຽບສອງຝັ່ງໄດ້ສຳເລັດ 100% ແຕ່ປີ 1994. ກັບ ສສ.ຫວຽດນາມ ແມ່ນສຳເລັດດການປັກຫຼັກໝາຍຊາຍແດນແຕ່ປີ 1987 ເປັນພື້ນຖານ ເຊິ່ງຕໍ່ມາກໍ່ໄດ້ຕົກລົງປັກຫຼັກໝາຍຖີ່ໄດ້ສຳເລັດ 100% ໃນປີ 2016. ມາເຖິງປັດຈຸບັນການເຈລະຈາປັກຫຼັກໝາຍຊາຍແດນກັບປະເທດໄທ ແມ່ນສຳເລັດປະມານ 37%, ໃນນີ້ຊາຍແດນທາງບົກສຳເລັດແລ້ວ 93%, ສ່ວນຊາຍແດນທາງນ້ຳຍັງຮ່ວມກັນປຶກສາຫາລື ກ່ຽວກັບຂໍ້ກຳນົດທາງດ້ານເຕັກນິກ ເພື່ອພິຈາລະນາການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນທາງນ້ຳຕໍ່ໄປ ແລະ ຈະໃຊ້ເວລາຕື່ມອີກ.

ບົດຮຽນການແກ້ໄຂບັນຫາຊາຍແດນຂອງ ສປປ.ລາວ ກັບບັນດາປະເທດດັ່ງກ່າວຂ້າງເທິງນັ້ນກໍ່ໄດ້ໃຊ້ເວລາຫຼາຍປີ ເຊິ່ງໄດ້ດຳເນີນໄປພາຍໃຕ້ຫຼັກການຂອງສາກົນຄື ເຈລະຈາກັນໃນຫຼາຍລະດັບແຕ່ລຸ່ມຂຶ້ນເທິງ ແລະ ແຕ່ເທິງລົງລຸ່ມ ນຳໃຊ້ເອກະສານ ແລະ ແຜນທີ່ກ່ຽວຂ້ອງມາສົມທົບ ແລະ ລົງສຳຫຼວດໃນພາກສະໜາມຕົວຈິງ. ໝາກຜົນທີ່ຍາດມາໄດ້ແມ່ນຜ່ານທາງການທູດຖືວ່າເປັນວິທີການອັນຖືກຕ້ອງ ທັງສອດຄ່ອງກັບຄວາມມຸ່ງມາດປາດຖະໜາຂອງສອງຝ່າຍທີ່ກ່ຽວຂ້ອງ ເພື່ອຊອກຫາຄວາມສົມເຫດສົມຜົນ.

ສຳລັບການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນລາວ-ກຳປູເຈຍ ກໍ່ໄດ້ມີຜົນສຳເລັດເປັນທີ່ໜ້າເພິ່ງພໍໃຈມາເປັນສ່ວນຫຼາຍແລ້ວ. ກໍລະນີບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ຝ່າຍລາວກໍ່ໄດ້ອີງໃສ່ຂໍ້ມູນ ແລະ ຫຼັກຖານທາງປະຫວັດສາດ, ພະຍານຈາກຄົນຮຸ້ນກ່ອນ ແລະ ແຜນທີ່ໆຝຣັ່ງໄດ້ປະໄວ້ຈຳນວນໜຶ່ງ. ເປັນທີ່ເຂົ້າໃຈດີວ່າ ການທີ່ຝ່າຍລາວບໍ່ໄດ້ຕອບໂຕ້ຕໍ່ການໃຊ້ກຳລັງບຽດຢຶດ ແລະ ຢຶດຄອງບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ຂອງຝ່າຍກຳປູເຈຍ ຍ້ອນວ່າຝ່າຍລາວເຄົາລົບນັບຖືການຕົກລົງຂອງສອງຝ່າຍໃນເມື່ອກ່ອນນວ່າແມ່ນ “ຈຸດຄົງຄ້າງຊົ່ວຄາວ” ທັງເຊື່ອໝັ້ນວ່າ ຈະສືບຕໍ່ຮ່ວມກັບຝ່າຍກຳປູເຈຍ ພິຈາລະຈາປະຕິບັດຕາມຫຼັກການທີ່ໄດ້ຮັບຮອງນຳກັນ. ການກະທຳເຊັ່ນນີ້ ແມ່ນເຈດຕະນາຂອງຝ່າຍກຳປູເຈຍທີ່ຢາກໃຫ້ຝ່າຍລາວ ຍອມຮັບຮູ້ຕາມສະພາບຕໍ່ການຄອບຄອງດິນແດນດ້ວຍການໃຊ້ກຳລັງເຂົ້າບຽດຢຶດ ແລະ ຢຶດຄອງ.

