ບັນຊີ ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ຂອງ ສປປ.ລາວ - ອິດສະຫຼະ

ບັນຊີ ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ຂອງ ສປປ.ລາວ



ສັດນ້ຳ ແລະ ສັດປ່າ ຢູ່ ສປປ.ລາວ ປະກອບດ້ວຍສັດລ້ຽງລູກດ້ວຍນ້ຳນົມ, ສັດປີ, ສັດເລືອຄານ, ສັດເຄິ່ງບົກ ເຄິ່ງນ້ຳ ແລະ ແມງໄມ້ທຸກຊະນິດ.

ສັດນ້ຳ ແລະ ສັດປ່າດັ່ງກ່າວແບ່ງອອກເປັນ 3 ປະເພດດັ່ງນີ້:

1. ສັດນ້ຳ ແລະ ສັດປ່າປະເພດຫ້ວງຫ້າມ : ທີ່ໄດ້ກຳນົດໄວ້ໃນບັນຊີ I ແມ່ນ ສັດປະເພດທີ່ຫາຍາກ, ໃກ້ຈະສູນພັນ, ມີຄຸນຄ່າສູງ ແລະ ມີຄວາມສຳຄັນເປັນພິເສດ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ. ສັດປະເພດດັ່ງກ່າວ ຕ້ອງໄດ້ຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ ແລະ ພັດທະນາ. ສ່ວນການນຳໃຊ້ນັ້ນ ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ.

2. ສັດນ້ຳ ແລະ ສັດປ່າປະເພດຄຸ້ມຄອງ : ທີ່ໄດ້ກຳນົດໄວ້ໃນບັນຊີ II ແມ່ນສັດນ້ຳ ແລະ ສັດປ່າທີ່ມີຄຸນປະໂຫຍດທາງດ້ານເສດຖະກິດ, ສັງຄົມ, ສິ່ງແວດລ້ອມ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ. ສັດປະເພດດັ່ງກ່າວ ຕ້ອງມີການຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ ແລະ ຄວບຄຸມການນຳໃຊ້.

3. ສັດນ້ຳ ແລະ ສັດປ່າ ປະເພດທົ່ວໄປ : ສັດນ້ຳ ແລະ ສັດປ່າ ປະເພດທົ່ວໄປ ທີ່ໄດ້ກຳນົດໄວ້ໃນບັນຊີ III ແມ່ນສັດນ້ຳ ແລະ ສັດປ່າທີ່ສາມາດຂະຫຍາຍພັນໄດ້ ຕາມທຳມະຊາດ ຢ່າງກວ້າງຂວາງ ເຊິ່ງມີຄວາມສຳຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ການສຶກສາທາງດ້ານວິທະຍາສາດ.​ ສັດປະເພດດັ່ງກ່າວ ສາມາດຊົມໃຊ້ໄດ້ ຕາມລະບຽບກົດໝາຍ ໂດຍຮັບປະກັນບໍ່ໃຫ້ ມີການສູນພັນ ພ້ອມທັງບໍ່ໃຫ້ມີຜົນກະທົບອັນບໍ່ດີຕໍ່ລະບົບນິເວດ ແລະ ສິ່ງແວດລ້ອມ.





























No comments

Powered by Blogger.