ສ.ອາເມຣິກາກ່າວວ່າ ສານໂລກບໍ່ມີສິດອຳນາດ ທີ່ຈະມາຕັດສິນບັນຫາການຂວ້ຳບາດອີຣານ - ອິດສະຫຼະ

ສ.ອາເມຣິກາກ່າວວ່າ ສານໂລກບໍ່ມີສິດອຳນາດ ທີ່ຈະມາຕັດສິນບັນຫາການຂວ້ຳບາດອີຣານ



ສຳນັກຂ່າວຕ່າງປະເທດລາຍງານ 29 ສິງຫາ 2018 ວ່າ: ທ່ານ ນາງ ເຈນນິເຟິ ນິວສະເຕດ ຫົວໜ້າຄະນະດຳເນີນການຕໍ່ສູ້ທາງກົດໝາຍຂອງສະຫະລັດ ອາເມຣິກາ ຕໍ່ຄະດີທີ່ອີຣານຮຽກຮ້ອງໃຫ້ສານຍຸຕິທຳລະຫວ່າງປະເທດ (ICJ) ຍົກເລີກການຂວໍ້າບາດຂອງສະຫະລັດ ອາເມຣິກາ ຈາກຄວາມຂັດແຍ່ງເລື່ອງຂໍ້ຕົກລົງນິວເຄຼຍ ສະບັບປີ 2015 ໃຫ້ການຕໍ່ຄະນະຜູ້ພິພາກສາ ເມື່ອວັນອັງຄານ ທີ່ຜ່ານມາ ເຊິ່ງເປັນວັນທີ 2 ຂອງການສືບພະຍານວ່າ: ສະຫະລັດ ອາເມຣິກາມີເຈດຈຳນົງຕາມກົດໝາຍ ໃນການໃຊ້ມາດຕະການກົດດັນທາງເສດຖະກິດຕໍ່ອີຣານ ເພື່ອໃຫ້ອີກຝ່າຍປັບປ່ຽນພຶດຕິກຳ.



ເຊິ່ງການດຳເນີນການດັ່ງກ່າວບໍ່ພຽງເພື່ອປົກປ້ອງຜົນປະໂຫຍດຂອງສະຫະລັດ ອາເມຣິກາເທົ່ານັ້ນ ແຕ່ຍັງເປັນໄປເພື່ອການຮັກສາສະຖຽນລະພາບດ້ານຄວາມໝັ້ນຄົງ ແລະ ສັນຕິພາບທັງໃນພູມມິພາກຕາເວັນອອກກາງ ຕະຫຼອດຮອດພູມມິພາກອື່ນໆໃນໂລກ ດ້ວຍເຫດນີ້ສານຍຸຕິທຳລະຫວ່າງປະເທດ ຈຶ່ງຂາດຂອບເຂດອຳນາດເບື້ອງຕົ້ນຕາມກົດໝາຍລະຫວ່າງປະເທດ ໃນການພິຈາລະນາຄຳຮ້ອງຟ້ອງຂອງລັດຖະບານອີຣານ ແລະ ສົນທິສັນຍາມິດໄມຕີ ແລະ ການຄ້າທີ່ສະຫະລັດ ອາເມຣິກາ ແລະ ອີຣານລົງນາມຮ່ວມກັນເມື່ອປີ 1951 ຈຶ່ງບໍ່ສາມາດໃຊ້ເປັນພື້ນຖານຂອງການຕັດສິນຄະດີນີ້ໄດ້, ເຖິງຢ່າງໃດກໍ່ຕາມທ່ານ ນາງ ເຈນນິເຟິ ນິວສະເຕດກ່າວວ່າ ສະຫະລັດ ອາເມຣິກາ ເຊື່ອໝັ້ນໃນແນວທາງການຜ່ອນຄາຍຄວາມຂັດແຍ່ງກັບອີຣານ ຄວນເປັນໄປຕາມແນວທາງການທູດ ຫຼາຍກວ່າການໃຫ້ສານພິຈາລະຈາ ແລະ ສານຍຸຕິທຳລະຫວ່າງປະເທດຄວນຍົກເລີກການຮ້ອງຟ້ອງຄະດີນີ້.

ຄຳຖະແຫຼງຂອງຜູ້ແທນສະຫະລັດ ອາເມຣິກາ ທີ່ມີຕໍ່ສານຍຸດຕິທຳລະຫວ່າງປະເທດ ເປັນຄວາມພະຍາຍາມຫຼັກລ້າງຄຳຖະແຫຼງຂອງທ່ານ ໂມເຊນ ໂມເຮບີ ຫົວໜ້າຄະນະຜູ້ແທນທາງກົດໝາຍຂອງລັດຖະບານອີຣານ ເຊິ່ງກ່າວເມື່ອວັນຈັນ ທີ່ຜ່ານມາວ່າ: ມາດຕະການຂວ້ຳບາດຂອງສະຫະລັດ ອາເມຣິກາ ຕໍ່ອີຣານທີ່ມີຜົນມາແຕ່ຕົ້ນເດືອນນີ້ ພາຍຫຼັງທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ ເມື່ອເດືອນພຶດສະພາ ທີ່ຜ່ານມາ ເປັນການລະເມີດສົນທິສັນຍາມິດໄມຕີ ແລະ ການຄ້າສອງຝ່າຍ ສະບັບປີ 1951 ຢ່າງຊັດເຈນ ເນື່ອງຈາກເປັນການເປີດເຜີຍເຖິງເຈດຕະນາທີ່ແທ້ຈິງຂອງສະຫະລັດ ອາເມຣິກາ ໃນການທຳລາຍລ້າງເສດຖະກິດຂອງອີຣານ.

No comments

Powered by Blogger.