ສຳນັກຂ່າວຕ່າງປະເທດລາຍງານ 28 ກຸມພາ 2019 ວ່າ: ຈາກຄວາມຄືບໜ້າຂອງການພົບປະຫາລືຢ່າງເປັນທາງການຄັ້ງທີ 2 ລະຫວ່າງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກັບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ນະຄອນຫຼວງຮ່າໂນ້ຍ ທີ່ມີໄລຍະເວລາ 2 ວັນ ໂດຍເປີດສາກຂຶ້ນເມື່ອຕອນຄ່ຳຂອງວັນພຸດທີ່ຜ່ານມາ ແລະ ມີກຳນົດສຳເລັດໃນວັນພະຫັດນີ້, ໃນຕອນໜຶ່ງຂອງການພົບປະຫາລືແບບຄົບຄະນະ ທີ່ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ອເມຣິກາ ແລະ ເກົາຫຼີເໜືອເຂົ້າຮ່ວມດ້ວຍຄືທ່ານ ໄມ ພອມແພວ ແລະ ທ່ານ ຣີ ຢອງ-ໂຮ, ທ່ານ ໂດໂນ ທຣຳ ໄດ້ສະເໜີແນວຄິດການເປີດສຳນັກງານປະສານງານຂອງລັດຖະບານສະຫະລັດ ອາເມຣິກາໃນນະຄອນຫຼວງປຽງຢາງ ແລະ ໄດ້ຮັບການຕອບຮັບຈາກຜູ້ນຳເກົາຫຼີເໜືອ.
ເຊິ່ງຫາກສຳນັກງານດັ່ງກ່າວເກີດຂຶ້ນຈິງ ຈະຖືເປັນຈຸດເລີ່ມຕົ້ນຄັ້ງສຳຄັນໃນການຟື້ນຟູສາຍພົວພັນທາງການທູດລະຫວ່າງທັງສອງປະເທດ, ຂະນະດຽວກັນ ທ່ານ ໂດໂນ ທຣຳຢ້ຳວ່າສະຫະລັດ ອາເມຣິກາສາມາດປ່ຽນແປງເກົາຫຼີເໜືອໃຫ້ກາຍເປັນມະຫາອຳນາດເສດຖະກິດ ຫາກຂະບວນການປົດອາວຸດນິວເຄຼຍສຳເລັດສົມບູນ ແຕ່ເລື່ອງນີ້ບັນດານັກວິເຄາະຕີລາຄາວ່າ ເປັນໄປໄດ້ຍາກ ເພາະສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອ ຍັງຄົງຕີຄວາມໝາຍຂອງການປົດອາວຸດນິວເຄຼຍໄປຄົນລະທາງ.
ໃນດ້ານຂອງຜູ້ນຳເກົາຫຼີເໜືອກ່າວວ່າ ຕົນຄົງບໍ່ຍອມນັ່ງລົດໄຟເດີນທາງມາໄກເຖິງ 4,000 ກິໂລແມັດ ແລະ ໃຊ້ເວລາດົນເຖິງ 2 ວັນເຄິ່ງ ເພື່ອເດີນທາງມາພົບກັບຜູ້ນຳສະຫະລັດ ອາເມຣິກາທີ່ນະຄອນຫຼວງຮ່າໂນ້ຍ ຫາກລັດຖະບານເກົາຫຼີເໜືອບໍ່ມີຄວາມມຸ່ງໝັ້ນໃນການປົດອາວຸດນິວເຄຼຍ, ແຕ່ຢ້ຳວ່າເລື່ອງນີ້ເປັນບັນຫາລະອຽດອ່ອນ ແລະ ທັງສອງຝ່າຍຕ້ອງໄດ້ປຶກສາຫາລືກັນຢ່າງຕໍ່ເນື່ອງອີກຫຼາຍຄັ້ງ, ເຖິງຢ່າງໃດກໍ່ຕາມ ເປັນທີ່ສັງເກດວ່າການພົບປະຫາລືໃນມື້ທີ 2 ເຊິ່ງເປັນມື້ສຸດທ້າຍນັ້ນ ສຳເລັດໄວກວ່າກຳນົດເກືອບ 2 ຊົ່ວໂມງ ແລະ ບໍ່ມີພິທີລົງນາມໃນຂໍ້ຕົກລົງຕາມທີ່ທຳນຽບຂາວປະກາດກ່ອນໜ້ານີ້.