ນາຍົກໄທຮຽກຮ້ອງໃຫ້ແຮງງານລາວໃນໄທ ຮີບຮ້ອນໄປຂຶ້ນທະບຽນໃຫ້ທັນກຳນົດເວລາ - ອິດສະຫຼະ

ນາຍົກໄທຮຽກຮ້ອງໃຫ້ແຮງງານລາວໃນໄທ ຮີບຮ້ອນໄປຂຶ້ນທະບຽນໃຫ້ທັນກຳນົດເວລາ




ເມື່ອວັນທີ 30 ມີນາ 2018 ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ພົບປະສອງຝ່າຍກັບທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງໄທ ກ່ອນທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດອະນຸພາກພື້ນແມ່ນ້ຳຂອງ 6 ປະເທດ ຄັ້ງທີ 6 ທີ່ນະຄອນຫຼວງຮາໂນຍ ປະເທດຫວຽດນາມ.


ໂດຍທັງສອງນາຍົກໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືລະຫວ່າງລາວ-ໄທ ໃນໄລຍະຜ່ານມາ ທີ່ນັບມື້ນັບເພີ່ມທະວີແໜ້ນແຟ້ນ ແລະ ມີກົນໄກການຮ່ວມມືທີ່ມີປະສິດທິພາບ ກໍ່ໃຫ້ເກີດຄວາມສຳເລັດທີ່ເປັນປະໂຫຍດແກ່ທັງສອງປະເທດເຊັ່ນ: ການຈັດຕັ້ງຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມເຂດຊາຍແດນທົ່ວໄປລາວ-ໄທ (GBC), ຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືລາວ-ໄທ (JC) ທີ່ມີລະດັບລັດຖະມົນຕີຂອງສອງຝ່າຍ ແລະ ເຈົ້າໜ້າທີ່ລະດັບສູງຮ່ວມມືປະຕິບັດງານຢ່າງໃກ້ຊິດ.

ນອກຈາກນີ້ລາວ-ໄທ ຍັງມີການຮ່ວມມືກັນໃນດ້ານການເຊື່ອມໂຍງທີ່ສຳຄັນເຊັ່ນ: ຂົວມິດຕະພາບ ແລະ ເສັ້ນທາງສາຍຕ່າງໆ ທີ່ທັງໄທ ແລະ ລາວຈະມຮ່ວມມືກັນພັດທະນາການເຊື່ອມໂຍງ ເພື່ອໃຫ້ເກີດຜົນປະໂຫຍດແກ່ທັງສອງປະເທດ ແລະ ພູມມິພາກ.

ໂດຍໃນໂອກາດດັ່ງກ່າວ, ຝ່າຍໄທໄດ້ຍົກປະເດັນເລື່ອງການຈົດທະບຽນແຮງງານຂຶ້ນມາວ່າ: ລັດຖະບານໄທໄດ້ຂະຫຍາຍເວລາການຂຶ້ນທະບຽນແຮງງານຕ່າງດ້າວ ໄປຈົນເຖິງທ້າຍເດືອນມິຖຸນາ 2018 ຈຶ່ງຂໍໃຫ້ແຮງງານຈາກປະເທດລາວ ຮີບຮ້ອນໄປຈົດທະບຽນຕາມກົດໝາຍຂອງໄທໃຫ້ທັນເວລາ ແລະ ທ່ານ ນາຍົກລັດຖະມົນຕີຂອງໄທ ໄດ້ເຊື່ອເຊີນທ່ານ ທອງລຸນ ສີສຸລິດ ເຂົ້າຮ່ວມກອງປະຊຸມ ACMECS ທີ່ໄທຈະເປັນເຈົ້າພາບ ຈັດຂຶ້ນຢູ່ນະຄອນຫຼວງບາງກອກ ໃນເດືອນມິຖຸນາ 2018 ນີ້ ໂດຍທ່ານ ທອງລຸນ ສີສຸລິດ ໄດ້ຕອບຮັບທີ່ຈະເຂົ້າຮ່ວມ ແລະ ສະແດງຄວາມພ້ອມທີ່ຈະຈັດກອງປະຊຸມຄະນະລັດຖະມົນຕີຮ່ວມລາວ-ໄທ ທີ່ນະຄອນຫຼວງວຽງຈັນ ໃນທ້າຍປີນີ້ອີກດ້ວຍ.




No comments

Powered by Blogger.