ການຈັດແບ່ງກຸ່ມຜູ້ທຸກຍາກໃນ ສປປ.ລາວ ເພື່ອວາງນະໂຍບາຍແກ້ໄຂຄວາມທຸກຍາກ

ເມື່ອສັງເກດເບິ່ງຈຸດພິເສດຕ່າງໆຂອງຜູ້ທີ່ທຸກຍາກໃນ ສປປ.ລາວ ກໍ່ຄືໃນປະເທດອື່ນໆ ຈະເຫັນໄດ້ຢ່າງຈະແຈ້ງວ່າ ຈຸດພິເສດທີ່ເຮັດໃຫ້ຄົນເຮົາທຸກຍາກບໍ່ໄດ້ມີແຕ່ຈຸດພິເສດອັນດຽວກັນ ດັ່ງນັ້ນ, ບົນພື້ນຖານຂອງຄວາມແຕກຕ່າງກັນຄືດັ່ງກ່າວ, ຄວາມທຸກຍາກຈຶ່ງບໍ່ສາມາດແກ້ໄຂໄດ້ດ້ວຍມາດຕະການດຽວກັນໄດ້ໝົດ, ແຕ່ກົງກັນຂ້າມ ນະໂຍບາຍແກ້ໄຂຄວາມທຸກຍາກຈະຕ້ອງໄດ້ສ້າງຂຶ້ນສະເພາະ ເພື່ອສະໜອງຄວາມຕ້ອງການຂອງກຸ່ມທີ່ທຸກຍາກ ແລະ ໃກ້ທຸກຍາກ (ສ່ວນຫຼາຍກຳນົດວ່າເປັນກຸ່ມທີ່ມີລາຍຮັບຕ່ຳທີ່ສຸດ 40% ຂອງປະຊາກອນ) ໃນ ສປປ.ລາວ, ຕໍ່ບັນຫານີ້ ຈຶ່ງຕ້ອງໄດ້ຈັດແບ່ງຜູ້ທຸກຍາກອອກເປັນກຸ່ມໃຫຍ່ໆ ແລະ ຕ້ອງໄດ້ຮູ້ຈຸດພິເສດຂອງກຸ່ມເຫຼົ່ານັ້ນນຳ ໂດຍນຳໃຊ້ຂໍ້ມູນທີ່ເກັບກຳມາຈາກການສຳຫຼວດລາຍຈ່າຍ ແລະ ການຊົມໃຊ້ (LECS), ເຊິ່ງທະນາຄານໂລກ ໄດ້ຈັດແບ່ງຜູ້ທີ່ທຸກຍາກອອກເປັນ 4 ກຸ່ມຕົ້ນຕໍ ດັ່ງຕໍ່ໄປນີ້ ເພື່ອຮັບປະກັນໃຫ້ນະໂຍບາຍດ້ານຕ່າງໆສຸມໃສ່ກຸ່ມຄົນທີ່ທຸກຍາກດັ່ງກ່າວ:

