ທ່ານ ນາຍົກລັດຖະມົນຕີ ໄດ້ອອກດຳລັດໃໝ່ວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວຂອງອົງການກວດກາລັດຖະບານ - ອິດສະຫຼະ

ທ່ານ ນາຍົກລັດຖະມົນຕີ ໄດ້ອອກດຳລັດໃໝ່ວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວຂອງອົງການກວດກາລັດຖະບານ



ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ອອກດຳລັດໃໝ່ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກວດກາລັດຖະບານ ເລກທີ 146/ນຍ ລົງວັນທີ 8 ພຶດສະພາ 2017 ເພື່ອປ່ຽນແທນສະບັບເກົ່າ ເລກທີ 245/ນຍ, ລົງວັນທີ 16 ສິງຫາ 2011.

ຈຸດປະສົງຂອງດຳລັດສະບັບໃໝ່ນີ້ໄດ້ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກຂອງອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການດັ່ງກ່າວ ແນ່ໃສ່ເຮັດໃຫ້ການເຄື່ອນໄຫວວຽກງານກວດກາ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃຫ້ມີປະສິດທິພາບ ແລະ ປະສິດທິພົນສູງ.

ໂດຍໄດ້ກຳນົດໜ້າທີ່ ແລະ ຂອບເຂດສິດ ຂອງອົງການກວດກາລັດຖະບານໄວ້ດັ່ງນີ້:

• ໜ້າທີ່:
1. ປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດຂອງປະທານປະເທດ, ດຳເລັດ, ມະຕິ ແລະ ນິຕິກຳຕ່າງໆຂອງລັດຖະບານ;

2. ຄົ້ນຄວ້າ ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ນະໂຍບາຍ, ຍຸດທະສາດ, ແຜນການ ແລະ ມະຕິຕົກລົງຂອງລັດຖບະານກ່ຽວກັບວຽກງານການກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການແກ້ໄຂຄຳຮ້ອງ-ຄຳສະເໜີຂອງພົນລະເມືອງ ມາເປັນແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ ພ້ອມທັງຮັບຜິດຊອບໃນການຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ ແລະ ໄດ້ຮັບຜົນດີ;

3. ຄົ້ນຄວ້າສ້າງ, ປັບປຸງກົດໝາຍ ແລະ ນິຕິກຳກ່ຽວກັບວຽກກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການແກ້ໄຂຄຳຮ້ອງ-ຄຳສະເໜີຂອງພົບລະເມືອງ ເພື່ອສະເໜີລັດຖະບານພິຈາລະນາ;

4. ໂຄສະນາເຜີຍແຜ່ນະໂຍບາຍ, ກົດໝາຍ, ແຈ້ງການ, ຄຳສັ່ງ ແລະ ບົດແນະນຳກ່ຽວກັບວຽກງານກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າພິຈາລະນາຄຳຮ້ອງ-ຄຳສະເໜີຂອງພົນລະເມືອງດ້ວຍວິທີການອອກສື່ປະເພດຕ່າງໆ

5. ຄົ້ນຄວ້າພິຈາລະນາຄຳຮ້ອງ-ຄຳສະເໜີຂອງພົນລະເມືອງຕໍ່ກັບການກະທຳ ແລະ ການຕົກລົງບັນຫາໃດໜຶ່ງຂອງການຈັດຕັ້ງ ຫຼື ພະນັກງານ ໂດຍສະເພາະແມ່ນພະນັກງານຂັ້ນສູນກາງຄຸ້ມຄອງທີ່ເປັນການລະເມີດມະຕິ, ຄຳສັ່ງ, ກົດໝາຍ ແລະ ລະບຽບການຕ່າງຂອງລັດ; ຄົ້ນຄວ້າພິຈາລະນາຄຳຮ້ອງ-ຄຳສະເໜີທີ່ກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ແຂວງ, ນະຄອນຫຼວງໄດ້ແກ້ໄຂແລ້ວແຕ່ພົນລະເມືອງ ຜູ້ນັ້ນເຫັນວ່າຍັງບໍ່ທັນເໝາະສົມ;

