
ສຳນັກຂ່າວຕ່າງປະເທດລາຍງານ 24 ກຸມພາ 2018 ວ່າ: ທ່ານ ຊາວາດໍ ເມດຽວເດຍ (Salvador Medialdea) ຫົວໜ້າຄະນະເຈົ້າໜ້າທີ່ປະຈຳທຳນຽມປະທານປະເທດຟິລິບປິນ ເຊີນທ່ານ ຊຸງ ຄິມ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳນະຄອນຫຼວງມະນິລາ ເຂົ້າພົບເມື່ອວັນພະຫັດທີ່ຜ່ານມາ ເພື່ອປຶກສາຫາລືກ່ຽວກັບການທີ່ປະຊາຄົມໜ່ວຍຂ່າວກອງຂອງສະຫະລັດ ອາເມຣິກາເຜີຍແຜ່ຮ່າງບົດລາຍງານ ທີ່ມີການພາດພິງເຖິງທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນວ່າ ເປັນໄພຄຸກຄາມຕໍ່ສະຖານະການຄວາມໝັ້ນຄົງໃນພູມມິພາກອາຊີຕາເວັນອອກສຽງໃຕ້ ຈາກການໃຊ້ມາດຕະການຂັ້ນເດັດຂາດໃນການປາມປາບຢາເສບຕິດ.
Had a very productive meeting with President Duterte at the Malacañan Palace. Discussed key efforts including counter-terrorism cooperation, support for Marawi, and initiatives to expand bilateral trade. pic.twitter.com/Znt2SEanLy— Ambassador Sung Kim (@USAmbManila) February 13, 2018
ໃນດ້ານຂອງສະຖານທູດສະຫະລັດ ອາເມຣິກາ ປະຈຳນະຄອນຫຼວງມະນິລາລາຍງານກ່ຽວກັບເລື່ອງນີ້ວ່າ: ທ່ານ ເອກອັກຄະລັດຖະທູດເຂົ້າພົບກັບເຈົ້າໜ້າທີ່ລະດັບສູງຂອງທຳນຽມປະທານປະເທດຟິລິບປິນ ເພື່ອອະທິບາຍວ່າການເຮັດບົດລາຍງານດັ່ງກ່າວຂອງໜ່ວຍຂ່າວກອງສະຫະລັດ ອາເມຣິກາ ອ້າງອີງຈາກຂໍ້ມູນຂອງສື່ມວນຊົນຕາມທີ່ສື່ມວນຊົນເຜີຍແຜ່ເປັນຫຼັກ ແລະ ລັດຖະບານສະຫະລັດ ອາເມຣິກາຈະສືບຕໍ່ປະຕິບັດງານຮ່ວມກັບລັດຖະບານຟິລິບປິນຕໍ່ໄປໃນທຸກດ້ານ, ຂະນະທີ່ກ່ອນໜ້ານັ້ນທ່ານ ແຮຣີ ໂຣດ ໂຄສົກທຳນຽບປະທານປະເທດຟິລິບປິນກ່າວວ່າ ທ່ານ ດູເຕເຕ ບໍ່ເຄີຍມີແນວຄິດຈັດຕັ້ງລະບອບທີ່ເປັນການທຳລາຍປະຊາທິປະໄຕ, ບໍ່ມີນະໂຍບາຍປະກາດເສິກສົງຄາມໃນທົ່ວປະເທດ ແລະ ບໍ່ຕ້ອງການສ້າງຕັ້ງລັດຖະບານປະຕິວັດແຫ່ງຊາດ.

ເຊິ່ງສຳນັກຂ່າວກອງແຫ່ງຊາດສະຫະລັດ ອາເມຣິກາ ປະກອບດ້ວຍໜ່ວຍງານ 17 ແຫ່ງ ລວມເຖິງສຳນັກຂ່າວກອງກາງ (CIA) ໄດ້ເຜີຍແຜ່ລາຍງານປະຈຳປີ ວ່າດ້ວຍການປະເມີນໄພຄຸກຄາມຈາກທົ່ວໂລກຕໍ່ສະຫະລັດ ອາເມຣິກາ ທີ່ນອກເໜືອຈາກການພາດພິງເຖິງທ່ານ ດູເຕເຕ ຍັງມີການລະບຸເຖິງມາດຕະການກວາດລ້າງຝ່າຍກົງຂ້າມທາງການເມືອງຂອງສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ ແລະ ລັດຖະທຳມະນູນສະບັບປັດຈຸບັນຂອງປະເທດໄທ ວ່າເປັນໄພຄຸກຄາມຕໍ່ລະບອບປະຊາທິປະໄຕໃນພູມມິພາກອີກດ້ວຍ.