
ສຳນັກຂ່າວຕ່າງປະເທດລາຍງານ 15 ເມສາ 2018 ວ່າ: ພົນໂທ ເຄນເນດ ແມັກເຄນຊີ ເສນາທິການກອງກຳລັງໜ່ວຍຮົບພິເສດສະຫະລັດ ອາເມຣິກາ ຖະແຫຼງເມື່ອວັນເສົາ ທີ່ຜ່ານມາວ່າ: ປະຕິບັດການໂຈມຕີທາງອາກາດຂອງກອງທັບສະຫະລັດ ອາເມຣິກາ ແລະ ພັນທະມິດທີ່ປະກອບດ້ວຍຝຣັ່ງ ແລະ ອັງກິດ ຕໍ່ເປົ້າໝາຍທາງຍຸດທະສາດຢ່າງໜ້ອຍ 3 ແຫ່ງໃນຊີຣີ ເມື່ອຕອນເຊົ້າມືດຂອງວັນທີ 14 ເມສາ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ, ໃນນະຄອນຫຼວງດາມັດສະກັດນັ້ນ ສາມາດສ້າງຜົນກະທົບຢ່າງໃຫຍ່ຫຼວງ ໃຫ້ກັບຂີດຄວາມສາມາດຂອງລັດຖະບານຊີຣີ ໃນການພັດທະນາ ແລະ ເຄື່ອນຍ້າຍອາວຸດເຄມີຄັ້ງຕໍ່ໄປ ໂດຍກ່າວຢ້ຳວ່າ ຜົນລັບຂອງການໂຈມຕີທີ່ເກີດຂຶ້ນຍັງບໍ່ໄດ້ໝາຍຄວາມວ່າລັດຖະບານຊີຣີ ຈະບໍ່ສາມາດຜະລິດອາວຸດເຄມີໄດ້ອີກ ເນື່ອງຈາກຍັງຄົງມີອົງປະກອບສຳຄັນບາງສ່ວນຍັງຫຼົງເຫຼືອຢູ່.


.@ChiefPenSpox Dana W. White and Marine Lt. Gen. Kenneth F. McKenzie Jr., director, Joint Staff, provide an update … https://t.co/qi7UZieaJM— U.S. Dept of Defense (@DeptofDefense) April 14, 2018
ເຊິ່ງທ່ານ ພົນໂທ ແມັກເຄນຊີ ຢືນຢັນວ່າ ປະຕິບັດການທີ່ເກີດຂຶ້ນປະສົບຄວາມສຳເລັດ ຕາມແຜນການທີ່ວາງໄວ້ ໂດຍຂີປນະາວຸດທັງໝົດ 105 ລູກ ສາມາດທຳລາຍເປົ້າໝາຍທັງ 3 ແຫ່ງໄດ້ຢ່າງມີປະສິດທິພາບ ຄືສູນວິທະຍາສາດແຫ່ງຊາດ ຕັ້ງຢູ່ນະຄອນຫຼວງດາມັດສະກັດ ຕາມດ້ວຍຖານທັບ ແລະ ຄັງອາວຸດເຄມີ ໃນເມືອງຮອມ ຫ່າງຈາກນະຄອນຫຼວງດາມັດສະກັດອອກໄປທາງຕາເວັນຕົກ ແລະ ໃກ້ກັບຊາຍແດນລີບັງ, ຂະນະທີ່ກອງທັບຊີຣີຕອບໂຕ້ດ້ວຍການຍິງຂີປນະາວຸດຈາກພື້ນສູ່ອາກາດປະມານ 40 ລູກ ເຊິ່ງທ່ານ ພົນໂທ ແມັກເຄນຊີກ່າວວ່າການທີ່ຂີປະນາວຸດດັ່ງກ່າວຂອງກອງທັບຊີຣີບໍ່ແມ່ນຂີປະນາວຸດນຳວິຖີ ຈຶ່ງມີຄວາມເປັນໄປໄດ້ສູງຫຼາຍທີ່ວັດຖຸຈະໄປຕົກລົງໃນເຂດຊຸມຊົນ ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ ໃນຂະນະທີ່ປະຕິບັດການຂອງສະຫະລັດ ອາເມຣິກາ ແລະ ພັນທະມິດ ເປັນໄປດ້ວຍຄວາມລະມັດລະວັງຂັ້ນສູງສຸດ ຈຶ່ງບໍ່ສ້າງຄວາມເສຍຫາຍໃດໆໃຫ້ແກ່ປະຊາຊົນຊີຣີ ທີ່ອາໄສຢູ່ບໍລິເວນໃກ້ຄຽງກັບສະຖານທີ່ທີ່ຖືກໂຈມຕີ.
