
ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 25 ເມສາ 2018 ວ່າ: ທ່ານ ເຣນາໂຕ ໂປ ວິນລາ ເອກອັກຄະລັດຖະທູດຟິລິບປິນ ປະຈຳກູເວດ ໄດ້ຮັບແຈ້ງຈາກກະຊວງການຕ່າງປະເທດກູເວດ ໃຫ້ເດີນທາງອອກນອກປະເທດ ພາຍໃນ 1 ອາທິດ, ການເຄື່ອນໄຫວດັ່ງກ່າວເກີດຂຶ້ນໃນຂະນະທີ່ 2 ປະເທດກຳລັງຢູ່ໃນລະຫວ່າງການເຈລະຈາ ເພື່ອຍົກເລີກຄຳສັ່ງຂອງລັດຖະບານຟິລິບປິນ ທີ່ຫ້າມແຮງງານຟິລິບປິນເດີນທາງໄປເຮັດວຽກຢູ່ປະເທດກູເວດ ພາຍຫຼັງທີ່ເກີດເຫດການຄາຕະກຳແຮງງານສາວຊາວຟິລິບປິນໃນກູເວດ ເຊິ່ງສົບຂອງລາວຖືກແຊ່ໄວ້ໃນຕູ້ເຢັນ ໃນອາພາດເມັ້ນຮ້າງຂອງນາຍຈ້າງ ທີ່ນະຄອນຫຼວງກູເວດຊີຣີ ເປັນເວລາດົນກວ່າ 1 ປີ ແລະ ມີຜູ້ພົບເຫັນເມື່ອເດືອນ ກຸມພາ ທີ່ຜ່ານມາ.
BREAKING: Kuwait News Agency reports Philippine ambassador given one week to leave the Gulf state. https://t.co/sDo55hwVGt pic.twitter.com/1aGCI8mZQN— CNN Philippines (@cnnphilippines) April 25, 2018
ໃນວັນທີ 1 ເມສາ 2018 ທີ່ຜ່ານມາ, ສານກູເວດມີຄຳຕັດສິນລັບຫຼັງ ໃຫ້ລົງໂທດປະຫານຊີວິດຊາຍຊາວລີບັງ ແລະ ເມຍຊາວຊີຣີ ທີ່ຫຼົບໜີອອກນອກກູເວດໄປແລ້ວ ໃນຂໍ້ຫາຂ້ານາງ ໂຈແອນນາ ເດີມາເຟລິສ ສາວໃຊ້ຄົນຟິລິບປິນ.
ແຕ່ການຈັບກຸມຊາວຟິລິບປິນ 2 ຄົນ ທີ່ເຮັດວຽກຢູ່ໃນສະຖານທູດປະຈຳປະເທດກູເວດ ເມື່ອຕົ້ນອາທິດນີ້ ຕາມຂໍ້ກ່າວຫາຊັກຊວນ ແລະ ຊ່ວຍເຫຼືອຄົນຟິລິບປິນຫຼາຍຄົນ ທີ່ໄປເປັນສາວໃຊ້ ໃຫ້ຫຼົບໜີຈາກເຮືອນນາຍຈ້າງ ເຊິ່ງຖືເປັນການລ່ວງລະເມີດ ແລະ ສ້າງຄວາມບໍ່ພໍໃຈໃຫ້ແກ່ລັດຖະບານກູເວດ ເປັນເຫດໃຫ້ກູເວດຕ້ອງຂັບໄລ່ທູດຟິລິບປິນ ເຖິງແມ່ນວ່າ ທ່ານ ອະລັນ ປີເຕີ ຄາເຢຕາໂນ ລັດຖະມົນຕີກະຊວງການຕ່າງປະເທດຟິລິບປິນ ຈະອອກຖະແຫຼງການຂໍໂທດແລ້ວກໍ່ຕາມ.
ຖະແຫຼງການຂອງກະຊວງການຕ່າງປະເທດກູເວດ ກ່າວວ່າ ເຈົ້າໜ້າທີ່ການທູດຟິລິບປິນ ໃນນະຄອນຫຼວງກູເວດຊີຕີ ທ້າທາຍກົດໝາຍຂອງກູເວດຢ່າງຕັ້ງໃຈ ດ້ວຍການລັກລອບພາແຮງງານຊາວຟິລິບປິນຫຼົບໜີ.
ປັດຈຸບັນມີແຮງງານຟິລິບປິນເຮັດວຽກຢູ່ໃນປະເທດກູເວດ 260,000 ຄົນ ສ່ວນໃຫຍ່ເປັນແຮງງານເພດຍິງ ທີ່ເຮັດອາຊີບເປັນແມ່ບ້ານ.