ສົງຄາມໂລກ ຄັ້ງທີ II ຫາຍະນະຂອງມວນມະນຸດ, ໃນໄລຍະ 6 ປີແຫ່ງສົງຄາມ ສູນເສຍກວ່າ 60 ລ້ານຊີວິດ

ສົງຄາມໂລກ ຄັ້ງທີ II ໃນລະຫວ່າງປີ 1939-1945 ເປັນໄລຍະເວລາ 6 ປີ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 60 ລ້ານຄົນ ມີຕົ້ນເຫດມາຈາກຄວາມບໍ່ຍຸຕິທຳຂອງສົນທິສັນຍາແວກໄຊ-ວໍຊິງຕັນ ເຮັດໃຫ້ປະເທດທີ່ປະລາໄຊສົງຄາມໂລກ ຄັ້ງທີ I ແລະ ປະເທດທຶນນິຍົມໃໝ່ເກີດຄວາມບໍ່ພໍໃຈຕໍ່ກັບມະຫາອຳນາດເກົ່າ ເນື່ອງຈາກບັນດາປະເທດເຫຼົ່ານີ້ມີອານານິຍົມໜ້ອຍກວ່າ ຈຶ່ງນຳໄປສູ່ການສ້າງກະແສແນວຄິດຄວາມເປັນຊາວນິຍົມ ເພື່ອຄວາມຍິ່ງໃຫຍ່ຂອງຊາດຕົນຂຶ້ນເຊັ່ນ:

  • ຮີດແລ ຜູ້ນຳເຢຍລະມັນຫັນໄປໃຊ້ລັດທິນາຊີ ເພື່ອສ້າງປະເທດໃຫ້ຍິ່ງໃຫຍ່ຕາມທິດສະດີຊາດນິຍົມ ວ່າດ້ວຍ “ຄວາມເໜືອກວ່າທາງດ້ານເຜົ່າພັນ”
  • ມຸດໂຊລີນີ ຜູ້ນຳອິຕາລີ ກໍ່ຫັນໄປໃຊ້ລັດທິຟາຊິດເພື່ອສ້າງ “ຄວາມຍິ່ງໃຫຍ່ຄືໃນອະດີດ”
  • ສ່ວນຍີ່ປຸ່ນຕ້ອງການເປັນໃຫຍ່ໃນອາຊີ ດ້ວຍການສ້າງ “ວົງໄພບູນມະຫາອາຊີບົວລະພາ”

ຜົນຂອງການສ້າງກະແສຊາດນິຍົມນີ້ເຮັດໃຫ້ອີຕາລີ ຂະຫຍາຍອຳນາດເຂົ້າໄປຄວບຄຸມດິນແດນໃນແຖບທະເລເມດີເຕຣາເນ ແລະ ຄອບຄອງເອທິໂອປີ ໃນປີ 1935, ເຢຍລະມັນເຖິງວ່າຈະເປັນຜູ້ປະລາໄຊໃນສົງຄາມໂລກ ຄັ້ງທີ I ກໍ່ໄດ້ຂະຫຍາຍອຳນາດເຂົ້າໄປຢຶດຄອງດິນແດນປະເທດໂອຕຣິດ ແລະ ເຊັກໂກສະໂລວາກີ ໃນປີ 1938-1939, ສ່ວນຍີ່ປຸ່ນກໍ່ແຜ່ຂະຫຍາຍອຳນາດເຂົ້າຍຶດຄອງແມນຈູຣີ ໃນ 1931.

