
ສຳນັກຂ່າວຕ່າງປະເທດລາຍງານ 1 ພຶດສະພາ 2018 ວ່າ: ທຳນຽບປະທານປະເທດລັດເຊຍອອກເຜີຍແຜ່ຖະແຫຼງການເມື່ອວັນຈັນ ທີ່ຜ່ານມາ, ເປັນການສົນທະນາທາງໂທລະສັບລະຫວ່າງທ່ານ ປູຕິນ ປະທານປະເທດລັດເຊຍ ກັບ ທ່ານ ເອມມານູເອວ ມາຄຼອງ ປະທານປະເທດຝຣັ່ງ, ໂດຍຜູ້ນຳລັດເຊຍ ແລະ ຜູ້ນຳຝຣັ່ງເຫັນດີຮ່ວມກັນວ່າ ຄູ່ຮ່ວມສັນຍາໃນຂໍ້ຕົກລົງນິວເຄຼຍອີຣານ ເມື່ອປີ 2015 ຕ້ອງປະຕິບັດຕາມເງື່ອນໄຂທັງໝົດຢ່າງເຂັ້ມງວດ ແລະ ເພື່ອຮັກສາໄວ້ເຊິ່ງຜົນປະໂຫຍດຮ່ວມກັນຂອງທຸກຝ່າຍຈາກຂໍ້ຕົກລົງດັ່ງກ່າວ.
Telephone conversation with President of France Emmanuel Macron https://t.co/lEvQcxTuaY— President of Russia (@KremlinRussia_E) April 30, 2018
ເຖິງຢ່າງໃດກໍ່ຕາມ, ທຳນຽບປະທານປະເທດຝຣັ່ງລາຍງານວ່າ: ທ່ານ ເອມມານູເອວ ມາຄຼອງ ໄດ້ສະແດງຄວາມຫວັງວ່າຈະມີການປຶກສາຫາລືໃນອະນາຄົດ ກ່ຽວກັບແນວທາງປະຕິບັດເພື່ອປ້ອງກັນການກັບມາເດີນໜ້າໂຄງການນິວເຄຼຍຂອງອີຣານ ພາຍຫຼັງປີ 2025 ຫຼື ເມື່ອຂໍ້ຕົກລົງສະບັບປັດຈຸບັນໝົດອາຍຸເມື່ອຄົບ 10 ປີ, ແຕ່ທ່ານ ປູຕິນ ຢືນຢັນວ່າ ຂໍ້ຕົກລົງນິວເຄຼຍອີຣານຖືເປັນພັນທະລະຫວ່າງປະເທດ ທີ່ບໍ່ມີທາງເລືອກອື່ນ ແລະ ເຕືອນວ່າຈຸດຢືນຂອງລັດຖະບານອີຣານໃນບັນຫານີ້ມີຄວາມຊັດເຈນຫຼາຍ.
ເຊິ່ງປະເທດທີ່ລົງນາມຮ່ວມກັບອີຣານໃນຂໍ້ຕົກລົງສະບັບນີ້ ທີ່ເປັນການໃຫ້ລັດຖະບານອີຣານຄ່ອຍໆຫຼຸດຜ່ອນໂຄງການນິວເຄຼຍຂອງຕົນເອງ ເພື່ອແລກກັບການຜ່ອນຄາຍມາດຕະການຂວໍ້າບາດໄດ້ແກ່ 5 ປະເທດສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດໄດ້ແກ່: ສະຫະລັດ ອາເມຣິກາ, ລັດເຊຍ, ຝຣັ່ງ, ອັງກິດ ແລະ ຈີນ ໂດຍມີເຢຍລະມັນຮ່ວມນຳ ຮຽກວ່າ P 5+1.
We’ve shared this material with the United States, and the United States can vouch for its authenticity. We will also share it with other countries, and we’ll share it with the International Atomic Energy Agency. pic.twitter.com/qjijiPUAo5— Benjamin Netanyahu (@netanyahu) April 30, 2018
ໃນອີກດ້ານໜຶ່ງ, ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນ ໄດ້ເພີ່ມແຮງກົດດັນສະຫະລັດ ອາເມຣິກາ ໃຫ້ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍອີຣານ ດ້ວຍການຖະແຫຼງຜ່ານສະຖານນີໂທລະພາບແຫ່ງຊາດ ເມື່ອວັນຈັນ ທີ່ຜ່ານມາ ເພື່ອນຳສະເໜີຫຼັກຖານ ລວມທັງເອກະສານ, ພາບຖ່າຍ ແລະ ພາບກຼາບຟິກຈຳນວນຫຼາຍ ວ່າອີຣານຍັງຄົງດຳເນີນການໂຄງການນິວເຄຼຍແບບລັບໆຢູ່ ເຖິງຈະບໍ່ມີຂໍ້ມູນໃດສາມາດໃຊ້ບົ່ງບອກວ່າລັດຖະບານອີຣານລະເມີດຂໍ້ຕົກລົງສະບັບປີ 2015 ຢ່າງຊັດເຈນ ແຕ່ທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ໄດ້ອອກມາສະໜັບສະໜູນຂໍ້ມູນທີ່ອິດສະຣາແອນນຳອອກມາເປີດເຜີຍ.
The Iranian regime has shown it will use destructive weapons against its neighbors and others. Iran must never have nuclear weapons. https://t.co/xYcJXJpVQh— The White House (@WhiteHouse) May 1, 2018
ສ່ວນທຳນຽບຂາວຢືນຢັນວ່າ ທ່ານ ໂດໂນ ທຣຳ ໃຫ້ເວລາຝຣັ່ງ ແລະ ເຢຍລະມັນ ເຖິງວັນທີ 12 ພຶດສະພາ ນີ້ ເຊິ່ງເປັນເສັ້ນຕາຍຂອງສະຫະລັດ ອາເມຣິກາ ທີ່ຈະໃຫ້ທ່ານ ໂດໂນ ທຣຳ ລົງນາມວ່າຈະຮັບຮອງຂໍ້ຕົກລົງສະບັບນີ້ຕໍ່ໄປຫຼືບໍ່ ໃນການສະເໜີທາງເລືອກຈາກຂໍ້ຕົກລົງສະບັບປັດຈຸບັນ ຖ້າບໍ່ດັ່ງນັ້ນທ່ານ ໂດໂນ ທຣຳ ອາດບໍ່ລົງນາມອີກ.