6. ຕິດຕາມການປະຕິບັດກົດໝາຍ, ຂໍ້ຕົກລົງ, ຄຳສັ່ງ, ແຜນການ, ໜ້າທີ່-ສິດ, ຄວາມຮັບຜິດຊອບຂອງກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ແຂວງ, ນະຄອນຫຼວງ, ການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະບານ ຂັ້ນສູນກາງຄຸ້ມຄອງ; ຕິດຕາມ, ກວດກາບໍລິຫານລັດ, ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ; ການຄຸ້ມຄອງນຳໃຊ້ຊັບພະຍາກອນຂອງຊາດ ແລະ ຊັບສິນຂອງລັດ; ກວດກາເມື່ອມີປາກົດການລະເມີດກົດໝາຍ ໃນການປະຕິບັດໜ້າທີ່ຂອງການຈັດຕັ້ງລັດ ແລະ ພະນັກງານ-ລັດຖະກອນຂັ້ນສູນກາງຄຸ້ມຄອງ;

7. ຕິດຕາມ, ກວດກາການລົງທຶນກໍ່ສ້າງພື້ນຖານໂຄງລ່າງຕ່າງໆໂດຍ ການນຳໃຊ້ທຶນຂອງລັດລວມທັງທຶນກູ້ຢືມ, ທຶນຊ່ວຍເຫຼືອລ້າ ແລະ ກອງທຶນອື່ນໆຂອງລັດ, ດ້ວຍວິທີ: ດຳເນີນການຕິດຕາມ, ກວດກາເລີ່ມແຕ່ຫົວທີ, ຕິດຕາມ, ກວດກາເປັນປົກກະຕິ, ກວດກາຕາມຜົນຂອງການກວດສອບ ແລະ ກວດກາໂຄງການທີ່ມີບັນຫາ ລະເມີດກົດໝາຍ ແລະ ລະບຽບການຕ່າງໆຂອງລັດ;

8. ຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ບາດບັງຫຼວງຢູ່ໃນອົງການບໍລິຫານລັດຂັ້ນສູງກາງ, ແຂວງ, ນະຄອນຫຼວງ, ລັດວິສາຫະກິດ, ລັດວິສາຫະກິດປະສົມ, ລັດຮຸ້ນສ່ວນ ແລະ ພະນັກງານທີ່ຂຶ້ນກັບການຄຸ້ມຄອງຂອງສູນກາງ;

9. ຕິດຕາມ, ກວດກາການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານຂັ້ນສູນກາງຄຸ້ມຄອງ ຕາມລະບຽບການທີ່ໄດ້ກຳນົດ;

10. ດຳເນີນການສືບສວນ-ສອບສວນຄະດີສໍ້ລາດບັງຫຼວງ, ສະຫຼຸບ ແລະ ປະກອບສຳນວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນພິຈາລະນາ ຕາມທີ່ໄດ້ກຳນົດໃນກົດໝາຍ;

11. ຕິດຕາມ, ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດ ຜົນຂອງການກວດກາປົກກະຕິ ແລະ ສະເພາະເປົ້າໝາຍໃດໜຶ່ງຕາມການຕົກລົງຂອງນາຍົກລັດຖະທົນຕີ;

12. ສະເໜີລົບລ້າງ ຫຼື ປ່ຽນແປງກ່ຽວກັບການກະທຳ ຫຼື ການຕົກລົງໃດໜຶ່ງຂອງການຈັດຕັ້ງລັດ, ພະນັກງານ ທີ່ສູນກາງຄຸ້ມຄອງເມື່ອເຫັນວ່າລະເມີດກົດໝາຍ ແລະ ລະບຽບການ;

13. ສະເໜີໃຫ້ກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ແຂວງ, ນະຄອນຫຼວງ ໂຈະການປະຕິບັດ ຫຼື ໃຫ້ພິຈາລະນາຄືນໃໝ່ກ່ຽວກັບການຕົກລົງແກ້ໄຂຜົນຂອງການກວດກາທີ່ເຫັນວ່າ ບໍ່ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການ;

14. ສະຫຼຸບສັງລວມ, ລາຍງານສະພາບການເຄື່ອນໄຫວວຽກງານກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການພິຈາລະນາຄຳຮ້ອງ-ຄຳສະເໜີຂອງພົນລະເມືອງ ແລະ ຜົນຂອງການກວດກາໃຫ້ນາຍົກລັດຖະມົນຕີ ແລະ ຄະນະປະຈຳສະພາແຫ່ງຊາດ; ສະຫຼຸບຕີລາຄາຜົນຂອງການກວດກາ ແລະ ສະໜີຮູບການ, ມາດຕະການແກ້ໄຂຕໍ່ອົງການຈັດຕັ້ງທີ່ກ່ຽວຂ້ອງ ພິຈາລະນາຕາມກົດໝາຍ ແລະ ລະບຽບການ;

