ການສຶກສາຫຼ້າສຸດໄດ້ເປີດເຜີຍວ່າ ອອກກຳລັງກາຍຕອນໃດດີທີ່ສຸດ - ອິດສະຫຼະ

ການສຶກສາຫຼ້າສຸດໄດ້ເປີດເຜີຍວ່າ ອອກກຳລັງກາຍຕອນໃດດີທີ່ສຸດ



ຢາກຟິດກໍ່ຕ້ອງຮູ້ສະພາບຮ່າງກາຍຕົວເອງ ຮູ້ຈຸດທີ່ຈະເນັ້ນການອອກກຳລັງກາຍ ແລະ ທີ່ສຳຄັນຮູ້ເວລາ

ການອອກກຳລັງກາຍນັ້ນເປັນເລື່ອງທີ່ດີຕໍ່ສຸຂະພາບ ແຕ່ເຮົາຕ້ອງອອກໃຫ້ຖືກຈຸດ, ຖືກເປົ້າໝາຍ ແລະ ທີ່ສຳຄັນມັກນຕ້ອງອອກໃຫ້ຖືກເວລາອີກດ້ວຍ ຈຶ່ງຈະເຫັນຜົນລັບທີ່ຊັດເຈນທີ່ສຸດ ເຊິ່ງໃນຕອນນີ້ມີຜົນການສຶກສາວິໄຈອອກມາແລ້ວເຖິງຊ່ວງເວລາທີ່ອອກກຳລັງກາຍແລ້ວຈະສົ່ງຜົນດີຕໍ່ສຸຂະພາບ ແລະ ຍັງລວມໄປເຖິງເຫັນຜົນໄດ້ຊັດເຈນ ເຮັດໃຫ້ນໍ້າໜັກຫຼຸດລົງໄດ້ວ່ອງໄວນຳອີກ.

ໂດຍຜົນການສຶກສານີ້ໄດ້ຖືກຕີພິມລົງໃນວາລະສານທາງການແພດທີ່ຊື່ວ່າ British Journal ໄດ້ເປີດເຜີຍຂໍ້ມູນອອກມາວ່າ:​ ຜູ້ທີ່ອອກກຳລັງກາຍຊ່ວງເຊົ້າ ແລະ ໂດຍສະເພາະຊ່ວງກ່ອນກິນອາຫານເຊົ້ານັ້ນ ຈະຊ່ວຍໃນການເຜົາຜານຂອງຮ່າງກາຍໄດ້ດີກວ່າຊ່ວງອື່ນໆເຖິງ 33% ນອກຈາກນັ້ນຂໍ້ດີຂອງມັນຍັງລວມໄປເຖິງການສາມາດຫຼຸດຄວາມສ່ຽງຕໍ່ການເປັນໂລກຫົວໃຈ ຕະຫຼອດຮອດຊ່ວຍຫຼຸດພາວະການອຸດຕັນຂອງໄຂມັນໃນເສັ້ນເລືອດອີກດ້ວຍ.

ເຊິ່ງ Dr. Jason Gill ຜູ້ສຶກສາວິໄຈເລື່ອງນີ້ຍັງໄດ້ກ່າວເພີ່ມເຕີມອີກວ່າ ການອອກກຳລັງກາຍນັ້ນຖືເປັນເລື່ອງທີ່ເຮົາຄວນຈະເຮັດເປັນປະຈຳຢູ່ແລ້ວ ໂດຍການອອກກຳລັງກາຍໃນແຕ່ລະຊ່ວງເວລາຍ່ອມໃຫ້ຜົນລັບທີ່ແຕກຕ່າງກັນອອກໄປ ເຊິ່ງການສຶກສາທີ່ລາວໄດ້ເຮັດນັ້ນຈະເນັ້ນຜົນປະໂຫຍດຂອງການອອກກຳລັງກາຍຕອນເຊົ້າຫຼາຍກວ່າການອອກກຳລັງກາຍໃນຊ່ວງເວລາອື່ນໆຂອງມື້.

No comments

Powered by Blogger.