ການກະທຳດ້ວຍເຫດຜົນຂອງຝ່າຍກຳປູເຈຍ ທີ່ອ້າງວ່າ ເປັນອະທິປະໄຕຂອງຕົນ ໂດຍໃຊ້ກຳລັງເພື່ອຄວາມຊອບທຳຂອງຕົນນັ້ນ ບໍ່ເປັນສິ່ງທີ່ໜ້າເຊື່ອຖືສຳລັບປະຊົນກຳປູເຈຍ ແລະ ກໍ່ເປັນທີ່ຮັບບໍ່ໄດ້ສຳລັບປະຊາຊົນລາວ ເພາະເປັນການບໍ່ເຄົາລົບຕໍ່ຂໍ້ຕົກລົງຂອງທັງສອງຝ່າຍ. ຝ່າຍກຳປູເຈຍ ອາດຈະບໍ່ຄຳນຶງເຖິງຜົນສະທ້ອນທີ່ຈະຕາມມາພາຍຫຼັງວ່າ ການຄອບຄອງດິນແດນຂອງປະເທດອື່ນ ໃນໄລຍະຍາວຢ່າງຜິດກົດໝາຍນັ້ນ ຈະບໍ່ເປັນຜົນດີສຳລັບສອງຝ່າຍໃນການແກ້ໄຂບັນດາໂດຍສັນຕິວິທີ. ການແກ່ຍາວບັນດັ່ງກ່າວ ຍັງຈະສົ່ງຜົນສະທ້ອນຕໍ່ສັນຕິພາບ,​ສະຖຽນລະພາບຕາມບໍລິເວນຊາຍແດນຂອງທັງສອງປະເທດ ແລະ ໃນພາກພື້ນອາຊຽນນຳອີກ.

ໃນພາກປະຕິບັດທາງສາກົນໃນການແກ້ໄຂບັນຫາຊາຍແດນຮ່ວມກັນນັ້ນ ຈະສາມາດຳເນີນຜ່ານການເຈລະຈາສອງຝ່າຍໂດຍສັນຕິວິທີ ຫຼື ທາງເລືອກສຸດທ້າຍກໍ່ສາມາດສະເໜີແກ້ໄຂໂດຍສານຍຸດຕິທຳສາກົນ (ສານໂລກ). ຕໍ່ຈຸດຄົງຄ້າງດັ່ງກ່າວ, ສະຖາບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງຊາດ ໄດ້ວິເຄາະ ແລະ ຕຶກຕອງເຖິງທາງເລືອກທີ່ຕອບສະໜອງຜົນປະໂຫຍດອັນສູງສຸດຂອງຊາດນັ້ນ ສົມຄວນຈະດຳເນີນໄປຢ່າງສັນມິດ ດ້ວຍສັນຕິວິທີໂດຍສອງຝ່າຍທີ່ກ່ຽວຂ້ອງ.

ສປປ.ລາວ ແລະ ກຳປູເຈຍ ຕ່າງກໍ່ເປັນສະມາຊິກຂອງອົງການສາກົນເຊັ່ນ: ສະຫະປະຊາຊາດ, ອາຊຽນ, ສະມາຊິກທະນາຄານໂລກ, ກອງທຶນສາກົນ, ທະນາຄານພັດທະນາອາຊີ ແລະ ອື່ີນໆ ທີ່ສຳຄັນໃນນັ້ນທັງສອງປະເທດ ຍັງຖືກອົງການສະຫະປະຊາຊາດ ຈັດເຂົ້າໃນກຸ່ມປະເທດທີ່ດ້ອຍພັດທະນາຂອງໂລກ. ແນວໃດກໍ່ດີ, ທັງສອງປະເທດກຳລັງພະຍາຍາມອອກແຮງ ເພື່ອນຳເອົາປະເທດຊາຍກ້າວອອກຈາກສະພາບທີ່ມີລະດັບເສດຖະກິດຫຼ້າຫຼັງ.

