ກ່ຽວກັບ - ອິດສະຫຼະ

ກ່ຽວກັບ


ອິດສະຫຼະ.ຄອມ ເກີດຂຶ້ນພາຍໃຕ້ແນວຄວາມຄິດ ອິດສະຫຼະແຫ່ງຊີວິດ ອິດສະຫຼະແຫ່ງຈິນຕະນາການ ບົນພື້ນຖານຫຼັກແຫ່ງຄວາມຖືກຕ້ອງ ເພື່ອເຜີຍແຜ່ຂໍ້ມູນຂ່າວສານໃນດ້ານຕ່າງໆທີ່ຫຼາກຫຼາຍມຸມມອງ ທີ່ຄັດກອງໃຫ້ມີເນື້ອໃນໃຈຄວາມຮັບປະກັນໄດ້ເຖິງຄວາມເປັນຈິງ. ດ້ວຍເຫດນີ້, ຈຶ່ງມີນະໂຍບາຍວ່າ:

"ທຸກໆການເຄື່ອນໄຫວດ້ານເນື້ອໃນ ແລະ ຂໍ້ມູນທີ່ເຜີຍແຜ່ຕ້ອງມີຄວາມຖືກຕ້ອງເປັນຈິງ ແລະ ໜ້າເຊື່ອຖື
ໂດຍເຫັນແກ່ສິດຜົນປະໂຫຍດຂອງສ່ວນລວມເປັນສຳຄັນ"

ອິດສະຫຼະແຫ່ງຊີວິດ: ໃນທີ່ນີ້ໝາຍເຖິງ ສິດໃນການຮັບຮູ້ຂໍ້ມູນຂ່າວສານຢ່າງອິດສະຫຼະ ໂດຍບໍ່ຖືກປິດກັ້ນຂັ້ນກາງຈາກສິ່ງໃດສິ່ງໜຶ່ງ.

ອິດສະຫຼະແຫ່ງຈິນຕະນາການ: ໃນທີ່ນີ້ໝາຍເຖິງ ສິດໃນການຄິດພິຈາລະນາ, ສິດໃນການວິເຄາະສິ່ງຕ່າງໆຢ່າງອິດສະຫຼະ ໂດຍບໍ່ຖືກຊັກຈູງຈາກສິ່ງໃດສິ່ງໜຶ່ງ.

*ຄຳເຕືອນ: ອິດສະຫຼະ.ຄອມ ບໍ່ເໝາະສົມກັບນັກອັກສອນຜູ້ອ່ອນໄຫວທາງພາສາ, ຜູ້ບ້າຊາດສາສະໜາ ແລະ ຜູ້ມີພາວະວິປະຫຼິດ, ຜູ້ຢຶດຕິດວ່າຕົນເອງຄືສູນກາງຈັກກະວານໂດຍບໍ່ຍອມຮັບສິ່ງທີ່ແຕກຕ່າງຢ່າງສ້າງສັນ.
Powered by Blogger.