ປະຫວັດຫຍໍ້ ປະທານ ໄກສອນ ພົມວິຫານ - ອິດສະຫຼະ

ປະຫວັດຫຍໍ້ ປະທານ ໄກສອນ ພົມວິຫານ



ປະທານ ໄກສອນ ພົມວິຫານ ເກີດເມື່ອວັນທີ 13 ທັນວາ 1920 ຢູ່ບ້ານນາເຊັງ, ເມືອງຄັນທະບູລີ ຫຼື ເມືອງໄກສອນ ພົມວິຫານ ໃນປັດຈຸບັນ ແຂວງສະຫວັນນະເຂດ ພໍ່ຊື່ລ້ວນ ແມ່ຊື່ດວງ ມີນ້ອງສາວ 2 ຄົນ ເມື່ອອາຍຸໄດ້ 7 ປີ ເພິ່ນເຂົ້າຮຽນຢູ່ໂຮງຮຽນປະຖົມບ້ານໄຊຍະພູມ, ເພີ່ນກຳເນີດໃນຄອບຄົວທີ່ກ້າວໜ້າ, ບໍ່ເປັນຂ້າລາຊະການ, ເພີ່ນເປັນຄົນຄົນສະຫຼາດແຕ່ເຍົາໄວ ຍ້ອນຮຽນເກັ່ງເພີ່ນຈຶ່ງໄດ້ໄປຮຽນຢູ່ນະຄອນຫຼວງຮ່າໂນ້ອຍ ປະເທດຫວຽດນາມ ໃນປີ 1934, ໄປຮຽນຕໍ່ໂຮງຮຽນມັດທະຍົມໂປຣເຕັກໂຕຣາ ເມື່ອຈົບສາມັນສຶກສາແລ້ວ ໄດ້ເຂົ້າຮຽນທີ່ມະຫາວິທະຍາໄລອິນດູຈີນ ຂະແໜງກົດໝາຍທີ່ຮ່າໂນ້ຍ

- ປີ 1943 ໄດ້ເຂົ້າຮ່ວມຂະບວນລຸກຂຶ້ນຕໍ່ຕ້ານຝຣັ່າງ ຂອງນັກສຶກສາກົດໝາຍຢູ່ນະຄອນຫຼວງຮ່າໂນ້ຍ
- ປີ 1945 ກັບຄືນປະເທດ ເພື່ອເຂົ້າຮ່ວມຂະບວນການລາວອິດສະຫຼະ ຕໍ່ສູ້ກູ້ຊາດຕ້ານຝຣ່ງ ແລະ ຍີ່ປຸ່ນ
- 1948 ເປັນຫົວໜ້າກອງຕະລຸມບອນເຂດລາວເໜືອ
- ເຂົ້າເປັນສະມາຊິກພັກສຳຮອງໃນວັນທີ 6 ມັງກອນ 1949
- ວັນທີ 28 ກໍລະກົດ 1949 ໄດ້ເປັນສະມາຊິກສົມບູນພັກຄອມມູນິດອິນດູຈີນ
- ວັນທີ 20 ມັງກອນ 1949 ເປັນຜູ້ປະກາດສ້າງຕັ້ງກອງຮ້າຍລາຊະວົງ ເຊິ່ງແມ່ນຕົ້ນກຳເນີດຂອງກອງທັບປະຊາຊົນລາວ, ທັງເປັນຫົວໜ້າກອງຮ້າຍລາຊະວົງ, ໃນໄລຍະນັ້ນມີພະນັກງານ-ນັກຮົບພຽງແຕ່ 25​ ສະຫາຍ
- ວັນທີ 22 ມີນາ 1955 ສ້າງຕັ້ງພັກປະຊາຊົນລາວ ປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່
- ວັນທີ 3 ກຸມພາ 1972 ເປັນເລຂາທິການໃຫຍ່
- ວັນທີ 2 ທັນວາ 1975 ສະຖາປະນາ ສປປ.ລາວ

ປະທານ ໄກສອນ ພົມວິຫານ ເປັນນັກຕໍ່ສູ້ທີ່ກ້າແກ່ນ ເປັນຜູ້ລິເລີ່ມນຳພາກການປະຕິວັດລາດ ນຳພາປະຊາຊົນລາວບັນດາເຜົ່າ ກໍ່ຄືນຳພາກອງທັບດ້ວຍຄວາມປີຊາສາມາດ ນຳພາຂະບວນການປະຕິວັດລາວຢ່າງສຸດກົກສຸດປາຍ, ທ່ານແມ່ນຜູ້ນຳພາທີ່ຍິ່ງໃຫຍ່, ແມ່ນນັກປະຕິວັດຜູ້ເລີດເດັ່ນ, ແມ່ນນັກທິດສະດີທີ່ຫຼັກແຫຼມ ເປັນວິລະບູລຸດຂອງຊາດ ແລະ ປະຊາຊົນລາວ.

No comments

Powered by Blogger.