ຄວາມຂັດແຍ່ງດ້ານຊາຍແດນແມ່ນສິ່ງທີ່ທ້າທາຍ ແລະ ລະອຽດອ່ອນ ເຊິ່ງມີຄວາມຈຳເປັນຕ້ອງແກ້ໄຂບັນຫາໃຫ້ສອດຄ່ອງກັບຄວາມເປັນຈິງ. ຕ້ອງຫຼີກເວັ້ນຄວາມອາດສາມາດທີ່ຈະພາໃຫ້ເກີດມີຄວາມເຄັ່ງຕຶງ ແລະ ພາໄປສູ່ທາງຕັນ.

ສປປ.ລາວ ແລະ ກຳປູເຈຍ ທີ່ມີສາຍພົວພັນທາງການທູດນຳກັນເປັນເວລາ 60 ປີແລ້ວ ຄວນຈະຖະນຸຖະໜອມສາຍພົວພັນອັນດີນັ້ນໄວ້ຕະຫຼອດການ ແລະ ຈະຕ້ອງບໍ່ໃຫ້ມູນເຊື້ອມິດຕະພາບທີ່ເຄີຍມີມານັ້ນມົວໜອງ ແລະ ຖອຍຫຼັງ.

ເປັນຄວາມຈິງທີ່ວ່າ ອຳນາດອະທິປະໄຕ ແລະ ຜື່ນແຜ່ນດິນອັນຄົບຖ້ວນແມ່ນຝັງເລິກໃນຈິດໃຈຂອງແຕ່ລະຊາດ ເມື່ອມີການລ່ວງລະເມີດ ຕໍ່ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດ ແມ່ນຕ້ອງມີການປົກປ້ອງຈົນເຖິງທີ່ສຸດ. ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ແມ່ນມູນມໍລະດົກຂອງຊາດທີ່ຕ້ອງໄດ້ຮັບການປົກປ້ອງ, ແຕ່ການທີ່ຝ່າຍກຳປູເຈຍ ໃຊ້ກຳລັງທະຫານເຂົ້າມາຢຶດຄອງບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ນັ້ນເປັນການສົ່ງສັນຍານບົ່ງບອກເຖິງການທ້າທ້າຍໃນການຳໃຊ້ກຳລັງ ເພື່ອແກ້ໄຂບັນຫາ ເຊິ່ງຖືວ່າຂັດກັບສົນທິສັນຍາມິດຕະພາບ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກໍ່ຄື 4 ຫຼັກການທີ່ໄດ້ກຳນົດອອກໃນບົດບັນທຶກ ລະຫວ່າງຄະນະກຳມາທິການຊາຍແດນຂອງສອງປະເທດລາວ ແລະ ກຳປູເຈຍ.

ເນື້ອໃນຈິດໃຈຂອງກົດບັດສະຫະປະຊາຊາດ ແມ່ນຢາກຊຸກຍູ້ໃຫ້ສ້າງເງື່ອນໄຂທີ່ເອື້ອອຳນວຍກໍ່ໃຫ້ເກີດຄວາມຍຸດຕິທຳ ແລະ ນັບຖືພັນທະໜ້າທີ່ໆລະບຸໄວ້ໃນສົນທິສັນຍາ ແລະ ກົດໝາຍສາກົນ. ຄຽງຄູ່ກັນນນີ້, ກົດບັດສະຫະປະຊາຊາດ ຍັງໄດ້ລະບຸວ່າ “ຄວາມສະແດງຄວາມອົດກັ້ນ ແລະ ຢູ່ຮ່ວມກັນໂດຍສັນຕິ ໃນຖານະເພື່ອນບ້ານໃກ້ຄຽງທີ່ດີຕໍ່ກັນ, ບໍ່ນຳໃຊ້ກຳລັງຕໍ່ກັນ, ຮັກສາຜົນປະໂຫຍດຮ່ວມກັນດ້ວຍການຍອມຮັບຫຼັກການ ແລະ ວິທີການຂອງບັນຫາສະຖາບັນຕ່າງໆ”. ການທີ່ ສປປ.ລາວ ແລະ ກຳປູເຈຍ ຫາທາງອອກຢ່າງສັນຕິຕໍ່ຂໍ້ຂັດແຍ່ງໃນບໍລິເວນຊາຍແດນລ້ວນແລ້ວແຕ່ແມ່ນການປະກອບສ່ວນຕໍ່ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ.