ນັບແຕ່ປີ 1929 ເປັນຕົ້ນມາ ບັນດາປະເທດມະຫາອຳນາດໄດ້ພາກັນແຂ່ງຂັນກັນສະສົມກຳລັງ ແລະ ອາວຸດ ເພື່ອສ້າງຄວາມເຂັ້ມແຂງທາງບົກ, ທາງນ້ຳ ແລະ ທາງອາກາດມີຜົນເຮັດໃຫ້ມະຫາອຳນາດຕ່າງກໍ່ບໍ່ມີຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ. ຕົວຢ່າງ ປີ 1933 ເຢຍລະມັນໄດ້ຍົກເລີກສົນທິສັນຍາແວກໄຊ ໃນຖານະປະເທດທີ່ປະລາໄຊສົງຄາມ ດ້ວຍການສ້າງກຳລັງທະຫານທຸກເຫຼົ່າທັບ, ມີການພັດທະນາເຕັກນິກໃໝ່ໆເຂົ້າໃນການປະດິດອາວຸດທີ່ທັນສະໄໝ ສົ່ງຜົນໃຫ້ເຢຍລະມັນມີກອງທັບທີ່ຍິ່ງໃຫຍ່ ທີ່ສຸດໃນໂລກ.

ນັບແຕ່ປີ 1929 ເປັນຕົ້ນມາອົງການສັນນິບາດຊາດ ເປັນອົງການທີ່ນາໆຊາດພາກັນສ້າງຕັ້ງຂຶ້ນ ເພື່ອຮັກສາສັນຕິພາບໂລກ ໄດ້ສະແດງຄວາມອ່ອນແອ ແລະ ຂາດປະສິດທິພາບໃນການແກ້ໄຂບັນຫາ ເພາະບໍ່ສາມາດຢັບຢັ້ງການຮຸກຮານຂອງບາງປະເທດມະຫາອຳນາດໄດ້ ຕົວຢ່າງ: ໃນກໍລະນີທີ່ຍີ່ປຸ່ນຍຶດຄອງແມນຈູຣີຂອງຈີນ, ອິຕາລີຍຶດຄອງເອທິໂອປີ ແລະ ເຢຍລະມັນຍຶດຄອງດິນແດນແຄວ້ນໄຣຂອງຝຣັ່ງ. ແຕ່ອົງການສັນນິບາດຊາດກໍ່ບໍ່ສາມາດຢັບຢັ້ງໄດ້ຕໍ່ມາປະເທດດັ່ງກ່າວ ກໍ່ລາອອກຈາກການເປັນສະມາຊິກຂອງອົງການນີ້ ຈຶ່ງເຮັດໃຫ້ອົງການນີ້ບໍ່ມີຄວາມເຂັ້ມແຂງເທົ່າທີ່ຄວນ.

ຫຼັງຈາກວິກິດການເສດຖະກິດໂລກໃນປີ 1929-1933 ບັນດາປະເທດມະຫາອຳນາດທຶນນິຍົມໄດ້ແບ່ງອອກເປັນສອງກຸ່ມຄື:

  • ກຸ່ມນາຍທຶນປະຊາທິປະໄຕປະກອບມີອັງກິດ, ຝຣັ່ງ ແລະ ອາເມຣິກາ ເປັນກຸ່ມທີ່ມີຫົວເມືອງຂຶ້ນຫຼາຍ ຈຶ່ງຕ້ອງການຢາກຮັກສາຫົວເມືອງຂຶ້ນຂອງຕົນໄວ້ ກຸ່ມນີ້ເອີ້ນວ່າ “ສຳພັນທະມິດ”
  • ກຸ່ມທີ່ສອງເປັນກຸ່ມນາຍທຶນມະຫາອຳນາດໃໝ່ປະກອບມີ ອິຕາລີ, ເຢຍລະມັນ ແລະ ຍີ່ປຸ່ນ ເປັນກຸ່ມທີ່ຕ້ອງການຫົວເມືອງຂຶ້ນ ແລະ ດຳເນີນນະໂຍບາຍການຕ່າງປະເທດໄປໃນລັກສະນະຮູບແບບດຽວກັນ ເພື່ອຈັດລະບົບການຄອບຄອງໂລກຄືນໃໝ່ ກຸ່ມນີ້ເອີ້ນວ່າ “ກຸ່ມສັນຍາ”

ຄວາມແຕກຕ່າງທາງດ້ານສິດຜົນປະໂຫຍດນີ້ ໄດ້ເຮັດໃຫ້ສອງກຸ່ມການເມືອງມີຄວາມຂັດແຍ່ງກັນ ນັບມື້ນັບຮຸນແຮງ ຈົນກ້າວໄປສູ່ການນຳໃຊ້ກຳລັງ ແລະ ອາວຸດເຂົ້າໃນການແກ້ໄຂບັນຫາອັນເປັນການຈູດຊະນວນສົງຄາມໂລກ ຄັ້ງທີ II ໃຫ້ລະເບີດຂຶ້ນໃນວັນທີ 1 ເດືອນກັນຍາ 1939.