1. ຄົວເຮືອນທີ່ເຮັດກະສິກຳທີ່ມີປະສິດທິຜົນໃນການຜະລິດຕ່ຳເປັນຫຼັກ ເຊິ່ງອາໄສຢູ່ໃນເຂດຫ່າງໄກສອນຫຼີກ ແລະ ມີລະດັບການສຶກສາຕ່ຳ: ຄົວເຮືອນເຫຼົ່ານີ້ ຈະມີຂໍ້ຈຳກັດຍ້ອນວ່າ ພື້ນຖານໂຄງລ່າງທີ່ຍັງບໍ່ທັນສະດວກ ແລະ ການສຶກສາທີ່ສະໜອງໃຫ້ໃນເຂດທີ່ເຂົາເຈົ້າອາໄສຢູ່ຍັງມີລະດັບຕ່ຳ, ທັງສອງບັນຫານີ້ໄດ້ຈຳກັດບໍ່ໃຫ້ເຂົາເຈົ້າສາມາດປະກອບສ່ວນເຂົ້າໃນເສດຖະກິດໄດ້ຢ່າງກວ້າງຂວາງ. ສະນັ້ນ, ເຂົາເຈົ້າຈຶ່ງຕ້ອງການໃຫ້ມີການເພີ່ມການລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນເສັ້ນທາງຄົມມະນາຄົມ ແລະ ໄຟຟ້າ, ພ້ອມນັ້ນກໍ່ຕ້ອງມີການເພີ່ມການບໍລິການທາງດ້ານສັງຄົມ ເພື່ອຮັບມືກັບສິ່ງທ້າທາຍໃນເຂດຫ່າງໄກສອກຫຼີກ ໂດຍສະເພາະແມ່ນຕ້ອງໃຫ້ສຸມໃສ່ການເພີ່ມອັດຕາການເຂົ້າຮຽນ.

2. ຄົວເຮືອນທີ່ເຮັດກະສິກຳ ທີ່ມີປະສິດທິຜົນໃນການຜະລິດຕ່ຳ ແຕ່ສາມາດສ້າງຜົນຜະລິດທີ່ເກີນດຸນ, ມີການສຶກສາໃນລະດັບຕ່ຳຫາກາງ ແຕ່ຍັງບໍ່ທັນພຽງພໍໃນການເຮັດວຽກຢູ່ໃນຂະແໜງການທີ່ບໍ່ແມ່ນກະສິກຳໄດ້ເທື່ອ: ແຕ່ເຖິງວ່າກຸ່ມນີ້ຈະມີທີ່ດິນກວ້າງຂວາງກວ່າກຸ່ມກ່ອນໜ້ານີ້, ເຂົາເຈົ້າຍັງທຸກຍາກຍ້ອນຄວາມສາມາດໃນການຜະລິດຕ່ຳ. ສະນັ້ນ, ນະໂຍບາຍທີ່ຈະຊ່ວຍສ້າງກຳໄລໃຫ້ແກ່ຜົນຜະລິດກະສິກຳຂອງຄົວເຮືອນເຫຼົ່ານີ້ຈະເປັນປະໂຫຍດຫຼາຍທີ່ສຸດ, ເປັນຕົ້ນການສົ່ງເສີມການເຊື່ອມໂຍງເຂົ້າໃນໂສ້ການຜະລິດ ແລະ ການຫຼຸດຜ່ອນຕົ້ນທຶນການຜະລິດ, ພ້ອມດຽວກັນນັ້ນ ການເພີ່ມອັດຕາການເຂົ້າຮຽນກໍ່ຈະຊ່ວຍເຮັດໃຫ້ຄົວເຮືອນເຫຼົ່ານີ້ສາມາດເຮັດວຽກຢູ່ໃນຂະແໜງທີ່ບໍ່ແມ່ນກະສິກຳໄດ້. 

3. ຄົວເຮືອນທີ່ເຮັດວຽກຂັ້ນຕ່ຳຢູ່ໃນຂະແໜງທີ່ບໍ່ແມ່ນກະສິກຳທີ່ບໍ່ເປັນທາງການ, ເຊິ່ງປົກກະຕິແລ້ວແມ່ນອາໄສຢູ່ໃນເຂດຕົວເມືອງ ແລະ ມີລະດັບການສຶກສາປານກາງ: ບັນຫາຕົ້ນຕໍ່ຂອງຄົວເຮືອນເຫຼົ່ນີ້ ແມ່ນການທີ່ເຂົາເຈົ້າເຮັດວຽກຂັ້ນຕ່ຳໃນຂະແໜງທີ່ບໍ່ແມ່ນກະສິກຳ ເນື່ອງຈາກຄົວເຮືອນເຫຼົ່ານີ້ມີລະດັບການສຶກສາປານກາງ, ການມີນະໂຍບາຍຊຸກຍູ້ການສ້າງວຽກເຮັດງານທຳຢູ່ໃນຂະແໜງອຸດສາຫະກຳປຸງແຕ່ງ ແລະ ການບໍລິການຈະເປັນປະໂຫຍດສຳລັບເຂົາເຈົ້າ ພ້ອມທັງຊ່ວຍເຮັດໃຫ້ເຂົາເຈົ້າສາມາດໄດ້ວຽກທີ່ມີປະສິດທິຜົນຢູ່ໃນຂະແໜງທີ່ບໍ່ແມ່ນກະສິກຳອີກດ້ວຍ.