ນອກຈາກກົດບັດສະຫະປະຊາຊາດແລ້ວ, ກົດບັດອາຊຽນ ກໍ່ໄດ້ລະບຸໃນມາດຕາ 2 ຂໍ 2 ວ່າ:

(ກ) ເຄົາລົບເອກະລາດ, ອະທິປະໄຕ, ຄວາມສະເໝີພາບ ແລະ ຜື່ນແຜ່ນດິນອັນຄົບຖ້ວນ ແລະ ເອກະລັກແຫ່ງຊາດຂອງທຸກໆປະເທດອາຊຽນ;

(ຂ) ບໍ່ໃຫ້ໃຊ້ກຳລັງຮຸກຮານ ແລະ ຂົ່ມຂູ່ ຫຼື ໃຊ້ກຳລັງ ຫຼື ການກະທຳທຸກຮູບແບບ ທີ່ບໍ່ສອດຄ່ອງກັບກົດໝາຍສາກົນ;

(ຄ) ຢຶດໝັ້ນໃນການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ.

ຄວາມຮັບຜິດຊອບຕໍ່ການແກ້ໄຂບັນຫາ ບໍ່ພຽງແຕ່ແມ່ນວຽກຂອງຄະນະກຳມາທິການຊາຍແດນຂອງສອງປະເທດເທົ່ານັ້ນ, ແຕ່ທັງສອງຝ່າຍ ຍັງຈະຕ້ອງກວດກາຄືນເຖິງຄວາມຜິດພາດທາງດ້ານເຕັກນິກໃນໄລຍະທີ່ຜ່ານມາ. ທັງສອງຝ່າຍຕ້ອງຕັ້ງໜ້າແກ້ໄຂບັນຫາດ້ວຍການວາງຍຸດທະສາດທີ່ມີປະສິດທິພາບ ເພື່ອຫຼຸດຜ່ອນການຂັດແຍ່ງກັນ, ຕ້ອງມີຄວາມຈິງໃຈ ແລະ ບໍ່ລະແວງສົງໄສກັນ, ຕ້ອງມີການຮັບປະກັນຕໍ່ກັນວ່າຈະສຸມໃສ່ແກ້ໄຂບັນຫາໃຫ້ລຸລ່ວງໂດຍດີ.

ວິທີທາງທີ່ດີໃນເວລາເຈລະຈາກັນ ແມ່ນສະເໜີໃຫ້ວິຊາການທາງດ້ານກົດໝາຍສາກົນ ຊອກຫາຕົ້ນປາຍສາເຫດຂອງບັນຫາທີ່ກໍ່ໃຫ້ເກີດການຂັດແຍ່ງກັນທາງຊາຍແດນວ່າມາຈາກການຕີຄວາມໝາຍ ແລະ ຄວາມເຂົ້າໃຈດ້ານແຜນທີ່ ຄົນລະຄວາມຄິດ ຫຼື ແນວຄິດ ຫຼື ວ່າມີເຈດຕະນາຢາກໃຫ້ຝ່າຍໜຶ່ງຕົກໃນເລ່ກົນຫຼອກລວງ. ຕາມບົດຮຽນຂອງຫຼາຍປະເທດໃນໂລກ ການແກ້ໄຂບັນຫາຊາຍແດນແມ່ນໃຊ້ເວລາຫຼາຍປີ, ບໍ່ແມ່ນຈະເອົາບັນຫາອື່ນແຊກຊ້ອນເຂົ້າມາ ເພື່ອສ້າງສະຖານະການ ຫາກຂາດຄວາມໂປ່ງໃສ ມີຄວາມສະແວງເຊິ່ງກັນ ແລະ ກັນກໍ່ຈະບໍ່ສາມາດຜ່ານຜ່າອຸປະສັກຫຍຸ້ງຍາກໄດ້. ທັງສອງຝ່າຍຄວນເຂົ້າໃຈກັນ ແລະ ຕ້ອງຫຼີກເວັ້ນການນຳເອົາກຳລັງທະຫານເຂົ້າມາຂົ່ມຂູ່ແກ້ໄຂບັນຫາ ອັນຈະພາໃຫ້ມີການເພີ່ມເຕີມຄວາມເປັນປໍລະປັກກັນໃນຍຸກໃໝ່ ເຊິ່ງຈະຖືກປະຫວັດສາດຂອງສອງປະເທດກ່າວປະນາມ.