ສົງຄາມໂລກ ຄັ້ງທີ II ເປັນສົງຄາມທີ່ຍິ່ງໃຫຍ່, ດຸເດືອດ ແລະ ກວ້າງຂວາງແຜ່ລາມໄປຫຼາຍພາກສ່ວນຂອງໂລກ ທີ່ມີສະໜາມຮົບທີ່ດຸເດືອດຢູ່ສາມເຂດໃຫຍ່ຄື:

ສະໜາມຮົບເອີຣົບ

ສະໜາມຮົບເອີຣົບ ເປັນສະໜາມຮົບແຫ່ງທຳອິດທີ່ເປີດສາກຈູດຊະນວນສົງຄາມໂລກ ຄັ້ງທີ II ໂດຍເລີ່ມຈາກການບຸກຕີເຂົ້າດິນແດນປະເທດໂປໂລຍ ແບບສາຍຟ້າແມບຂອງກອງທະຫານຟາຊິດເຢຍລະມັນ 57 ກອງພັນ ພ້ອມດ້ວຍເຮືອບິນສູ້ຮົບ 3,000 ລຳ ແລະ ລົດຕັງໃນວັນທີ 1 ກັນຍາ 1939 ຈາກເຫດການນີ້ ຝຣັ່ງ ແລະ ອັງກິດ ທີ່ເປັນພັນທະມິດຂອງໂປໂລຍກໍ່ໄດ້ປະກາດສົງຄາມກັບເຢຍລະມັນ.

ແຜນການຮົບໃນສະໜາມຮົບເອີຣົບ ຂອງເຢຍລະມັນໄດ້ດຳເນີນໄປຢ່າງວ່ອງໄວ, ມາຮອດເດືອນເມສາ 1940 ສາມາດຍຶດຄອງດິນແດນໃນຫຼາຍສ່ວນຂອງທະວີບເອີຣົບ, ວັນທີ 22 ມິຖຸນາ 1940 ຟາຊິດເຢຍລະມັນໄດ້ບັງຄັບໃຫ້ນາຍພົນເປແຕັງ ຂອງຝຣັ່ງຍອມຈຳນົນ. ຈາກນັ້ນ ຟາຊິດເຢຍລະມັນກໍ່ໄດ້ຮ່ວມມືກັບຟາຊິດອິຕາລີ ເປີດກວ້າງຂະຫຍາຍສົງຄາມຢູ່ທາງພາກໃຕ້ ແລະ ຕາເວັນອອກສຽງໃຕ້ຂອງທະເວີບເອີຣົບ.

ວັນທີ 22 ມິຖຸນາ 1941 ຟາຊິດເຢຍລະມັນ ໄດ້ບຸກໂຈມຕີເຂົ້າສະຫະພາບໂຊວຽດ ໂດຍບໍ່ປະກາດສົງຄາມທີ່ໃຊ້ກຳລັງພົນເຖິງ 190 ກອງພົນ ເພື່ອຍຶດເອົາຕົວເມືອງມົດສະກູ.​ ແຕ່ພໍມາຮອດເດືອນກຸມພາ 1942 ກອງທັບເຢຍລະມັນ ໄດ້ຖືກກອງທັບແດງແຫ່ງສະຫະພາບໂຊວຽດບຸກໂຈມຕີຕໍ່ຕ້ານຄືນ ແລະ ຖືກດັບສູນເຖິງ 50 ກອງພັນ. ມາຮອດທ້າຍປີ 1943 ກອງທັບແດງໂຊວຽດໄດ້ດຳເນີນການບຸກໂຈມຕີກອງທະຫານຂອງຟາຊິດເຢຍລະມັນ ໃຫ້ປະຊາໄລໃນບັ້ນຮົບສະຕາລິນກຣາດ ແລະ ເປັນເຈົ້າການໃນການບຸກຕີເຢຍລະມັນໃນທຸກສະໜາມຮົບ. ມາຮອດປີ 1944 ກອງທັບແດງໂຊວຽດສາມາດປົດປ່ອຍດິນແດນປະເທດຕ່າງໆໃນເອີຣົບອອກຈາກການຄອບຄອງຂອງຟາຊິດເຢຍລະມັນເຊັ່ນ: ຣູມານີ, ອານບານີ ແລະ ຢູໂກສະລາວີ.

