ທົ່ວປະເທດນ້ຳຖ້ວມແລ້ວ 16 ແຂວງ ປະຊາຊົນຫຼາຍກວ່າ 86,000​ ຄອບຄົວໄດ້ຮັບຜົນກະທົບ - ອິດສະຫຼະ

ທົ່ວປະເທດນ້ຳຖ້ວມແລ້ວ 16 ແຂວງ ປະຊາຊົນຫຼາຍກວ່າ 86,000​ ຄອບຄົວໄດ້ຮັບຜົນກະທົບ



ວິທະຍຸກະຈາຍສຽງແຫ່ງຊາດລາຍງານ 1 ກັນຍາ 2018 ວ່າ: ນັບຕັ້ງແຕ່ກາງເດືອນກໍລະກົດ ທີ່ຜ່ານມາ ຈາກສະພາບອາກາດປະຈຳລະດູການ ບວກກັບລົມພາຍຸເຂດຮ້ອນເປັນຕົ້ນ: ພາຍຸເຊິນຕິນ ແລະ ເບີບິນກາ ໄດ້ພັດຜ່ານປະເທດລາວ ອັນໄດ້ເຮັດໃຫ້ຫຼາຍແຂວງເກີດໄພນ້ຳຖ້ວມ ແລະ ດິນເຊາະເຈື່ອນຢ່າງໜັກໜ່ວງ ໃນຂອບເຂດທົ່ວປະເທດ.


ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ທົ່ວປະເທດໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ດິນເຊາະເຈື່ອນທັງໝົດ 16 ແຂວງ ໃນນັ້ນລວມທັງນະຄອນຫຼວງວຽງຈັນ, ມີ 88 ເມືອງ, 1,664 ບ້ານ, ແລະ 86,811 ຄອບຄົວ.

ມີຜູ້ເສຍຊີວິດທັງໝົດ 48 ຄົນ ແລະ ສູນຫາຍຍັງຊອກຄົ້ນບໍ່ທັນເຫັນ 97 ຄົນ ແຂວງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ໂດຍເບິ່ງຈາກຕົວເລກຜູ້ເສຍຊີວິດ ແລະ ສູນຫາຍ ແມ່ນເມືອງສະໜາມໄຊ ແຂວງອັດຕະປື ມີຜູ້ເສຍຊີວິດ 39 ຄົນ ແລະ ສູນຫາຍ 97 ຄົນ ເນື່ອງຈາກໄດ້ຮັບຜົນກະທົບໂດຍກົງຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ.

ຮອງລົງມາແມ່ນແຂວງຫຼວງພະບາງ ມີຜູ້ເສຍຊີວິດ 6 ຄົນ, ແຂວງຊຽງຂວາງ ມີຜູ້ເສຍຊີວິດ 2 ຄົນ, ແຂວງບໍລິຄຳໄຊ ມີຜູ້ເສຍຊີວິດ 1 ຄົນ, ແຂວງຄຳມ່ວນ ບໍ່ມີຜູ້ເສຍຊີວິດ ແຕ່ໄດ້ຖືກຍົກຍ້າຍອອກຈາກເຂດນ້ຳຖ້ວມ 1,366 ຄອບຄົວ, ສະຫວັນນະເຂດ ຍົກຍ້າຍປະຊາຊົນ 711 ຄອບຄົວ ແລະ ແຂວງຈຳປາສັກ ຍົກຍ້າຍປະຊາຊົນອອກຈາກເຂດນ້ຳຖ້ວມ 833 ຄອບຄົວ. ພ້ອມດຽວກັນນັ້ນ, ກໍ່ຍັງມີອີກຫຼາຍແຂວງທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ແລະ ດິນເຊາະເຈື່ອນເຊັ່ນກັນ.

No comments

Powered by Blogger.