ສິດ ແລະ ໜ້າທີ່ຂອງ ລັດຖະບານ ແລະ ຫົວໜ້າລັດຖະບານ ແຫ່ງ ສປປ.ລາວ - ອິດສະຫຼະ

ສິດ ແລະ ໜ້າທີ່ຂອງ ລັດຖະບານ ແລະ ຫົວໜ້າລັດຖະບານ ແຫ່ງ ສປປ.ລາວ



ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນອົງການບໍລິຫານແຫ່ງລັດ ເຊິ່ງຖືກຮັບຮອງເອົາໂດຍກອງປະຊຸມສະພາແຫ່ງຊາດ, ມີຄວາມຮັບຜິດຊອບຕໍ່ສະພາແຫ່ງຊາດ ແລະ ປະທານປະເທດ.

ລັດຖະບານມີພາລະບົດບາດຄຸ້ມຄອງບໍລິຫານລັດຢ່າງຮອບດ້ານ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດເປັນຕົ້ນ ດ້ານການເມືອງ, ການປົກຄອງ, ເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການຄຸ້ມຄອງ, ການນຳໃຊ້ຊັບພະຍາກອນຂອງຊາດ ໃຫ້ມີຄຸນປະໂຫຍດສູງສຸດ ແລະ ການປົກປັກຮັກສາສິ່ງແວດລ້ອມຕາມທິດຍືນຍົງ.

ໂດຍອີງຕາມກົດໝາຍວ່າດ້ວຍລັດຖະບານ ເລກທີ 04/ສພຊ ລົງວັນທີ 08 ພະຈິກ 2016 ໄດ້ລະບຸສິດ ແລະ ໜ້າທີ່ຂອງລັດຖະບານ ແລະ ຫົວໜ້າລັດຖະບານ (ນາຍົກລັດຖະມົນຕີ) ໄວ້ດັ່ງນີ້:

- ສິດ ແລະ ໜ້າທີ່ຂອງລັດຖະບານ:
1. ປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງກອງປະຊຸມສະພາແຫ່ງຊາດ, ມະຕິຂອງຄະນະປະຈຳສະພາແຫ່ງຊາດ, ລັດຖະບັນຍັດ ແລະ ລັດຖະດຳເລັດຂອງປະທານປະເທດ;
2. ສະເໜີຮ່າງກົດໝາຍຕໍ່ສະພາແຫ່ງຊາດ, ຮ່າງລັດຖະບັນຍັດຕໍ່ຄະນະປະຈຳສະພາແຫ່ງຊາດ ແລະ ຮ່າງລັດຖະດຳລັດຕໍ່ປະທານປະເທດ;
3. ອອກດຳລັດ, ມະຕິກ່ຽວກັບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ, ຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ;
4. ກຳນົດແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາແຫ່ງຊາດ ແລ້ວສະເໜີຕໍ່ສະພາແຫ່ງຊາດ;
5. ຄົ້ນຄວ້າ ແລະ ສະເໜີກ່ຽວກັບການກຳນົດ, ການປ່ຽນແປງ, ການລົບລ້າງ ຫຼື ການຍົກເວັ້ນອັດຕາພາສີ, ອາກອນຕໍ່ສະພາແຫ່ງຊາດ, ຄ່າທຳນຽມ ແລະ ຄ່າບໍລິການຕໍ່ຄະນະປະຈຳສະພາແຫ່ງຊາດ;
6. ສະເໜີສະພາແຫ່ງຊາດຮັບຮອງເອົາການສ້າງຕັ້ງ, ໂຮມເຂົ້າ, ແຍກອອກ ຫຼື ຍຸບເລີກກະຊວງ, ອົງການລັດທຽບເທົ່າກະຊວງ, ແຂວງ, ນະຄອນຫຼວງ ແລະ ການກຳນົດເຂດແດນຂອງແຂວງ, ນະຄອນຫຼວງ;
7. ຕົກລົງສ້າງຕັ້ງ ຫຼື ຍຸບເລີກທະບວງ, ອົງການລັດທຽບເທົ່າທະບວງ, ກົມ ຫຼື ອົງການລັດທຽບເທົ່າກົມ;
8. ຕົກລົງສ້າງຕັ້ງ ຫຼື ຍຸບເລີກເມືອງ, ເທດສະບານ, ນະຄອນ ແລະ ກຳນົດເຂດແດນຂອງເມືອງ, ເທດສະບານ, ນະຄອນຕາມການສະເໜີຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງພາຍຫຼັງປະຊຸມສະພາປະຊາຊົນຂັ້ນແຂວງຮັບຮອງເອົາ;
9. ສ້າງຕັ້ງ ຫຼື ຍຸບເລີກເຂດເສດຖະກິດພິເສດ;
10. ໂຄສະນາ, ເຜີຍແຜ່, ສຶກສາອົບຮົມສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການ;
11. ຊີ້ນຳ, ຕິດຕາມ ແລະ ກວດກາການເຄື່ອນໄຫວຂອງບັນດາຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;
12. ຕົກລົງໃຫ້ສັນຊາດ, ຖອນສັນຊາດ, ປະສັນຊາດ, ໃຫ້ສັນຊາດລາວຄືນ;
13. ຕົກລົງໃຫ້ຄົນຕ່າງປະເທດ ເປັນພົນລະເມືອງກິດຕິມະສັກ;
14. ສະເໜີຕໍ່ປະທານປະເທດ ເພື່ອພິຈາລະນາການໃຫ້ອະໄພຍະໂທດ;
15. ຄຸ້ມຄອງພົນລະເມືອງຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ; ກຳນົດ ແລະ ນຳໃຊ້ບັນດາມາດຕະການ ເພື່ອປ້ອງກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ ລວມທັງພົນລະເມືອງລາວຢູ່ຕ່າງປະເທດ;
16. ສ້າງ, ເຂົ້າຮ່ວມ, ຕີຄວາມໝາຍ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ທີ່ ສປປ.ລາວ ເປັນພາຄີ ແລະ ສັນຍາສາກົນໃນລະດັບລັດຖະບານ;
17. ຈັດຕັ້ງ, ຊີ້ນຳ ແລະ ຕິດຕາມກວດກາການບໍລິການຮັບໃຊ້ປະຊາຊົນ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ;
18. ລາຍງານການເຄື່ອນໄຫວຂອງຕົນຕໍ່ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ແລະ ປະທານປະເທດ;
19. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