ຂະບວນການຕີຕ້ານຟາຊິດເຢຍລະມັນໄດ້ມີຄວາມເຂັ້ມຂຸ້ນຂຶ້ນ ຫຼັງຈາກທີ່ອາເມຣິກາ ແລະ ອັງກິດໄດ້ຍົກກຳລັງມາສົມທົບກັບຝຣັ່ງທີ່ນອກມັງດີ ໃນວັນທີ 6 ມິຖຸນາ 1944 ຈາກນັ້ນກອງທັບສຳພັນທະມິດກໍ່ດຳເນີນການປົດປ່ອຍຕົວເມືອງປາຣີສຳເລັດ ໃນວັນທີ 19 ສິງຫາ 1944. ໃນຂະນະດຽວກັນນັ້ນ ກອງທັບແດງໂຊວຽດກໍ່ໄດ້ສົມທົບກັບກຳລັງປະກອບອາວຸດປະຕິວັດຕ່າງໆບຸກໂຈມຕີຟາຊິດ, ປົດປ່ອຍດິນແດນປະເທດໂປໂລຍ, ເຊັກໂກສະໂລວາກີ ແລະ ຍຶດເອົາແບັກແລັງ ໃນວັນທີ 2 ພຶດສະພາ 1945.

ວັນທີ 8 ພຶດສະພາ 1945 ນາຍພົນເຮືອກາກໂດນິກ ແຫ່ງເຢຍລະມັນໄດ້ປະກາດຍອມຈຳນົນຢ່າງບໍ່ມີເງື່ອນໄຂຕໍ່ຝ່າຍສຳພັນທະມິດ ເຮັດໃຫ້ສົງຄາມໂລກ ຄັ້ງທີ II ໃນສະໜາມຮົບເອີຣົບສິ້ນສຸດລົງ.

ສະໜາມຮົບອາຟຣິກາເໜືອ-ເອຣົບໃຕ້

ຫຼັງຈາກທີ່ຟາຊິດອິຕາລີປະກາດສົງຄາມກັບອັງກິດ ແລະ ຝຣັ່ງໃນວັນທີ 10 ມິຖຸນາ 1940 ແລ້ວ, ອິຕາລີກໍ່ດຳເນີນການບຽດຍຶດເອົາປະເທດໂຊມາລີ ດ້ວຍການບຸກໂຈມຕີທະຫານອັງກິດທີ່ທະເລແດງ ແລະ ຍຶດເອົາປະເທດເອຢິບໃນເດືອນກັນຍາ 1940 ໄປພ້ອມໆກັບການຍຶດຄອງອາຟຣິກາຕາເວັນອອກ ອິຕາລີກໍ່ໄດ້ດຳເນີນກາບຸກຍຶດເອົາດິນແດນຂອງປະເທດຕ່າງໆໃນແຫຼມບານກັງເຂົ້າຄອບຄອງເກຼັກໃນເດືອນຕຸລາ 1940. ນອກຈາກນັ້ນ, ຍັງຮ່ວມກັບຟາຊິດເຢຍລະມັນເປີດບັ້ນຮົບຂຶ້ນໃນຫຼາຍບ່ອນເພື່ອຍຶດຄອງຮົງກາຣີ, ບູນກາຣີ ແລະ ຣູມານີ.

