ສຳນັກຂ່າວຕ່າງປະເທດລາຍງານ 15 ມັງກອນ 2019 ວ່າ: ເມື່ອວັນຈັນ ທີ່ຜ່ານມາ, ສານປະຊາຊົນສູງສຸດທີ່ເມືອງຕ້າຫຼຽນ ໃນມົນທົນຫຼຽວໜິງ ມີຄຳພິພາກສາໃຫ້ທ້າວ ໂຣເບິດ ລອຍ ເຊວເລນເບີກ ສັນຊາດການາດາ ອາຍຸ 36 ປີ ຮັບໂທດປະທານຊີວິດ ແລະ ຢຶດຊັບສິນທັງໝົດ ຈາກຄວາມຜິດໃນຄະດີຢາເສບຕິດ ດ້ວຍການພະຍາຍາມລັກລອບຂົນຢາບ້ານ້ຳໜັກລວມຫຼາຍເຖິງ 222 ກິໂລກຣາມ ຜ່ານຈີນໄປຍັງອົດສະຕຣາລີ ໂດຍທ້າວ ເຊວເລນເບີກຖືກຈັບກຸມເມື່ອປີ 2014.
ກ່ອນໜ້ານີ້ສານຊັ້ນຕົ້ນມີຄຳພິພາກສາເມື່ອເດືອນພະຈິກ 2018 ໃຫ້ຕັດອິດສະຫຼະພາບ 15 ປີ ພ້ອມປັບໃໝ່ 150,000 ຢວນ ແລະ ເນລະເທດເມື່ອຮັບໂທດຕິດຄຸກຄົບຕາມກຳນົດ ແຕ່ທ້າວ ເຊວເລນເບີກໄດ້ຍື່ນອຸທອນເມື່ອເດືອນທັນວາ ທີ່ຜ່ານມາ ເຊິ່ງສານຮັບພິຈາລະນາໃໝ່ ແລະ ລົງຄວາມເຫັນວ່າບົດລົງໂທດເດີມນັ້ນ ປານີປານອມເກີນໄປ, ເຖິງຢ່າງໃດກໍ່ຕາມ ຈຳເລີຍຍັງມີໂອກາດຍື່ນອຸທອນຕໍ່ສານ ພາຍໃນໄລຍະເວລາ 10 ວັນ.
ຫຼັງຈາກນັ້ນບໍ່ພໍເທົ່າໃດຊົ່ວໂມງ ກະຊວງການຕ່າງປະເທດການາດາກໍ່ໄດ້ອອກຖະແຫຼງ ເຕືອນໄພພົນລະເມືອງທີ່ອາໄສຢູ່ໃນປະເທດຈີນ ແລະ ຜູ້ທີ່ກຳລັງທ່ອງທ່ຽວຢູ່ໃນຈີນ ໃຫ້ເພີ່ມຄວາມລະມັດລະວັງໃນການດຳເນີນຊີວິດປະຈຳວັນ ໂດຍກ່າວວ່າ: “ພົນລະເມືອງການາດາກຳລັງເປັນກຸ່ມສ່ຽງຂອງການໃຊ້ອຳນາດໂດຍພະລະການ ຈາກເຈົ້າໜ້າທີ່ຮັກສາກົດໝາຍໃນທ້ອງຖິ່ນ” ແລະ ເຕືອນໃຫ້ປະຊາຊົນການາດາຕື່ນຕົວ ກັບສະຖານະການດ້ານຄວາມປອດໄພ ແລະ ຄວາມໝັ້ນຄົງທີ່ອາດປ່ຽນແປງໄປ.
ເຊິ່ງນອກເໜືອຈາກທ້າວ ເຊວເລນເບີກແລ້ວ ຈີນຍັງໄດ້ຄວບຄຸມຕົວພົນລະເມືອງກາດານາໄວ້ອີກ 2 ຄົນ ນັບຕັ້ງແຕ່ເດືອນທີ່ຜ່ານມາ ຄືທ່ານ ໄມເຄິ ຄັອບຣິກ ອະດີດນັກການທູດ ແລະ ທ່ານ ໄມເຄິ ສະເປວ ນັກທຸລະກິດ ໂດຍທັງສອງຖືກດຳເນີນຄະດີໃນຂໍ້ຫາເປັນໄພຕໍ່ຄວາມໝັ້ນຄົງຂອງລັດ ເຊິ່ງສະຖານະການເກີດຂຶ້ນໃນໄລຍະທີ່ທ່ານ ນາງ ເມິ້ງ ຫວ່ານໂຈວ ລູກສາວເຈົ້າຂອງບໍລິສັດຫົວເຫວີຍ ໄດ້ຮັບການປະກັນຕົວເພື່ອລໍຖ້າຂຶ້ນສານທີ່ເມືອງແວນຄູເວີ ໃນວັນທີ 6 ກຸມພາ 2019 ນີ້ ທີ່ຈະຕັດສິນວ່າຈະສົ່ງຕົວໃຫ້ແກ່ສະຫະລັດ ອາເມຣິກາຕາມໝາຍຈັບ ໃນຂໍ້ຫາລະເມີດມາດຕະການຂວໍ້າບາດອີຣານຫຼືບໍ່.