ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 25 ກຸມພາ 2019 ທີ່ຜ່ານມາວ່າ: ທ່ານ ໄມ ເພນ ຮອງປະທານປະເທດສະຫະລັດ ອາເມຣິກາ ໄດ້ພົບປະຫາລືກັບທ່ານ ຮວນ ກວຍໂດ ຜູ້ນຳຝ່າຍຄ້ານ ແລະ ທັງເປັນປະທານສະພາແຫ່ງຊາດເວເນຊູເອລາ ທີ່ສະຖາປະນາຕົນເອງຂຶ້ນມາເປັນຜູ້ນຳຮັກສາການຂອງເວເນຊູເອລາ ເຊິ່ງສະຫະລັດ ອາເມຣິກາ ແລະ ພັນທະມິດອີກຫຼາຍກວ່າ 50 ປະເທດໃຫ້ການຍອມຮັບ ໃນລະຫວ່າງການປະຊຸມກຸ່ມລິມາ ທີ່ນະຄອນຫຼວງໂບໂກຕາ ປະເທດໂກໂລມບີ ເມື່ອວັນຈັນ ທີ່ຜ່ານມາ ໂດຍຮອງຜູ້ນຳສະຫະລັດ ອາເມຣິກາໄດ້ມອບຈົດໝາຍສະບັບໜຶ່ງຈາກທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ໃຫ້ແກ່ທ່ານ ຮວນ ກວຍໂດ ເຊິ່ງມີເນື້ອໃນສຳຄັນວ່າ ສະຫະລັດ ອາເມຣິກາສະໜັບສະໜູນ 100% ແລະ ຈະເພີ່ມແຮງກົດດັນດ້ວຍການຂະຫຍາຍຂອບເຂດມາດຕະການຂວໍ້າບາດຕໍ່ບໍລິສັດ PDVSA ທີ່ເປັນລັດວິສາຫະກິດດ້ານພະລັງງານຂອງເວເນຊູເອລາ.
ຂະນະດຽວກັນ, ທ່ານ ໄມ ເພນກ່າວວ່າລັດຖະບານສະຫະລັດ ອາເມຣິກາຍັງມີຄວາມເຊື່ອໝັ້ນວ່າຂະບວນການຖ່າຍໂອນອຳນາດທາງການເມືອງໃນເວເນຊູເອລາຈະເປັນໄປຢ່າງສັນຕິ ແຕ່ຍອມຮັບວ່າຜູ້ນຳສະຫະລັດ ອາເມຣິກາຍັງຈະພິຈາລະນາທຸກແນວທາງທີ່ເປັນໄປໄດ້ ລວມເຖິງການໃຊ້ມາດຕະການທາງທະຫານ, ໃນດ້ານຂອງທ່ານ ຮວນ ກວຍໂດ ກ່າວວ່າ ທ່ານ ນິໂຄລັສ ມາດູໂຣ ປະທານປະເທດເວເນຊູເອລາ ກຳລັງເຂົ້າສູ່ການເປັນໄພຄຸກຄາມຕໍ່ສະຫະລັດ ອາເມຣິກາຢ່າງແທ້ຈິງ, ສ່ວນທ່ານ ອີວານ ດູເກ ປະທານປະເທດໂກໂລມບີ ເຊິ່ງເປັນເຈົ້າພາບຈັດຕັ້ງການພົບປະປຶກສາຫາລືຄັ້ງນີ້ ກ່າວຮຽກຮ້ອງພັນທະມິດຮ່ວມກັນຫາວິທີການທີ່ມີປະສິດທິພາບໃນການກົດດັນໃຫ້ທ່ານ ນິໂຄລັສ ມາດູໂຣພົ້ນຈາກອຳນາດ.
ເຊິ່ງມະຕິຂອງກຸ່ມລິມາຮຽກຮ້ອງໃຫ້ກອງທັບເວເນຊູເອລາຍອມຮັບເອົາທ່ານ ຮວນ ກວຍໂດ ໃນຖານະຜູ້ນຳ ແລະ ຈະມີການຍື່ນຄຳຮ້ອງຕໍ່ສານອາຍາລະຫວ່າງປະເທດ ປະກາດໃຫ້ເຫດຄວາມຮຸນແຮງໃນເວເນຊູເອລາທີ່ເກີດຂຶ້ນໂດຍກອງກຳລັງຂອງທ່ານ ນິໂຄລັສ ມາດູໂຣ ຖືເປັນອາຊະຍາກຳຕໍ່ມະນຸດ ແຕ່ຄັດຄ້ານການໃຊ້ມາດຕະການທາງທະຫານ ທີ່ລັດຖະບານສະຫະລັດ ອາເມຣິກາສະແດງທ່າທີຢ່າງຊັດເຈນໃນເບື້ອງຕົ້ນ, ເຊິ່ງສະຫະລັດ ອາເມຣິກາບໍ່ຖືເປັນສະມາຊິກກຸ່ມລິມາ ທີ່ສ້າງຕັ້ງຂຶ້ນເມື່ອປີ 2017 ໂດຍປະກອບມີ 14 ປະເທດສະມາຊິກໃນລາຕິນອາເມຣິກາ, ແຕ່ມັກໄດ້ຮັບເຊີນໃຫ້ເຂົ້າຮ່ວມການປະຊຸມໃນຖານະຜູ້ສະໜັບສະໜູນ.
ໃນເວລາດຽວກັນ, ສະຖານະການຕາມຊາຍແດນທາງຕາເວັນຕົກຂອງເວເນຊູເອລາ ທີ່ຕິດກັບໂກໂລມບີ ແລະ ບາງສ່ວນທາງພາກໃຕ້ທີ່ຕິດກັບບຣາຊິນຍັງຄົນເປັນໄປຢ່າງເຄັ່ງຕຶງ ແລະ ເກີດເຫດຮຸນແຮງເກືອບຕະຫຼອດເວລາ, ເຖິງຈະມີທະຫານຫຼາຍກວ່າ 150 ຄົນປະກາດຝັກຝ່າຍທ່ານ ຮວນ ກວຍໂດ ແຕ່ສ່ວນໃຫຍ່ຍັງເປັນທະຫານຊັ້ນຜູ້ນ້ອຍ, ຂະນະທີ່ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຍັງປະຕິບັດຕາມຄຳສັ່ງຂອງທ່ານ ນິໂຄລັສ ມາດູໂຣ ໃນການສະກັດກັ້ນການລຳລຽງເຄື່ອງຊ່ວຍເຫຼືອຈາກສະຫະລັດ ອາເມຣິກາ ເຊິ່ງໄດ້ເກີດການປະທະກັນມາຕັ້ງແຕ່ວັນເສົາທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ ແລະ ໄດ້ຮັບບາດເຈັບອີກຫຼາຍຮ້ອຍຄົນ.