ສະໜາມຮົບພາກໃຕ້ເອີຣົບ ແລະ ອາຟຣີກາໄດ້ດຸເດືອດຂຶ້ນ ຫຼັງຈາກກອງທັບທະຫານຝ່າຍສຳພັນທະມິດ ເຊິ່ງປະກອບດ້ວຍອາເມຣິກາ, ອັງກິດ ແລະ ຝຣັ່ງໄດ້ຍົກພົນຂຶ້ນບົກທີ່ກາຊາບຼັງກາ ໃນວັນທີ 8 ພະຈິກ 1942 ຈາກນັ້ນກໍ່ບຸກຕີກອງທັບຟາຊິດໃຫ້ປະລາໄຊຢ່າງລຽນຕິດໃນທຸກສະໜາມຮົບ, ເດືອນພຶດສະພາ 1943 ນາຍພົນຣອມແມນ ແຫ່ງເຢຍລະມັນໄດ້ຍອມຈຳນົນເຮັດໃຫ້ສະໜາມຮົບອາຟຣິກາ ແລະ ເອີຣົບໃຕ້ສິນສຸດດລົງ.

ສະໜາມຮົບອາຊີຕາເວັນອອກ ແລະ ມະຫາສະໝຸດປາຊີຟິກ

ໃນຂະນະທີ່ສົງຄາມກຳລັງດຳເນີນໃນທະວີບເອີຣົບນັ້ນ, ຍີ່ປຸ່ນ ເຊິ່ງເປັນພັນທະມິດຂອງເຢຍລະມັນ ແລະ ອິຕາລີ ກໍ່ປະກາາດເຂົ້າຮ່ວມສົງຄາມໃນເດືອນມິຖຸນາ 1940 ຈາກນັ້ນມາ ໃນເດືອນກໍລະກົດ 1941 ຍີ່ປຸ່ນເປີດສາກດ້ວຍການນຳເອົາກຳລັງທະຫານບຸກຍຶດເຂົ້າບັນດາປະເທດຕ່າງໆໃນແຫຼມອິນດູຈີນ, ອິນໂດເນເຊຍ ແລະ ຖານທັບອັງກິດທີ່ປະເທດສິງກະໂປ.

ວັນທີ 7 ທັນວາ 1941 ຍີ່ປຸ່ນທຳການບຸກໂຈມຕີກອງທັບເຮືອສະຫະລັດ ອາເມຣິກາ ທີ່ອ່າວເພີນຮາເບິ ບໍລິເວນເກາະຮາວາຍ ແລະ ເກາະໂຮໂນລູລູ ເຮັດໃຫ້ກອງທັບເຮືອອາເມຣິກາເສຍຫາຍຢ່າງໜັກໜ່ວງ. ແຕ່ມາຮອດທ້າຍປີ 1943 ຫາຕົ້ນປີ 1945 ກອງທັບຍີ່ປຸ່ນໄດ້ຖືກກອງທັບພັນທະມິດ ໂດຍສະເພາະກອງທະຫານອາເມຣິກາ ບຸກໂຈມຕີໃຫ້ປະລາໄຊລົງຢ່າງໜັກໜ່ວງ.

ວັນທີ 6 ສິງຫາ 1945 ອາເມຣິກາໄດ້ນຳເອົາລູກລະເບີດປະລາມະນູຖິ້ມໃສ່ເກາະຮິໂຣຊິມາ. ໃນຂະນະທີ່ກອງທັບຍີ່ປຸ່ນ ກຳລັງຖືກບຸກໂຈມຕີຈາກກອງທັບແດງສະຫະພາບໂຊວຽດຢ່າງໜັກໃນເຂດແມນຈູຣີ ແລະ ເຂດກວາງຕຸງຂອງຈີນນັ້ນ, ມາໃນວັນທີ 9 ສິງຫາ 1945 ອາເມຣິກາ ໄດ້ນຳເອົາລູກລະເບີດປະລາມະນູລູກທີສອງມາຖິ້ມໃສ່ເກາະນາກາຊະກິ ເຮັດໃຫ້ຍີ່ປຸ່ນສູນເສຍຊີວິດ ແລະ ຊັບສິນຢ່າງຫຼວງຫຼາຍ.