- ສິດ ແລະ ໜ້າທີ່ຂອງນາຍົກລັດຖະມົນຕີ: ນາຍົກລັດຖະມົນຕີ ເປັນຫົວໜ້າລັດຖະບານ, ຮັບຜິດຊອບໂດຍກົງຕໍ່ສະພາແຫ່ງຊາດ ແລະ ປະທານປະເທດ, ຊີ້ນຳ ແລະ ຄຸ້ມຄອງການເຄື່ອນໄຫວວຽກງານຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດ ໂດຍນາຍົກລັດຖະມົນຕີມີສິດ ແລະ ໜ້າທີ່ດັ່ງນີ້:
1. ຮຽກໂຮມ ແລະ ເປັນປະທານກອງປະຊຸມລັດຖະບານ;
2. ຊີ້ນຳ ແລະ ອຳນວຍຄວບຄຸມວຽກງານຂອງລັດຖະບານ, ການເຄື່ອນໄຫວວຽກງານຂອງກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການອື່ນທີ່ຂຶ້ນກັບລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ;
3. ຊີ້ນຳ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງກອງປະຊຸມສະພາແຫ່ງຊາດ, ຂອງຄະນະປະຈຳສະພາແຫ່ງຊາດ, ຂອງກອງປະຊຸມລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາແຫ່ງຊາດ ແລະ ນິຕິກຳຂອງລັດຖະບານ;
4. ສະເໜີແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ຫົວໜ້າອົງການລັດທຽບເທົ່າກະຊວງ ຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງເອົາ;
5. ແຕ່ງຕັ້ງ, ຍົກຍ້າຍ ຫຼື ບົດຕຳແໜ່ງຮອງລັດຖະມົນຕີ, ຮອງຫົວໜ້າອົງການລັດທຽບເທົ່າກະຊວງ, ຫົວໜ້າທະບວງ, ຮອງຫົວໜ້າທະບວງ, ຜູ້ຊ່ວຍລັດຖະມົນຕີ, ຜູ້ຊ່ວຍຫົວໜ້າອົງການລັດທຽບເທົ່າກະຊວງ, ຫົວໜ້າກົມ, ຫົວໜ້າອົງການລັດທຽບເທົ່າກົມ;
6. ແຫ່ງຕັ້ງ ຫຼື ປົດຕຳແໜ່ງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ພາຍຫຼັງກອງປະຊຸມສະພາປະຊາຊົນຂັ້ນແຂວງຮັບຮອງເອົາ; ມີຄຳເຫັນຕໍ່ການສະເໜີຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງກ່ຽວກັບການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງ, ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນກ່ອນນຳສະເໜີສະພາປະຊາຊົນ ຫຼື ຄະນະປະຈຳສະພາປະຊາຊົນຂັ້ນແຂວງພິຈາລະນາຮັບຮອງ;
7. ເລື່ອນຊັ້ນ ຫຼື ປົດຊັ້ນພັນເອກກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ສະເໜີປະທານປະເທດເລື່ອນຊັ້ນ ຫຼື ປົດຊັ້ນນາຍພົນ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;
