
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 12 ເມສາ 2018 ທີ່ຜ່ານມາວ່າ: ທ່ານ ນາງ ຊາຣາ ແຊນເດີ ໂຄສົກທຳນຽບຂາວ ກ່າວວ່າ: ທ່ານ ໂດໂນ ທຣຳ ຍັງບໍ່ໄດ້ຕັດສິນໃຈຂັ້ນສຸດທ້າຍ ກ່ຽວກັບປະຕິບັດການທາງທະຫານໃນຊີຣີ ເພື່ອຕອບໂຕ້ເຫດການທີ່ມີປະຊາຊົນປະມານ 40-75 ຄົນ ເສຍຊີວິດຈາກອາວຸດເຄມີ ໃນເມືອງດູມາ ເຊິ່ງເປັນເມືອງໃຫຍ່ທີ່ສຸດໃນເຂດກູຕາ ຕາເວັນອອກ ຮອບນອກຂອງນະຄອນຫຼວງດາມັດສະກັດ ປະເທດຊີຣີ ເມື່ອທ້າຍອາທິດທີ່ຜ່ານມາ ເຖິງຢ່າງໃດກໍ່ຕາມ ຜູ້ນຳສະຫະລັດ ອາເມຣິກາ ຈະປຶກສາເລື່ອງນີ້ກັບຄະນະທີ່ປຶກສາດ້ານຄວາມໝັ້ນຄົງ ລວມເຖິງພັນທະມິດ ນັ້ນກໍ່ຄື: ອັງກິດ ແລະ ຝຣັ່ງຕໍ່ໄປ.
“The president and his national security team met today. That meeting was chaired by the vice president and they discussed a lot of options,” White House Press Sec. Sarah Sanders says on Syria talks. https://t.co/YLYOTpuPzo pic.twitter.com/oVMgsjHSII— NBC News (@NBCNews) April 12, 2018
ການຖະແຫຼງຂອງໂຄສົກທຳນຽບຂາວສອດຄ່ອງກັບການລົງຂໍ້ຄວາມໃນ Twitter ຂອງທ່ານ ໂດໂນ ທຣຳ ທີ່ເກີດຂຶ້ນກ່ອນໜ້ານັ້ນພຽງບໍ່ພໍເທົ່າໃດຊົ່ວໂມງ ວ່າທ່ານບໍ່ເຄີຍບອກຢ່າງເປັນທາງການວ່າຈະມີການໂຈມຕີທາງທະຫານຂອງສະຫະລັດ ອາເມຣິກາ ໃນຊີຣີ ເພາະສະນັ້ນ, ປະຕິບັດການດັ່ງກ່າວ “ອາດເກີດຂຶ້ນ ຫຼື ບໍ່ເກີດຂຶ້ນກໍ່ໄດ້” ເຖິງແມ່ນວ່າກ່ອນໜ້ານັ້ນທ່ານ ໂດໂນ ທຣຳ ຈະໄດ້ລົງຂໍ້ຄວາມໃນ Twitter ເຕືອນລັດເຊຍໃຫ້ກຽມພ້ອມຮັບມືກັບຂີປະນາວຸດຂອງສະຫະລັດ ອາເມຣິກາ ທີ່ຈະມີເປົ້າໝາຍໂຈມຕີຊີຣີໃນອີກບໍ່ດົນ.
Never said when an attack on Syria would take place. Could be very soon or not so soon at all! In any event, the United States, under my Administration, has done a great job of ridding the region of ISIS. Where is our “Thank you America?”— Donald J. Trump (@realDonaldTrump) April 12, 2018
ໃນດ້ານຂອງທ່ານ ເອມມານູເອວ ມາຄຼອງ ປະທານປະເທດຝຣັ່ງ ກ່າວວ່າຝຣັ່ງມີຫຼັກຖານ ວ່າລັດຖະບານຊີຣີເປັນຜູ້ໃຊ້ອາວຸດເຄມີໂຈມຕີ ຈົນເຮັດໃຫ້ປະຊາຊົນຜູ້ບໍລິສຸດຕ້ອງເສຍຊີວິດຈຳນວນຫຼາຍ ໃນເມືອງດູມາ, ແຕ່ຍັງບໍ່ໄດ້ລົງເລິກໃນລາຍລະອຽດ, ຂະນະທີ່ທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີຂອງອັງກິດ ກ່າວວ່າທ່ານ ນາງ ແລະ ຄະນະລັດຖະມົນຕີເຫັນໄດ້ເຖິງຄວາມຈຳເປັນ ຂອງການໃຊ້ມາດຕະການທາງທະຫານຕໍ່ຊີຣີ ໂດຍຈະປະສານຄວາມຮ່ວມມືກັບສະຫະລັດ ອາເມຣິກາ ແລະ ຝຣັ່ງຢ່າງໃກ້ຊິດ.
BREAKING: Russia’s UN ambassador says top priority is to avert war in Syria, doesn’t rule out possibility of US-Russian conflict.— The Associated Press (@AP) April 12, 2018
ເຖິງຢ່າງໃດກໍ່ຕາມ, ທ່ານ ວາສຊິລີ ເນເບນເຊຍ ເອກອັກຄະລັດຖະທູດລັດເຊຍ ປະຈຳສະຫະປະຊາຊາດ ກ່າວວ່າສິ່ງສຳຄັນທີ່ສຸດກ່ຽວກັບສະຖານະການໃນຊີຣີຕອນນີ້ ຄືການຮ່ວມມືກັນປ້ອງກັນບໍ່ໃຫ້ສະຫະລັດ ອາເມຣິກາ ເປີດສາກປະຕິບັດການທາງທະຫານ ທີ່ຫາກເກີດຂຶ້ນມີທິດທາງທີ່ຈະນຳໄປສູ່ການປະເຊີນໜ້າທາງອາວຸດລະຫວ່າງສະຫະລັດ ອາເມຣິກາ ກັບ ລັດເຊຍ, ໃນອີກດ້ານໜຶ່ງ ອົງການເພື່ອການຫ້າມໃຊ້ອາວຸດເຄມີ ອອກຖະແຫຼງການເລື່ອງການສົ່ງຄະນະປະຕິບັດງານລົງພື້ນທີ່ເມືອງດູມາ ໃນວັນເສົາທີ 14 ເມສາ 2018 ນີ້ ຕາມຄຳເຊີນຂອງລັດຖະບານຊີຣີ ໃນການພິສູດວ່າມີອາວຸດເຄມີແທ້ຫຼືບໍ່.