ດັ່ງນັ້ນ, ມາຮອດວັນທີ 2 ກັນຍາ 1945 ລັດຖະບານຍີ່ປຸ່ນໄດ້ຍອມຈຳນົນໂດຍບໍ່ມີເງື່ອນໄຂ,​ ການຍອມຈຳນົນຂອງຟາຊິດຍີ່ປຸ່ນໄດ້ເປັນຂີດໝາຍແຫ່ງການສິ້ນສຸດສົງຄາມໂລກຄັ້ງທີ II.

ສົງຄາມໂລກ ຄັ້ງທີ II ເປັນສົງຄາມທີ່ໃຊ້ເວລານານເຖິງ 6 ປີ ຕັ້ງແຕ່ປີ 1939-1945 ຈຶ່ງສິ້ນສຸດລົງ, ສົງຄາມຄັ້ງນີ້ ເປັນສົງຄາມທີ່ມີຄວາມຮ້າຍແຮງ ແລະ ກວ້າງຂວາງທີ່ສ້າງຄວາມເສຍຫາຍໃຫ້ແກ່ມວນມະນຸດຫຼາຍກວ່າສົງຄາມທີ່ຜ່ານມາ.

ສົງຄາມໂລກ ຄັ້ງທີ II ເຮັດໃຫ້ມີຜູ້ເສຍຊີວິດຫຼາຍທີ່ສຸດໃນປະຫວັດສາດຂອງມວນມະນຸດ ໂດຍມີຜູ້ເສຍຊີວິດປະມານ 60-80 ລ້ານຄົນ ໃນນັ້ນປະກອບປະຊາຊົນປະມານ 50-55 ລ້ານຄົນ, ທະຫານປະມານ 21-25 ລ້ານຄົນ ແລະ ຍັງມີຜູ້ປະສົບເຄາະຮ້າຍຈາກໄພສົງຄາມເປັນຈຳນວນຫຼວງຫຼາຍເຊັ່ນ: ເສຍອົງຄະ ແລະ ບໍ່ມີທີ່ພັກອາໄສຫຼາຍສິບລ້ານຄົນ.

ສົງຄາມສິ້ນສຸດລົງສົ່ງຜົນໃຫ້ປະເທດທີ່ປະລາໄຊສົງຄາມຕ້ອງສູນເສຍສິດທິຕ່າງໆເຊັ່ນ: ດິນແດນ, ກຽດສັກສີ, ຄວາມເປັນອິດສະຫຼະພາບ. ນອກຈາກນີ້, ຍັງຕ້ອງມີຖານະເປັນຜູ້ຈ່າຍຄ່າເສຍຫາຍສົງຄາມ ແລະ ຈຳຕ້ອງຍອມປະຕິບັດຕາມສັນຍາຕ່າງໆ ຕາມຝ່າຍທີ່ຊະນະສົງຄາມໂດຍບໍ່ມີເງື່ອນໄຂ. ຕົວຢ່າງ ເຢຍລະມັນ ຕ້ອງແບ່ງດິນແດນອອກເປັນສອງສ່ວນຄື: ເຢຍລະມັນຕາເວັນຕົກ ແລະ ຕາເວັນອອກ. ຍີ່ປຸ່ນ ກໍ່ຕ້ອງຢູ່ໃຕ້ການບັນຊາການຂອງອາເມຣິກາ ໂດຍສະເພາະນະໂຍບາຍການຕ່າງປະເທດຕ້ອງການການເຫັນດີຈາກອາເມຣິກາ. ອິຕາລີຕ້ອງເສຍດິນແດນບາງສ່ວນໃຫ້ສະຫະປະຊາຊາດດູແລເບິ່ງແຍງ, ຕ້ອງຈ່າຍຄ່າເສຍຫາຍສົງຄາມ ແລະ ຖືກຈຳກັດທາງດ້ານກຳລັງທະຫານເຫຼົ່ານີ້ເປັນຕົ້ນ.


ຕິດຕາມພວກເຮົາທາງ Twitter



ຕິດຕາມພວກເຮົາທາງ Youtube


ຕິດຕາມພວກເຮົາທາງ Twitter



ຕິດຕາມພວກເຮົາທາງ Youtube