ທ່ານນາຍົກລັດຖະມົນຕີ ຢ້ຽມຢາມເຂດແລວທາງກໍ່ສ້າງທາງລົດໄຟ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ຢ້ຽມຢາມເຂດແລວທາງກໍ່ສ້າງທາງລົດໄຟ



ໃນຕອນແລງ ຂອງວັນທີ 12 ທັນວາ 2016 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເບິ່ງພື້ນທີ່ຕົວຈິງ ທີ່ຈະມີການກໍ່ສ້າງສະຖານີລົດໄຟ ແລະ ເສັ້ນທາງລົດໄຟ ລາວ-ໄທ ໄລຍະທີ 2 ຢູ່ເຂດທ່ານາແລ້ງ ຫາ ບ້ານຄຳສະຫວາດ, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ ສະພາບລວມໂຄງການກໍ່ສ້າງທາງລົດໄຟລາວ-ໄທ ໄລຍະ 2 ແຕ່ສະຖານີລົດໄຟທ່ານາແລ້ງ ຫາ ບ້ານຄຳສະຫວາດ, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ ຈາກທ່ານ ສອນສັກ ນໍຍານຊະນະ ຮອງຫົວໜ້າກົມທາງລົດໄຟ, ກະຊວງໂຍທາທິການ ແລະ ຂົນສົງ. ເຊິ່ງເຫັນວ່າ: ເສັ້ນທາງດັ່ງກ່າວ ມີຄວາມຍາວປະມານ 7,5 ກິໂລແມັດ ເຊິ່ງໄດ້ໂຈະການກໍ່ສ້າງມາແຕ່ທ້າຍປີ 2011 ແລະ ມາຮອດປະຈຸບັນ ລັດຖະບານໄດ້ຕົກລົງໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ ເພື່ອດຳເນີນການກໍ່ສ້າງໃນໄວໆນີ້. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຮັບຟັງການລາຍງານບາງຂໍ້ມູນ ກ່ຽວກັບໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຈາກທ່ານ ປອ. ກຸງ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ລົດໄຟແຫ່ງຊາດ ຕື່ມອີກ.

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳໃຊ້ຄະນະຮັບຜິດຊອບໂຄງການກໍ່ສ້າງລົດໄຟລາວ-ຈີນ ເອົາໃຈໃສ່ກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ສຳເລັດ ກ່ອນການເປີດພິທີ ເລີ່ມລົງມືກໍ່ສ້າງເສັ້ນທາງດັ່ງກ່າວ ຢ່າງເປັນທາງການ ໃນວັນທີ 25 ທັນວາ 2016 ທີ່ແຂວງຫຼວງພະບາງ; ສຳລັບການຕົກລົງ ແລະ ແກ້ໄຂບັນຫາຕ່າງໆ ທີ່ເຫັນວ່າມີບາງສິ່ງ ກີດຂວາງໃນສອງໂຄງການນັ້ນ ແມ່ນໃຫ້ພິຈາລະນາ ບົນພື້ນຖານສະພາບຄວາມເປັນຈິງ ຂອງແຕ່ລະທ້ອງຖິ່ນ, ສົມເຫດສົມຜົນ, ມີວິທະຍາສາດ, ຮັບປະກັນໄດ້ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍທາງສັງຄົມ ໂດຍມອບໃຫ້ຂະແໜງການທີ່ກ່ຽວຂ້ອງ ສົມທົບກັບແຕ່ລະທ້ອງຖິ່ນ ເປັນເຈົ້າການແກ້ໄຂ ແລະ ລາຍງານໃຫ້ຂັ້ນເທິງຮັບຊາບເປັນແຕ່ລະໄລຍະ; ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບກະຊວງສຶກສາທິການ ແລະ ກິລາ ລວມທັງຕ່າງປະເທດ ທີ່ມີບົດຮຽນດ້ານລົດໄຟ ເພື່ອຄົ້ນຄວ້າສ້າງສະຖາບັນການສຶກສາໃນດ້ານນີ້ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງ ຕ້ອງການ ຂອງໜ້າທີ່ວຽກງານປະເທດເຮົາ ໃນອະນາຄົດ.

ຈາກ: ກົມປະຊາສຳພັນ ຫສນຍ

No comments

Powered by Blogger.