15. ຊີ້ນຳ, ຕິດຕາມ, ກວດກາ ແລະ ຊຸກຍູ້ອົງການປົກຄອງ, ຄະນະກວດກາລັດຢູ່ຂັ້ນກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ບັນດາແຂວງ, ນະຄອນຫຼວງ ໃນການຈັດຕັ້ງປະຕິບັດວຽກງານກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ການຄົ້ນຄວ້າຄຳຮ້ອງ-ຄຳສະເໜີຂອງພົນລະເມືອງ;

16. ຄົ້ນຄວ້າສ້າງ ແລະ ປັບປຸງກົງຈັກການຈັດຕັ້ງຂອງອົງການກວດກາລັດແຕ່ລະຂັ້ນ, ຄຸ້ມຄອງພະນັກງານ-ລັດຖະກອນ ຕາມກົດໝາຍ-ລະບຽບການ ແລະ ຕິດພັນກັບການສົ່ງເສີມບົດບາດຍິງ-ຊາຍ, ຄຸ້ມຄອງ ແລະ ກຳນົດຕຳແໜ່ງງານ, ສ້າງແຜນການບຳລຸງ-ກໍ່ສ້າງ; ຄົ້ນຄວ້າ ແລະ ປະຕິບັດນະໂຍບາຍ ຫຼື ລົງວິໄນຕໍ່ພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງຕົນ;

17. ຄົ້ນຄວ້າສ້າງແຜນງົບປະມານປະຈຳປີ, ສະເໜີດັດແກ້ງົບປະມານ, ອອກຂໍ້ກຳນົດຕ່າງໆໃນການຄຸ້ມຄອງ, ບໍລິຫານ, ນຳໃຊ້ງົບປະມານ,​ ພາຫະນະ, ອຸປະກອນ ແລະ ຊັບສິນຕ່າງໆຂອງອົງການຕົນໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງອົງການກວດກາລັດຖະບານ ເພື່ອລາຍງານຂັ້ນເທິງເປັນປົກກະຕິ;

18. ພົວພັນຮ່ວມມທກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນກ່ຽວກັບວຽກງານກວດກາລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ປະຕິບັດສົນທິສັນຍາ, ສັນຍາທີ່ໄດ້ເຊັນກັນແລ້ວ;

19. ປະຕິບັດໜ້າທີ່ອື່ນໆຕາມທີ່ໄດ້ກຳນົດໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງລັດຖະບານ ແລະ ນາຍົກລັດຖະມົນຕີ.

• ຂອບເຂດສິດ:
1. ສະເໜີສ້າງ ຫຼື ປັບປຸງກົດໝາຍ, ດຳລັດ ແລະ ນິຕິກຳຕ່າງໆກ່ຽວກັບວຽກງານກວດກາລັດ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າແກ້ໄຂຄຳຮ້ອງ-ຄຳສະເໜີຂອງພົນລະເມືອງ ເພື່ອສະເໜີຕໍ່ລັດຖະບານ ແລະ ນາຍົກລັດຖະມົນຕີພິຈາລະນາຕົກລົງ;

2. ສະເໜີຂັ້ນເທິງຕົກລົງດຳເນີນການກວດກາອົງການບໍລິຫານລັດຂັ້ນສູງກາງ, ແຂວງ, ນະຄອນຫຼວງ, ລັດວິສາຫະກິດ ແລະ ດຳເນີນການກວດກາພະນັກງານ-ລັດຖະກອນ ທີ່ສູນກາງຄຸ້ມຄອງ ໃນເມື່ອມີປາກົດການລະເມີດກົດໝາຍ, ດຳລັດ, ຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ນິຕິກຳຕ່າງໆຂອງລັດ;

3. ສະເໜີຕໍ່ກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ແຂວງ, ນະຄອນຫຼວງ ໃຫ້ພິຈາລະນາປັບປຸງແກ້ໄຂ ຫຼື ລົບລ້າງເນື້ອໃນຂໍ້ຕົກລົງ, ຄຳສັ່ງ ແລະ ນິຕິກຳອື່ນໆທີ່ຂັ້ນຕັ້ງກ່າວວາງອອກ ເມື່ອເຫັນວ່າບໍ່ສອດຄ່ອງກັບກົດໝາຍ;

4. ອອກຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການກ່ຽວກັບວຽກງານກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການຄົ້ນຄວ້າຄຳຮ້ອງ-ຄຳສະເໜີຂອງພົນລະເມືອງ;