![]() |
ສູນວິໄຈວິທະຍາສາດແຫ່ງຊາດຊີຣີ ທີ່ຖືກ ສ.ອາເມຣິກາ ແລະ ພັນທະມິດໂຈມຕີ |
Начальник Главного оперативного управления Генштаба ВС РФ генерал-полковник Сергея #Рудской провел брифинг для представителей СМИ по ситуации в #Сирия pic.twitter.com/QNwYfC28cr— Минобороны России (@mod_russia) April 14, 2018
ເຖິງຢ່າງໃດກໍ່ຕາມ, ລາຍງານຂອງກະຊວງປ້ອງກັນປະເທດລັດເຊຍລະບຸວ່າ: ສະຫະລັດ ອາເມຣິກາ ແລະ ພັນທະມິດໃຊ້ຂີປະນາວຸດລວມກັນທັງໝົດ 103 ລູກ ເປັນຂີປະນາວຸດນຳວິຖີຈາກອາກາດສູ່ພື້ນ ເຊິ່ງຖືກຍິ່ງຈາກທັງທາງອາກາດ ແລະ ຈາກທາງທະເລ ທີ່ປະກອບດ້ວຍການຍິງຂີປະນາວຸດໂທມາຮັອກ ມາຈາກເຮືອຮົບ ແລະ ຂີປະນາວຸດນຳວິຖີ ຈາກຍົນຖິ້ມລະເບີດທາງຍຸດທະສາດ B-1B, ຍົນຮົບ F-15, F-16 ແລະ ຍົນຮົບ Tarnodo ແຕ່ລະບົບປ້ອງກັນໄພທາງອາກາດຂອງກອງທັບຊີຣີ ສາມາດສະກັດການໂຈມຕີຂອງຂີປນະາວຸດດໄດ້ 71 ລູກ ຫຼື 70% ແລະ ມີປະຊາຊົນໃນເມືອງຮອມ ໄດ້ຮັບບາດເຈັບ 3 ຄົນ ຈາກການປ່ຽນທິດທາງຂອງໜຶ່ງໃນຂີປະນາວຸດທີ່ລະບົບສະກັດໃຫ້ປ່ຽນທິດທາງ.
A perfectly executed strike last night. Thank you to France and the United Kingdom for their wisdom and the power of their fine Military. Could not have had a better result. Mission Accomplished!— Donald J. Trump (@realDonaldTrump) April 14, 2018
ຂະນະທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ເຊິ່ງເປັນຜູ້ອອກຄຳສັ່ງ ໃນຖານະຜູ້ບັນຊາການສູງສຸດຂອງກອງທັບສະຫະລັດ ອາເມຣິກາ ຕາມລັດຖະທຳມະນູນຂອງສະຫະລັດ ອາເມຣິກາ ລົງຂໍ້ຄວາມໃນ Twitter ວ່າ: “ພາລະກິດສຳເລັດລຸລ່ວງ” ພ້ອມທັງຂອບໃຈການສະໜັບສະໜູນຈາກຝຣັ່ງ ແລະ ອັງກິດ.