
ສຳນັກຂ່າວຕ່າງປະເທດລາຍງານ 21 ມີນາ 2018 ວ່າ: ທຳນຽບປະທານປະເທດມຽນມາອອກຖະແຫຼງການວ່າ ທ່ານ ອູ ທິນ ຈໍ ປະທານປະເທດມຽນມາລາອອກຈາກຕຳແໜ່ງແລ້ວ ໂດຍການລາອອກມີຜົນທັນທີ ແລະ ໃນໄລຍະນີ້ທ່ານ ພົນເອກ ອູ ມະຢິນ ສ່ວຍ ຮອງປະທານປະເທດຜູ້ທີ 1 ຈະປະຕິບັດໜ້າທີ່ຮັກສາການແທນ ຈົນກວ່າສະພາຈະລົງມະຕິເລືອກປະທານປະເທດຄົນໃໝ່ໄດ້ ຄືພາຍໃນ 7 ວັນ.
#BREAKING Myanmar President Htin Kyaw resigns: official statement— AFP news agency (@AFP) March 21, 2018
ເຖິງແມ່ນວ່າຖະແຫຼງການຂອງລັດຖະບານມຽນມາບໍ່ໄດ້ລະບຸເຫດຜົນ ຫຼື ສາເຫດທີ່ຊັດເຈນປະກອບການລາອອກຈາກຕຳແໜ່ງຂອງທ່ານ ອູ ທິນ ຈໍ ອາຍຸ 71 ປີ ທີ່ຮັບຕຳແໜ່ງເມື່ອວັນທີ 30 ມີນາ 2016 ແລະ ເປັນຄົນໃກ້ຊິດຮ່ວມອຸດົມການເຄື່ອນໄຫວທາງການເມືອງກັບທ່ານ ນາງ ອອງ ຊານ ຊູຈີ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດມຽນມາ ບອກພຽງວ່າທ່ານ ອູ ທິນ ຈໍ ຕ້ອງການພັກຜ່ອນ ແຕ່ການເຄື່ອນໄຫວດັ່ງກ່າວເກີດຂຶ້ນສອດຄ່ອງກັນກັບລາຍງານທີ່ມີການເປີດເຜີຍອອກມາກ່ອນໜ້ານີ້ວ່າ ທ່ານ ອູ ຖິ່ນ ຈໍ ເຂົ້າພົບໝໍມາແລ້ວຫຼາຍຄັ້ງທັງໃນ ແລະ ຕ່າງປະເທດ ໂດຍຄັ້ງຫຼ້າສຸດເກີດຂຶ້ນທີ່ສິງກະໂປ ເມື່ອເດືອນມັງກອນ 2018 ທີ່ຜ່ານມາ.