ກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 2 ຈະມີຜູ້ຕາງໜ້າຈາກ 150 ປະເທດເຂົ້າຮ່ວມ

ວິທະຍຸກະຈາຍສຽງແຫ່ງປະເທດຈີນລາຍງານ 24 ເມສາ 2019 ວ່າ: ກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງເພື່ອການຮ່ວມມືສາກົນ ຄັ້ງທີ 2 ຈະໄດ້ຈັດ ຂຶ້ນຢູ່ນະຄອນຫຼວງປັກກິ່ງ, ສປ.ຈີນ ໃນລະຫວ່າງວັນທີ 25-27 ເມສາ 2019 ນີ້. ໃນກອງປະຊຸມເທື່ອນີ້ຈະມີຜູ້ຕາງໜ້າຈາກ 150 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມເກືອບ 1,000 ຄົນ. ພິເສດຈະມີປະມຸກລັດ ແລະ ຫົວໜ້າລັດຖະບານຈາກ 37 ປະເທດເຂົ້າຮ່ວມ ( ຄັ້ງທີ 1 ມີ 29 ປະເທດ ) ໃນນັ້ນຜູ້ນຳຈາກ 10 ປະເທດສະມາຊິກອາຊຽນຈະເຂົ້າຮ່ວມທັງໝົດ, ສຳລັບ ສປປ.ລາວ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ສປປ.ລາວ ຈະເດີນທາງໄປຮ່ວມ ແລະ ເປັນເທື່ອທີ 2 ແລ້ວທີ່ທ່ານເດີນທາງເຂົ້າຮ່ວມກອງປະຊຸມສຸດ ຍອດທີ່ສຳຄັນຍິ່ງນີ້ ( ຄັ້ງທີ 1 ແມ່ນໃນເດືອນພຶດສະພາ 2017 ).

ຄວາມຄິດລິເລີ່ມສ້າງໜຶ່ງແລວໜຶ່ງເສັ້ນທາງ ( ພາສາຈີນກາງເວົ້າວ່າ: ອີ່ຕ້າຍ ອີ່ລູ້ , ພາສາ ອັງກິດຂຽນວ່າ Belt & Road Initiative ຂຽນຫຍໍ້ວ່າ BRI ) ແມ່ນສະເໜີຂຶ້ນມາໂດຍ ທ່ານ ສີ ຈິ້ນຜິງ ປະທານປະເທດ ສປ.ຈີນ ໃນປີ 2013 ໂດຍມີເຄົ້າຄວາມຄິດມາຈາກເສັ້ນ ທາງສາຍໄໝບູຮານທີ່ມີປະຫວັດຍາວນານເຖິງ 2 ພັນກວ່າປີແລ້ວ, ໃນຍຸກນັ້ນປະຊາຊົນໃນພາກພື້ນຢູເຣເຊຍ (ເຂດຕໍ່ກັນລະຫວ່າງທະວີບອາຊີ ແລະ ເອີຣົບ )ໄດ້ຄົ້ນຫາ ແລະ ເປີດເສັ້ນທາງເພື່ອແລກປ່ຽນການຄ້າຂາຍ ແລະ ແລກປ່ຽນວັດທະນະທຳນຳກັນທັງເປັນການ ເຊື່ອມໂຍງຄວາມສີວິໄລລະຫວ່າງອາຊີ-ເອີຣົບ-ອາຟຣິກາ ຈຶ່ງກາຍມາເປັນເສັ້ນທາງສາຍໄໝທີ່ທົ່ວໂລກຮູ້ຈັກດີ.

ສະນັ້ນ, ທ່ານ ສີ ຈິ້ນຜິງ ຈຶ່ງເປັນຜູ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງໃນປີ 2013 ຈຸດປະສົງແມ່ນເພື່ອຍົກລະດັບການຮ່ວມມືໃນພາກພື້ນ ແລະ ການເຊື່ອມຈອດລະຫວ່າງທະວີບເພື່ອພັດທະນາຮ່ວມກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນ. ຂໍ້ລິເລີ່ມ ນີ້ປະກອບດ້ວຍ 2 ໂຄງການໃຫຍ່, ຄື : ແລວເສດຖະກິດເສັ້ນທາງສາຍໄໝ ແລະ ເສັ້ນທາງສາຍໄໝທາງທະເລສັດຕະວັດທີ 21. ໜຶ່ງແລວ ແມ່ນເນັ້ນການຮວມຕົວກັນຂອງຈີນ ກັບອາຊີກາງ, ລັດເຊຍ ແລະ ເອີຣົບ, ເຊື່ອມໂຍງຈີນກັບອ່າວເປີເຊຍ, ເຂດທະເລເມດີເຕຣາເນ ຜ່ານອາຊີກາງ ແລະ ອາຊີຕາເວັນຕົກ, ເຊື່ອມຈອດຈີນກັບອາຊີຕາເວັນອອກສຽງໃຕ້ (ອາຊຽນ) ອາຊີໃຕ້ ແລະ ມະຫາສະມຸດອິນເດຍ; ໜຶ່ງເສັ້ນທາງ ແມ່ນຖືກອອກແບບແຄມຝັ່ງທະເລຈີນໄປຫາເອີຣົບຜ່ານທະເລຈີນໃຕ້ ແລະ ມະຫາສະມຸດອິນເດຍເສັ້ນທາງໜຶ່ງ ແລະ ອີກເສັ້ນທາງໜຶ່ງແມ່ນຈາກແຄມຝັ່ງທະເລຈີນຜ່ານທະເລຈີນໃຕ້ໄປຫາມະຫາສະມຸດປາຊີຟິກ, ນີ້ຄືເສັ້ນທາງເຊື່ອມຈອດຂອງໂຄງການໜຶ່ງແລວໜຶ່ງເສັ້ນທາງ.