ບົດຮຽນທີ່ຝ່າຍລາວ ປະສົບຜົນສຳເລັດໃນການຂີດເສັ້ນຊາຍແດນກັບ ສປ.ຈີນ, ສສ.ຫວຽດນາມ ແລະ ມຽນມານັ້ນ ກໍ່ແມ່ນມາຈາກຄວາມຈິງໃຈ, ຢຶດຖືຄວາມສະເໝີພາບ, ການຕອບສະໜອງເຊິ່ງກັນ ແລະ ກັນ, ການນັບຖື ແລະ ປະຕິບັດຕຍາມສົນທິສັນຍາ ແລະ ສັນຍາທີ່ຝຣັ່ງປະໄວ້ໃຫ້ລາວ ໃນຖານະຜູ້ສືບທອດ ແລະ ກໍ່ພ້ອມກັນປະຕິບັດຢ່າງຕັ້ງໜ້າ.

ຄະນະຄົ້ນຄວ້າປະຫວັດສາດການພົວພັນລາວ-ກຳປູເຈຍ ຂອງສະຖາບັນວິທະຍາສາດສັງຄົມແຫ່ງຊາດ ມີຄວາມເຊື່ອໝັ້ນວ່າ ຄວາມໝັ້ນຄົງ ແລະ ສະຖຽນລະພາບທາງການເມືອງ ແມ່ນບັນຫາບູລິມະສິດ ເພື່ອນຳພາປະເທດຊາດພັດທະນາກ້າວຂຶ້ນ ແນ່ໃສ່ໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ເພື່ອຄວາມກາ້ວໜ້າສີວິໄລທາງສັງຄົມ. ແນວໃດກໍ່ດີ, ເປັນທີ່ຮູ້ກັນວ່າ ເນື້ອແທ້ຂອງຄວາມໝັ້ນຄົງນັ້ນ ແມ່ນບັນຫາທີ່ກວ້າງຂວາງ ທີ່ກວມເອົາທັງປັດໄຈພາຍໃນ ແລະ ພາຍນອກ.

ຈົດໝາຍທີ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ແລະ ສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີຂອງກຳປູເຈຍ ເຊັນຮ່ວມກັນເຖິງທ່ານ ເອມມານູແອວ ມາຄຼອງ ປະທານປະເທດຝຣັ່ງ ສະບັບລົງວັນທີ 6 ກັນຍາ 2017 ທີ່ໃຫ້ການສະໜັບສະໜູນຢ່າງເຕັມປ່ຽມຕໍ່ຄວາມພະຍາຍາມຂອງທັງສອງລັດຖະບານ ໃນການກຳນົດເສັ້ນຊາຍແດນຮ່ວມຂອງສອງປະເທດ ດ້ວຍການເຄົາລົບຕໍ່ກົດໝາຍສາກົນ ພ້ອມທັງມອບໝາຍໃຫ້ພາກສ່ວນທີ່ກ່ຽວຂ້ອງທີ່ຊຳນານງານດ້ານເຕັກນິກໃຫ້ການຮ່ວມມື, ລວມທັງເອກະສານຕ່າງໆທີ່ຝຣັ່ງຈະສະໜອງໃຫ້ບົນພື້ນຖານຂໍ້ກຳນົດທາງດ້ານເຕັກນິກ ທີ່ໄດ້ມີການຕົກລົງກັນແລ້ວລະຫວ່າງລາວ ແລະ ກຳປູເຈຍ ນັ້ນຖືເປັນສັນຍານທີ່ດີ.

ສະຫຼຸບແລ້ວ, ການແກ້ໄຂບັນຫາຊາຍແດນດ້ວຍສັນຕິວິທີ ແມ່ນທາງອອກທີ່ດີ ທີ່ລັດຖະບານ ແລະ ປະຊາຊົນສອງຊາດລາວ-ກຳປູເຈຍ ຄວນໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າ ໂດຍອີງໃສ່ຫຼັກການແຫ່ງມູນເຊື້ອມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີອັນແໝ້ນແຟ້ນຖານປະເທດບ້ານໃກ້ເຮືອນຄຽງ ທີ່ມີມາຫຼາຍເຊັ່ນຄົນແລ້ວນັ້ນ ແລະ ກໍ່ຕ້ອງໃຫ້ສອດຄ່ອງກັບບັນຫາຫຼັກການແຫ່ງກົດໝາຍສາກົນ.

HTML tutorial