
ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 13 ເມສາ 2018 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຖະແຫຼງຈາກທຳນຽບຂາວເມື່ອຄືນວັນສຸກ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ວ່າທ່ານໄດ້ອອກຄຳສັ່ງໃຫ້ກອງທັບສະຫະລັດ ອາເມຣິກາ ປະຕິບັດການໂຈມຕີແບບເຈາະຈົງສະເພາະ ຕໍ່ເປົ້າໝາຍທີ່ມີສ່ວນກ່ຽວຂ້ອງກັບໂຄງການຜະລິດອາວຸດເຄມີຂອງຊີຣີ ໂດຍປະຕິບັດການດັ່ງກ່າວໄດ້ຮັບການສະໜັບສະໜູນ ຈາກອັງກິດ ແລະ ຝຣັ່ງ.
— Donald J. Trump (@realDonaldTrump) April 14, 2018
ເຊິ່ງທ່ານ ໂດໂນ ທຣຳ ກ່າວວ່າ ການຕັດສິນໃຈໃຊ້ຄຳສັ່ງໂຈມຕີທາງທະຫານໃນຊີຣີຄັ້ງນີ້ ເປັນຜົນໂດຍກົງມາຈາກຄວາມລົ້ມເຫຼວຫຼາຍຄັ້ງຂອງລັດເຊຍ ແລະ ອີຣານ ໃນການຮັກສາຄຳໝັ້ນສັນຍາ ເພື່ອຮ່ວມຍຸດຕິໂຄງການອາວຸດເຄມີຂອງລັດຖະບານຊີຣີ ແລະ ປ່ອຍໃຫ້ທ່ານ ບາຊາ ອັນ-ອັສຊາດ ຜູ້ນຳຊີຣີ ໃຊ້ອາວຸດຮ້າຍແຮງນີ້ຂ້າປະຊາຊົນຂອງຕົນເອງ ມາດຕະການທາງທະຫານຈຶ່ງເປັນຍຸດທະວິທີທີ່ເໝາະສົມທີ່ສຸດ ເພື່ອລົງໂທດ ແລະ ຕັກເຕືອນບໍ່ໃຫ້ລັດຖະບານຊີຣີກະທຳການແບບນັ້ນອີກ, ຂະນະດຽວກັນ ທ່ານ ໂດໂນ ທຣຳ ຢືນຢັນວ່າ ຈະບໍ່ມີການປັກຫຼັກແບບບໍ່ມີກຳນົດ ຂອງກຳລັງພົນ ແລະ ອາວຸດຂອງສະຫະລັດ ອາເມຣິກາໃນຊີຣີ.
The Prime Minister @theresa_may has made a statement on Syria: https://t.co/bBfYyowUIo pic.twitter.com/QlTeFXmOkt— UK Prime Minister (@10DowningStreet) April 14, 2018
ໃນເວລາດດຽວກັນທຳນຽບລັດຖະບານອັງກິດ ກໍ່ໄດ້ເຜີຍແຜ່ຖະແຫຼງການຂອງທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີ ວ່າພາຍຫຼັງທີ່ປຶກສາຫາລືຮ່ວມກັບສະຫະລັດ ອາເມຣິກາ ແລະ ຝຣັ່ງແລ້ວ ທຸກຝ່າຍເຫັນດີຮ່ວມກັນ ບໍ່ມີທາງເລືອກທີ່ເໝາະສົມ ນອກເໜືອຈາກການໃຊ້ມາດຕະການທາງທະຫານຕໍ່ຊີຣີ ແລະ ການຕັດສິນໃຈຂອງທ່ານ ນາງ ຕັ້ງຢູ່ບົນພື້ນຖານຂອງການປົກປ້ອງຜົນປະໂຫຍດຂອງອັງກິດເປັນສຳຄັນ ພ້ອມທັງຢືນຢັນວ່າ ປະຕິບັດການທາງທະຫານຄັ້ງນີ້ ຈະເປັນໄປດ້ວຍຄວາມແມ້ນຢຳທີ່ສຸດ ເພື່ອປົກປ້ອງການສູນເສຍແກ່ຊີວິດ ແລະ ຊັບສິນຂອງປະຊາຊົນຊີຣີ ແລະ ທຳນຽບປະທານປະເທດຝຣັ່ງ ອອກຖະແຫຼງການວ່າ ກອງທັບຝຣັ່ງໄດ້ຮັບຄຳສັ່ງຈາກທ່ານ ເອມມານູເອວ ມາຄຼອງ ປະທານປະເທດ ໃຫ້ຮ່ວມປະຕິບັດການທາງທະຫານໃນຊີຣີ ກັບ ສະຫະລັດ ອາເມຣິກາ ແລະ ອັງກິດ.
ຂະນະທີ່ແຫຼ່ງຂ່າວໃນກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ເປີດເຜີຍໃນເບື້ອງຕົ້ນວ່າ ອາວຸດທີ່ໃຊ້ໃນການໂຈມຕີຫຼັກ ຍັງຄົງເປັນຂີປະນາວຸດໂທມາຮັອກ, ດ້ານສຳນັກຂ່າວ SANA ລາຍງານການເກີດລະເບີດຢ່າງຮຸນແຮງ ຢ່າງໜ້ອຍ 6 ຈຸດ ໃນນະຄອນຫຼວງດາມັດສະກັດ ສ່ວນໃຫຍ່ຢູ່ໃນເຂດບາຊາ ທີ່ຢູ່ທາງເບື້ອງຕາເວັນອອກຂອງນະຄອນຫຼວງ ປະເທດຊີຣີ ເຊິ່ງເປັນສະຖານທີ່ຕັ້ງຂອງສູນວິໄຈວິທະຍາສາດແຫ່ງຊາດ.
ນອກຈາກນີ້, ການເຄື່ອນໄຫວທາງທະຫານຂອງສະຫະລັດ ອາເມຣິກາ, ອັງກິດ ແລະ ຝຣັ່ງ ທີ່ມີຕໍ່ຊີຣີໃນຄັ້ງນີ້ ເກີດຂຶ້ນພຽງບໍ່ພໍເທົ່າໃດຊົ່ວໂມງ ພາຍຫຼັງທີ່ມີການປະຊຸມຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ແລະ ທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ສະຫະປະຊາຊາດ ເຕືອນວ່າ ເຫດການໃນຊີຣີໄດ້ບານປາຍເປັນສົງຄາມເຢັນ ລະຫວ່າງສະຫະລັດ ອາເມຣິກາ ກັບ ລັດເຊຍແລ້ວ.