8. ສະເໜີປະທານປະເທດແຕ່ງຕັ້ງເອກະອັກຄະລັດຖະທູດ ຫຼື ຜູ້ຕ່າງໜ້າທີ່ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄປປະຈຳຢູ່ຕ່າງປະເທດ ຫຼື ຮຽກກັບຄືນປະເທດ;
9. ອອກຂໍ້ຕົກລົງໃຫ້ສັນຊາດ, ຖອນສັນຊາດ, ປະສັນຊາດ, ໃຫ້ສັນຊາດລາວຄືນ ແລະ ອອກຂໍ້ຕົກລົງໃຫ້ຄົນຕ່າງປະເທດເປັນພົນລະເມືອງກິດຕິມະສັກ;
10. ສະເໜີສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາການຍົກເລີກ, ການລົບລ້າງການເຂົ້າຮ່ວມສົນທິສັນຍາສາກົນ ທີ່ ສປປ.ລາວ ເປັນພາຄີ ແລະ ສັນຍາສາກົນໃນລະດັບລັດ;
11. ສະເໜີຄະນະປະຈຳສະພາແຫ່ງຊາດພິຈາລະນາ, ຕົກລົງໃຫ້ສັດຕະຍາບັນແກ່ສົນທິສັນຍາ ທີ່ ສປປ.ລາວ ເປັນພາຄີ ແລະ ສັນຍາສາກົນໃນລະດັບລັດ;
12. ສະເໜີປະທານປະເທດຕົກລົງມອບ ຫຼື ປະດັບຫຼຽບຄຳແຫ່ງຊາດ, ຫຼຽນກຽດຕິຄຸນ, ຫຼຽນໄຊ, ນາມມະຍົດສູງສຸດແຫ່ງຊາດ ແລະ ຕົກລົງໃຫ້ການຍ້ອງຍໍດ້ວຍຮູບການອື່ນ;
13. ອອກດຳລັດ, ຄຳສັ່ງ ແລະ ຂໍ້ຕົກລົງກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍ, ລະບຽບການ, ແຜນການຂອງລັດຖະບານ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການອື່ນທີ່ຂຶ້ນກັບລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ;
14. ງົດການປະຕິບັດ, ລົບລ້າງ ຫຼື ຍົກເລີກຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳຂອງກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການທີ່ຂຶ້ນກັບລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ທີ່ຂັດກັບກົດໝາຍ ແລະ ນິຕິກຳອື່ນ, ຍົກເວັ້ນຄຳຕົກລົງກ່ຽວກັບການດຳເນີນຄະດີຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ;
15. ມອບສິດໃຫ້ລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງຕ່າງໜ້າລັດຖະບານເຂົ້າຮ່ວມກອງປະຊຸມ, ລົງນາມໃນສັນຍາ ແລະ ສົນທິສັນຍາກັບຕ່າງປະເທດ;
16. ສະຫຼຸບ ແລະ ລາຍງານປະຈຳປີກ່ຽວກັບການປະຕິບັດໜ້າທີ່ຂອງລັດຖະບານຕໍ່ສະພາແຫ່ງຊາດ ແລະ ປະທານປະເທດ;
17. ລາອອກຈາກຕຳແໜ່ງ ເມື່ອເຫັນວ່າຕົນບໍ່ສາມາດປະຕິບັດໜ້າທີ່ໄດ້ຍ້ອນເຫດຜົນທາງສຸຂະພາບ ຫຼື ດ້ວຍເຫດຜົນອື່ນ;
18. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

No comments

Powered by Blogger.