ລັດເຊຍເປີດໂຕລົດປະຈຳຕຳແໜ່ງຄັນໃໝ່ຂອງທ່ານ ປູຕິນ ຕໍ່ສື່ມວນຊົນ - ອິດສະຫຼະ

ລັດເຊຍເປີດໂຕລົດປະຈຳຕຳແໜ່ງຄັນໃໝ່ຂອງທ່ານ ປູຕິນ ຕໍ່ສື່ມວນຊົນ



ສຳນັກຂ່າວຕ່າງປະເທດລາຍງານ 29 ສິງຫາ 2018 ວ່າ: ທາງການລັດເຊຍໄດ້ເປີດໂຕລົດລີມູຊີນ Aurus Senat ຕໍ່ສື່ມວນຊົນໃນງານມົດສະກູມໍເຕີໂຊ 2018 ເຊິ່ງລົດຄັນດັ່ງກ່າວໄດ້ເປີດຕົວຕໍ່ສາທາລະນະເປັນຄັ້ງທຳອິດ ເມື່ອເດືອນພຶດສະພາ ທີ່ຜ່ານມາ ເມື່ອທ່ານ ວະລາດິເມຍ ປູຕິນ ປະທານປະເທດລັດເຊຍ ໃຊ້ຂັບຂີ່ໃນພິທີສາບານຕົນເຂົ້າຮັບຕຳແໜ່ງຜູ້ນຳຄັ້ງໃໝ່ ແທນລົດຍີ່ຫໍ້ Mercedes-Benz ທີ່ເຄີຍໃຊ້ຕາມປົກກະຕິ ເຊິ່ງເປັນການສື່ຂໍ້ຄວາມຮັກຊາດ ໃນການເພິ່ງພາຕົນເອງຂອງລັດເຊຍ.



ທີ່ຜ່ານມາລັດເຊຍພະຍາຍາມຫຼຸດຜ່ອນການເພິ່ງພາສິນຄ້າ ແລະ ເຕັກໂນໂລຊີນຳເຂົ້າ ນະໂຍບາຍນີ້ໄດ້ຮັບການຕອບຮັບຈາກປະຊາຊົນເປັນຢ່າງດີ ນັບຕັ້ງແຕ່ລັດເຊຍໄດ້ຮັບຜົນກະທົບຈາກການຂວໍ້າບາດຂອງກຸ່ມປະເທດຕາເວັນຕົກ.

ລັດຍີ່ຫໍ້ Aurus ຜະລິດໂດຍສະຖາບັນວິໄຈຂອງລັດເຊຍ ທີ່ຮູ້ຈັກໃນນາມຕົວອັກສອນຫຍໍ້ NAMI ໂດຍເປັນຮຸ້ນສ່ວນກັບບໍລິສັດຜູ້ຜະລິດລົດ Sollers ຂອງລັດເຊຍເຊັ່ນກັນ.

ທ່ານ ເດນິສ ແມນຕູຣັອບ ລັດຖະມົນຕີກະຊວງອຸດສາຫະກຳລັດເຊຍ ທີ່ເຂົ້າຮ່ວມງານເປີດໂຕລົດປະຈຳຕຳແໜ່ງທ່ານ ປູຕິນ ເມື່ອວັນພຸດທີ່ຜ່ານມາ ກ່າວວ່າ: ຈະມີການຜະລິດລົດເກັງ Aurus 120 ຄັນໃນປີໜ້າ ໂດຍຄາດວ່າລົດ Aurus off-road ຈະເລີ່ມຜະລິດໃນປີ 2020 ແລະ ບໍລິສັດຈະເລີ່ມຮັບໃບສັ່ງຊື້ທາງການຄ້າລົດ Aurus ຕັ້ງແຕ່ເດືອນໜ້າເປັນຕົ້ນໄປ.










No comments

Powered by Blogger.