5. ຮຽກເຊີນເປົ້າໝາຍທີ່ຖືກກວດກາ, ການຈັດຈັ້ງທີ່ກ່ຽວຂ້ອງ, ພະຍານ, ຊ່ຽວຊານ, ຜູ້ຍື່ນຄຳຮ້ອງ-ຄຳສະເໜີມາລາຍງານ, ໃຫ້ຄຳຊີ້ແຈງ, ອະທິບາຍພ້ອມທັງປະກອບເອກະສານ, ຫຼັກຖານ ຫຼື ຂໍ້ມູນທີ່ກ່ຽວຂ້ອງກັບການກວດກາ;

6. ທວງເອົາເອກະສານຫຼັກຖານ ແລະ ຂໍ້ມູນຕ່າງໆກ່ຽວກັບການກວດກາຈາກບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ;

7. ສະເໜີໂຈະຊົ່ວຄາວການແຕ່ງຕັ້ງ, ສັບຊ້ອນ, ການຍົກຍ້າຍ ຫຼື ການປະຕິບັດໜ້າທີ່ຂອງຜູ້ທີ່ຖືກກວດກາ ໃນເວລາການກວດກາບໍ່ທັນສຳເລັດ ຫຼື ເຫັນວ່າມີຜົນກະທົບ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການກວດກາ;

8. ຕິດຕາມ,​ ກວດກາ, ຊຸກຍູ້ ເພື່ອຮັບປະກັນໃຫ້ຄຳຕັດສິນຂອງສານກ່ຽວກັບຄະຄີສໍ້ລາດບັງຫຼວງ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ;

9. ຄົ້ນຄວ້ານຳສະເໜີທ່ານນາຍົກລັດຖະມົນຕີ ແຕ່ງຕັ້ງຄະນະສະເພາະກິດ ເພື່ອດຳເນີນການກວດກາບັນຫາໃດໜຶ່ງທີ່ມີຄວາມສັບສົນ ແລະ ມີການພົວພັນເຖິງຫຼາຍກະຊວງ, ອົງການ ແລະ ແຂວງ, ນະຄອນຫຼວງ;

10. ພິຈາລະນາ, ຕົກລົງ ແລະ ນຳໃຊ້ມາດຕະການຕ່າງໆຕໍ່ຜູ້ທີ່ຖືກກວດກາຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;

11. ອອກຄຳສັ່ງເປີດການສືບສວນ-ສອບສວນ, ພາຕົວ, ກັກຕົວ, ດຳເນີນການສືບສວນ-ສອບສວນ ແລະ ສະຫຼຸບລາຍງານ ພ້ອມທັງປະກອບສຳນວນຄະດີ ສົ່ງໃຫ້ອົງການໄອຍະການປະຊາຊົນ ສັ່ງຟ້ອງຂຶ້ນສານ ກ່ຽວກັບຄະດີການສໍ້ລາດບັງຫຼວງຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ;

12. ປະທານ, ຮອງປະທານ ຫຼື ຜູ້ຕາງໜ້າ ອົງການກວດກາລັດຖະບານ, ມີສິດເຂົ້າຮ່ວມຕິດຕາມຊີ້ນຳກອງປະຊຸມວຽກງານກວດກາຂັ້ນກະຊວງ, ອົງການລັດທຽບເທົ່າກະຊວງ, ແຂວງ ແລະ ນະຄອນຫຼວງ;

13. ແຕ່ງຕັ້ງ, ຍົກຍ້າຍ, ເລື່ອນຊັ້ນ, ຍ້ອງຍໍ, ລົງວິໄນ, ສຶກສາອົບຮົມ, ຄຸ້ມຄອງ, ບຳລຸງ-ກໍ່ສ້າງ, ນຳໃຊ້ ແລະ ປະຕິບັດນະໂຍບາຍ ຕໍ່ພະນັກງານ-ລັດຖະກອນກວດກາ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ;

14. ເຊັນບົດບັນທຶກການຮ່ວມມືກັບຕ່າງປະເທດ ແລະ ການຈັດຕັ້ງສາກົນກ່ຽວກັບວຽກງານ ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຕາມພາລະບົດບາດຂອງຕົນ ແລະ ຕາມການເຫັນດີມອບໝາຍຂອງລັດຖະບານ;

15. ປະຕິບັດສິດອື່ນໆ ຕາມທີ່ໄດ້ກຳນົດໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງລັດຖະບານ ແລະ ນາຍົກລັດຖະມົນຕີ.


No comments

Powered by Blogger.