ສ່ວນການຮ່ວມ ມືຂອງໂຄງການທີ່ຍິ່ງໃຫຍ່ມະຫຶມານີ້ກວມເອົາ 5 ຂະແໜງການໃຫຍ່ : ການປະສານງານດ້ານນະໂຍບາຍ, ການເຊື່ອມໂຍງສິ່ງອຳນວຍຄວາມສະດວກ ໂດຍສະເພາະແມ່ນການກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ, ການຄ້າທີ່ກວ້າງຂວາງ, ການເຊື່ອມໂຍງດ້ານການເງິນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ. ເພື່ອເປັນການຮອງຮັບ ແລະ ເຂົ້າເຖິງແຫຼ່ງທຶນໄດ້ງ່າຍກວ່າເກົ່າ ຈີນກໍ່ໄດ້ຮ່ວມກັບປະເທດແລະເຂດແຄວ້ນອື່ນໆທັງໃນອາຊີ ແລະ ພາກພື້ນອື່ນສ້າງຕັ້ງທະນາຄານລົງທຶນເພື່ອການພັດທະນາໂຄງລ່າງພື້ນຖານອາຊີ (AIIB) ຂຶ້ນມາ ແລະ ໄດ້ເລີ່ມປ່ອຍເງິນກູ້ໃຫ້ປະເທດທີ່ຕັ້ງຢູ່ລຽບໜຶ່ງແລວໜຶ່ງເສັ້ນທາງຫຼາຍ ຮ້ອຍຕື້ໂດລາສະຫະລັດແລ້ວ.

ມາຮອດວັນທີ 27 ມີນາ 2019 ນີ້ ມີ 125 ປະເທດ ແລະ ເຂດແຄວ້ນທີ່ພັດທະນາແລ້ວ ແລະ ພວມພັດທະນາ ແລະ 29 ອົງການຈັດຕັ້ງສາກົນໄດ້ເຊັນສັນຍາຮ່ວມມືກັບໂຄງການນີ້ແລ້ວ 170 ສະບັບ ເຊິ່ງກວມເອົາ 40% ຂອງລວມຍອດຜະລິດຕະພັນພາຍໃນ ( GDP )ຂອງໂລກ. ໃນ 5 ປີຜ່ານມານີ້ໜຶ່ງແລວໜຶ່ງເສັ້ນທາງໄດ້ມີການລົງທຶນໄປແລ້ວ 460 ຕື້ໂດລາ. ນັບແຕ່ປີ 2013-2018 ການຄ້າສິນຄ້າລະຫວ່າງຈີນກັບບັນດາປະເທດລຽບແລວທາງກໍ່ບັນລຸ 600 ຕື້ກວ່າໂດລາ.

ພາບໂຄງການທີ່ເຫັນໄດ້ຢ່າງເດັ່ນຊັດຂອງໜຶ່ງແລວໜຶ່ງເສັ້ນທາງກໍ່ມີຫຼາຍ, ເຊັ່ນ: ໂຄງການລົດໄຟຄວາມໄວສູງລາວ-ຈີນ, ລົດໄຟໄທ-ຈີນ, ລົດໄຟຄວາມໄວສູງຈາກນະຄອນຫຼວງຈາກາຕາ-ບັນດຸງ ອິນໂດເນເຊຍ, ທາງລົດໄຟຈາກປະເທດຮົງກາຣີ-ແຊັກບີ, ທ່າເຮືອກະວາດາ, ທ່າເຮືອ ຮຳບັນໂຕຕາ, ແລະ ທ່າເຮືອກາລີຟາ ກໍ່ພວມກໍ່ສ້າງໄປຕາມແຜນ; ມາຮອດເດືອນມີນາຜ່ານມານີ້ ຂະບວນລົດໄຟຂົນສົ່ງສິນຄ້າລະຫວ່າງຈີນກັບເອີຣົບກໍ່ໄດ້ແລ່ນເຖິງ 50 ນະຄອນຂອງ 15 ປະເທດ ຫລາຍກວ່າ 14,000 ຖ້ຽວ. ໂຄງການເຊື່ອງໂຍງການຄ້າອີກຈຳນວນໜຶ່ງກໍ່ມີ ສວນອຸດສາຫະກຳຈີນ-ເບລາຣຸດ ແລະ ເຂດຮ່ວມມືເສດຖະກິດການຄ້າຄອງຊູເອດລະຫວ່າງຈີນ-ເອຢິບ.

- Advertisement -