ກິນຕຳໝາກຫຸ່ງຊ່ວຍໃຫ້ໜ້າອ່ອນໄດ້ ! - ອິດສະຫຼະ

ກິນຕຳໝາກຫຸ່ງຊ່ວຍໃຫ້ໜ້າອ່ອນໄດ້ !



ຍິ່ງເປັນອາຫານທີ່ມັກຢູ່ແລ້ວ ເມື່ອຮູ້ຍິ່ງຈະມັກຫຼາຍກວ່າເກົ່າ ເພາະຕຳໝາກຫຸ່ງນອກຈາກຈະເປັນອາຫານທີ່ແຊບຖືກປາກແລ້ວ ຍັງຊ່ວຍໃຫ້ໜ້າເດັກໄດ້ອີກດ້ວຍ.

ທີ່ເປັນແບບນັ້ນກໍ່ເພາະໃນໝາກຫຸ່ງມີວິຕາມິນເອຫຼາຍ, ວິຕາມິນຊີກໍ່ສູງ ແຖມຍັງມີສານທີ່ຮຽກວ່າ Papain ເຊິ່ງຊ່ວຍໃນການຜັດເຊວຜິວບວກກັບການເປັນໝາກໄມ້ທີ່ຊຸ່ມນໍ້າມີໂຊດຽມຕໍ່າ ຈຶ່ງຊ່ວຍຮັກສາຄວາມຊຸ່ມຊື່ນໃຫ້ກັບຜິວໜັງໄດ້ເປັນຢ່າງດີ ດັ່ງນັ້ນເມື່ອກິນປະຈຳຈຶ່ງຊ່ວຍໃຫ້ຜິວນຽນ,​ ຫຼຸດຜ່ອນຮ່ອງຮອຍຢູ່ໜ້າ ໄດ້ແບບບໍ່ຕ້ອງຈ່າຍເງິນແພງໆ ເພາະໝາກຫຸ່ງນັ້ນຫາງ່າຍ ແລະ ລາຄາຖືກ

ອີກໜຶ່ງຂໍ້ດີຂອງ Papain ທີ່ມີໃນໝາກຫຸ່ງກໍ່ຄື ຊ່ວຍທຳຄວາມສະອາດລຳໄສ້ທັງນ້ອຍ ແລະ ໃຫຍ່ ມັນຈະເຂົ້າໄປຊ່ວຍກຳຈັດຄາບໂປຣຕີນທີ່ຕິດຢູ່ຜະໜັງລຳໄສ້ໃຫ້ຫຼຸດອອກ ເມື່ອລຳໄສ້ເຮົາບໍ່ເປື້ອນກໍ່ສົ່ງຜົນດີຕໍ່ຮ່າງກາຍ ແລະ ຜິວພັນ ອັນນີ້ແມ່ນແລ້ວເຖິງພຽງແຕ່ໝາກຫຸ່ມເທົ່ານັ້ນ ຍັງບໍ່ໄດ້ລວມເຖິງໝາກເລັ່ນທີ່ເປັນອີກໜຶ່ງສ່ວນປະກອບໃນຕຳໝາກຫຸ່ງ ທີ່ອຸດົມໄປດ້ວຍວິຕາມິນຊີສູງ, ມີສານດ້ານອະນຸມູນອິດສະຫຼະອີກເປັນຈຳນວນຫຼາຍ ດັ່ງນັ້ນ, ເມື່ອຢູ່ລວມກັນແລ້ວກໍ່ສຸດຍອດໄປເລີຍ.

ເຖິງແມ່ນວ່າປະໂຫຍດຈະຫຼາຍກໍ່ຕາມ ແຕ່ການກິນຕຳໝາກຫຸ່ງກໍ່ຕ້ອງລະວັງໃນເລື່ອງຂອງຄວາມສະອາດ ຫາກຈະສັ່ງຕຳໝາກຫຸ່ງໃສ່ປາແດກ, ໃສ່ປູດິບ ຫຼື ຂອງດິບອື່ນໆ ກໍ່ຕ້ອງແນ່ໃຈວ່າສະອາດ ແລະ ແນ່ໃຈວ່າມັນໄດ້ຜ່ານຄວາມຮ້ອນຈົນຟົດທີ່ຂ້າເຊື້ອຕາຍໝົດແລ້ວ

No comments

Powered by Blogger.