4. ຄົວເຮືອນທີ່ພົບກັບບັນຫາທາງດ້ານສຸຂະພາບໃນໄລຍະຜ່ານມາ: ການປັບປຸງລະບົບການປະກັນສຸຂະພາບແຫ່ງຊາດ ໃຫ້ແກ່ຄົວເຮືອນທີ່ຢູ່ເຂດຊົນນະບົດ ແລະ ຄົວເຮືອນທີ່ເຮັດວຽກຢູ່ໃນຂະແໜງທີ່ບໍ່ເປັນທາງການ, ໂດຍສະເພາະແມ່ນຜູ້ທີ່ບໍ່ໄດ້ຮັບການຄຸ້ມຄອງທາງດ້ານປະກັນສຸຂະພາບຈາກນາຍຈ້າງ, ຈະຊ່ວຍປ້ອງກັນບໍ່ໃຫ້ຄົວເຮືອນທຸກຍາກ ແລະ ຊ່ວຍຫຼຸດຜ່ອນຄວາມສ່ຽງໃຫ້ເຂົາເຈົ້າ.

ເຖິງຢ່າງໃດກໍ່ຕາມ, ບາງນະໂຍບາຍກໍ່ອາດຈະເປັນປະໂຫຍດໃຫ້ແກ່ທັງໝົດທຸກກຸ່ມຄົນທີ່ທຸກຍາກ ແລະ ໃກ້ຄວາມທຸກຍາກ, ໂດຍລວມແລ້ວການເພີ່ມຄວາມເຂັ້ມແຂງໃຫ້ແກ່ຕາໜ່າງການປະກັນສັງຄົມ ຈະເປັນປະໂຫຍດໃຫ້ໝົດທຸກກຸ່ມ ໂດຍສະເພາະບັນຫາທີ່ກ່ຽວພັນກັບເສດຖະກິດ, ການປ່ຽນແປງດິນຟ້າອາກາດ ແລະ ສຸຂະພາບ. ເຊັ່ນກັນ, ນະໂຍບາຍປັບປຸງສະພາບແວດລ້ອມທຸລະກິດກໍ່ເປັນປະໂຫຍດສຳລັບທຸກກຸ່ມ ເພາະວ່ານະໂຍບາຍດັ່ງກ່າວຈະຊ່ວຍກະຕຸ້ນການສ້າງອາຊີບທີ່ດີກວ່າເກົ່າໃຫ້ແກ່ປະຊາກອນຈຳນວນຫຼວງຫຼາຍ.

ຈາກ: ບົດນະໂຍບາຍສັງເຂບກ່ຽວກັບຄວາມທຸກຍາກໃນ ສປປ.ລາວ: ການແບ່ງກຸ່ມຂອງຜູ້ທຸກຍາກ ແລະ ປະໂຫຍດຂອງການແບ່ງກຸ່ມຂອງຜູ້ທຸກຍາກໃນການວາງນະໂຍບາຍ, ທະນາຄານໂລກ ປະຈຳປະເທດລາວ.


ຕິດຕາມພວກເຮົາທາງ Twitter



ຕິດຕາມພວກເຮົາທາງ Youtube


ຕິດຕາມພວກເຮົາທາງ Twitter



ຕິດຕາມພວກເຮົາທາງ Youtube