ນາຍທະຫານລະດັບສູງຂອງຈີນ ຖືກສືບສວນເລື່ອງການສໍ້ລາດບັງຫຼວງ ພາຍຫຼັງຖືກປົດກະທັນຫັນ - ອິດສະຫຼະ

ນາຍທະຫານລະດັບສູງຂອງຈີນ ຖືກສືບສວນເລື່ອງການສໍ້ລາດບັງຫຼວງ ພາຍຫຼັງຖືກປົດກະທັນຫັນ



ສຳນັກຂ່າວຕ່າງປະເທດລາຍງານ 10 ມັງກອນ 2018 ວ່າ: ພົນເອກ ຝາງ ເຟີງຮຸຍ ໜຶ່ງໃນອະດີດທະຫານລະດັບສູງສຸດຂອງກອງທັບຈີນ ກຳລັງຖືກສືບສວນ ໃນຖານະຜູ້ຕ້ອງສົງໄສຮັບສິນບົນ, ພົນເອກ ຝາງ ໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງປະທານກົມເສນາທິການຮ່ວມ ຄະນະກຳມາທິການທະຫານສູນກາງ ຂອງກອງທັບປົດປ່ອຍປະຊາຊົນຈີນ ເມື່ອປີ 2012 ແຕ່ຖືກປົດຕຳແໜ່ງຢ່າງກະທັນຫັນເມື່ອທ້າຍເດືອນສິງຫາ 2017 ທີ່ຜ່ານມາ ທ່າມກາງການປະເຊີນໜ້າບັນຫາຄວາມຂັດແຍ່ງຊາຍແດນກັບອິນເດຍ ແລະ ພຽງບໍ່ພໍເທົ່າໃດວັນພາຍຫຼັງທີ່ພົນເອກ ຝາງ ເຂົ້າພົບກັບຜູ້ບັນຊາການກອງທັບສະຫະລັດ ອາເມຣິກາ ເພື່ອປຶກສາຫາລືກ່ຽວກັບສະຖານະການແຫຼມເກົາຫຼີ.


ສຳນັກຂ່າວຊິນຫົວລາຍງານສັ້ນໆ ເມື່ອວັນອັງຄານທີ່ຜ່ານມາວ່າ: ພົນເອກ ຝາງ ຖືກສົ່ງຕົວໃຫ້ສຳນັກງານໄອຍະການທະຫານດຳເນີນການ ຕາມຂໍ້ສົງໄສຮັບສິນບົນ ໂດຍບໍ່ໃຫ້ລາຍລະອຽດໃດໆເພີ່ມເຕີມ.

ພົນເອກ ຝາງ ເປັນໜຶ່ງໃນນາຍທະຫານລະດັບສູງ 2 ຄົນ ທີ່ບໍ່ມີລາຍຊື່ຢູ່ໃນຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ພັກຄອມມູນິດຈີນ ຄັ້ງທີ 19 ເມື່ອເດືອນຕຸລາ 2017 ທີ່ຜ່ານມາ ເຮັດໃຫ້ເກີດກະແສຄາດເດົາວ່າ ພົນເອກ ຝາງ ອາດຕົກເປັນເປົ້າໝາຍຂອງການປາບປາມການສໍ້ລາດບັງຫຼວງຂອງທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ແລະ ນາຍທະຫານລະດັບສູງອີກທ່ານໜຶ່ງຄື ພົນເອກ ຈາງ ຢາງ ຫົວໜ້າກົມການເມືອງ ທີ່ຂ້າຕົວຕາຍດ້ວຍການແຂວນຄໍ ໃນນະຄອນຫຼວງປັກກິ່ງ ເມື່ອເດືອນພະຈິກ 2017 ທີ່ຜ່ານມາ ພາຍຫຼັງຖືກສືບສວນຕາມຂໍ້ກ່າວຫາກັບຮ່ວມກັບອະດີດນາຍທະຫານລະດັບສູງອີກ 2 ຄົນວ່າສໍ້ລາດບັງຫຼວງ.

ທ່ານ ສີ ຈິ້ນຜິງ ໄດ້ໃຫ້ຄຳໝັ້ນສັນຍາໃນກອງປະຊຸມໃຫຍ່ຂອງພັກ ຄັ້ງທີ 19 ວ່າ: ຈະເພີ່ມຄວາມເຂັ້ມງວດໃນການກວາດລ້າງການສໍ້ລາດບັງຫຼວງ ເຊິ່ງນັບຕັ້ງແຕ່ປີ 2012 ເປັນຕົ້ນມາ ມີເຈົ້າໜ້າທີ່ພັກທຸກລະດັບຖືກດຳເນີນຄະດີໄປແລ້ວປະມານ 1.5 ລ້ານຄົນ ລວມທັງຜູ້ນຳສະດັບສູງສຸດຂອງກອງທັບ.

No comments

Powered by Blogger.