ຖານທັບລັດເຊຍໃນຊີຣີ ຖືກໂຈມຕີດ້ວຍໂດຣນ ແຕ່ສາມາດສະກັດໄດ້ - ອິດສະຫຼະ

ຖານທັບລັດເຊຍໃນຊີຣີ ຖືກໂຈມຕີດ້ວຍໂດຣນ ແຕ່ສາມາດສະກັດໄດ້



ສຳນັກຂ່າວຕ່າງປະເທດລາຍງານ 9 ມັງກອນ 2018 ວ່າ: ກະຊວງປ້ອງກັນປະເທດລັດເຊຍອອກຖະແຫຼງການເມື່ອວັນຈັນທີ່ຜ່ານມາວ່າ ຖານທັບໃນເມືອງຮະໄມມິມ ແລະ ເມືອງຕາຕຸສ ເຊິ່ງຕັ້ງຢູ່ແຄມຝັ່ງທະເລເມດີເຕີເຣນຽນ ພາກຕາເວັນຕົກຂອງຊີຣີ ທີ່ກອງທັບລັດເຊຍໄດ້ເຂົ້າໄປໃຊ້ພື້ນທີ່ດັ່ງກ່າວເປັນຖານທັບມາດົນກວ່າ 2 ປີແລ້ວ ຕົກເປັນເປົ້າໝາຍຂອງການພະຍາຍາມໂຈມຕີ ໂດຍເຄື່ອງບິນບໍ່ມີຄົນຂັບ ຫຼື ໂດຣນ ຢ່າງໜ້ອຍ 13 ຄັ້ງ ນັບຕັ້ງແຕ່ວັນເສົາທີ່ຜ່ານມາ.


ເຊິ່ງເຈົ້າໜ້າທີ່ປະຈຳຖານທັບສາມາດທຳລາຍໂດຣນສູ້ຮົບໄດ້ 7 ລຳ ສ່ວນອີກ 6 ລຳຖືກສະກັດໄວ້ໄດ້ກ່ອນເຂົ້າສູ່ພື້ນທີ່ຊັ້ນໃນຂອງຖານທັບ ຂະນະດຽວກັນ ເນື້ອໃນຂອງຖະແຫຼງການຍັງປະຕິເສດລາຍງານຫຼາຍກະແສລະບຸວ່າ ທະຫານລັດເຊຍ 2 ຄົນໃນຖານທັບຮະໄມມິມ ເສຍຊີວິດຈາກການໂຈມຕີດ້ວຍປືນໃຫຍ່ຂອງກຸ່ມຕິດອາວຸດ ໃນຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ແລະ ຍົນຮົບອີກ 7 ລຳຂອງກອງທັບລັດເຊຍທີ່ຈອດຢູ່ໃນຖານທັບໄດ້ຮັບຄວາມເສຍຫາຍ.

ຂະນະທີ່ອົງກອນສັງເກດການດ້ານສິດທິມະນຸດຊີຣີ (SOHR) ລາຍງານເພີ່ມເຕີມວ່າ ກອງທັບລັດເຊຍ ແລະ ຊີຣີ ໄດ້ເພີ່ມການຕິດຕາມລະວັງໄພ ທີ່ອາດຕົກເປັນເປົ້າມາຍຂອງການໂຈມຕີດ້ວຍໂດຣນ ຕັ້ງແຕ່ອາທິດທີ່ຜ່ານມາ ໂດຍສະເພາະຢູ່ຖານທັບຮະໄມມິມ ເຊິ່ງເປັນອານາເຂດທາງທະຫານທີ່ກອງທັບລັດເຊຍປະຈຳການກຳລັງພົນ ແລະ ອາວຸດໄວ້ຫຼາຍທີ່ສຸດໃນຊີຣີ ແລະ SOHR ສັນນິຖານວ່າ ກຸ່ມຕິດອາວຸດເຄືອຂ່າຍຂອງ IS ໃນແຂວງລາຕາເຄຍ ເຊິ່ງເປັນສະຖານທີ່ຕັ້ງຂອງຖານທັບທັງສອງແຫ່ງ ໜ້າຈະມີສ່ວນກ່ຽວຂ້ອງກັບການພະຍາຍາມໂຈມຕີດັ່ງກ່າວ.

ນອກຈາກນີ້ລາຍງານຂອງ SOHR ຍັງເປີດເຜີຍເຖິງສະຖານະການສູ້ຮົບ ເພື່ອຍາດຊິງເຂດຖານທັບມູຣາຄາບັດ ໃນເຂດກູຕາຕາເວັນອອກ ຊານນະຄອນຫຼວງດາມາສກັສ ທີ່ທະວີຄວາມຮຸນແຮງຕັ້ງແຕ່ວັນທີ 29 ທັນວາ 2017 ທີ່ຜ່ານມາ ເປັນເຫດເຮັດໃຫ້ທະຫານຝ່າຍລັດຖະບານ ແລະ ກອງກຳລັງຝ່າຍກະບົດເສຍຊີວິດລວມກັນຢ່າງໜ້ອຍ 159 ຄົນ.


No comments

Powered by Blogger.