ນາຍົກອອກຄຳສັ່ງ ຫ້າມລ່າ, ຄ້າ-ຂາຍສັດປ່າ-ພືດປ່າ ຫວງຫ້າມ ຜູ້ລະເມີດໃຫ້ຈັບກຸມ ໜ່ວຍງານໃດປ່ອຍປະປົດຕຳແໜ່ງ ແລະ ດຳເນີນຄະດີ - ອິດສະຫຼະ

ນາຍົກອອກຄຳສັ່ງ ຫ້າມລ່າ, ຄ້າ-ຂາຍສັດປ່າ-ພືດປ່າ ຫວງຫ້າມ ຜູ້ລະເມີດໃຫ້ຈັບກຸມ ໜ່ວຍງານໃດປ່ອຍປະປົດຕຳແໜ່ງ ແລະ ດຳເນີນຄະດີ



ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ອອກຄຳສັ່ງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ ສະບັບເລກທີ 05/ນຍ ລົງວັນທີ 8 ພຶດສະພາ 2018 ເພື່ອເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ ແລະ ການກວດກາສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ ທີ່ໃກ້ສູນພັນ ໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການຕ່າງໆທີ່ລັດຖະບານໄດ້ວາງອອກ ແລະ ສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດດປ່າ ທີ່ໃກ້ຈະສູນພັນ ລະຫວ່າງ Convention on International Trade in Endangered Species of Wild Fauna and Flora (CTIES) ທີ່ ສປປ.ລາວ ເປັນພາຄີ ໃຫ້ມີຜົນສັກສິດ, ທັງເປັນການສະກັດກັ້ນ,​ ການຕ້ານ ແລະ ການແກ້ໄຂປະກົດການຫຍໍ້ທໍ້ກ່ຽວກັບສັດປ່າ ແລະ ພືດປ່າປະເພດຫວງຫ້າມ.


ໂດຍທ່ານນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງ ດັ່ງນີ້:
1. ໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີຄວາມເຂັ້ມງວດ ແລະ ເອົາໃຈໃສ່ປະຕິບັດໜ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບໃຫ້ຖືກຕ້ອງຕາມລະບຽບກົດໝາຍ ໂດຍສະເພາະແມ່ນບັນດາກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງ, ກວດກາ ແລະ ດຳເນີນຄະດນີກ່ຽວກັບສັດປ່າ ແລະ ພືດປ່າປະເພດຫວງຫ້າມ.

2. ໃຫ້ຢຸດຕິການລ່າສັດປ່າທຸກປະເທດທີ່ນອນໃນບັນຊີຫວງຫ້າມ (ບັນຊີ I) ແລະ ໃຫ້ຢຸດຕິການນຳເຂົ້າ, ນຳຜ່ານ, ສົ່ງອອກ, ການຊື້-ຂາຍສັດປ່າ ແລະ ພືດປ່າ ປະເພດຫວງຫ້າມທີ່ມີຊີວິດ ແລະ ບໍ່ມີຊີວິດ ລວມທັງຊິ້ນສ່ວນ, ອະໄວຍະວະ ແລະ ຜະລິດຕະພັນຕ່າງໆຂອງສັດປ່າປະເພດຫວງຫ້າມ (ບັນຊີ I) ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າຂອງ ສປປ.ລາວ ແລະ ສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ (CITES), ສຳລັບສັດປ່າທີ່ນອນໃນບັນຊີິຄຸ້ມຄອງ (ບັນຊີ II) ກໍ່ຕ້ອງໄດ້ຄຸ້ມຄອງຢ່າງເຂັ້ມງວດຕາມກົດໝາຍ ແລະ ສົນທິສັນຍາສາກົນວ່າດ້ວຍການຄ້າຂາຍ ຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES) ທີ່ ສປປ.ລາວ ເປັນພາຄີ.

3. ໃຫ້ຢຸດຕິການສ້າງຕັ້ງຟາມສັດປ່າປະເພດຫວງຫ້າມ (ບັນຊີ I) ເພື່ອເປົ້າໝາຍທາງດ້ານທຸລະກິດ, ຟາມທີ່ມີແລ້ວໃຫ້ຫັນໄປສູ່ການລ້ຽງແບບເປັນຟາມເປີດ (SAFARI) ຫຼື ສວນສັດ (ZOO) ເພື່ອເປົ້າໝາຍການທ່ອງທ່ຽວແບບອະນຸລັກ ແລະ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດເທົ່ານັ້ນ, ການສ້າງຕັ້ງຟາມສັດປ່າປະເພດຄຸ້ມຄອງ (ບັນຊີ II) ແລະ ປະເພດທົ່ວໄປ (ບັນຊີ III) ຕ້ອງໄດ້ຮັບອະນຸຍາດຈາກະຊວງກະສິກຳ ແລະ ປ່າໄມ້ ບົນພື້ນຖານຕ້ອງມີເອກະສານຕົ້ນຕໍ່ຄື: ບົດລາຍງານແຜນຄຸ້ມຄອງຄວາມສ່ຽງໃນການສູນພັນ ຂອງຊະນິດພັນສັດປ່າດັ່ງກ່າວ, ບົດວິພາກເສດຖະກິດເຕັກນິກ ແລະ ບົດປະເມ່ີນຜົນກະທົບທາງສັງຄົມ ແລະ ສິ່ງແວດລ້ອມທຳມະຊາດ.

4. ຫ້າມບໍ່ໃຫ້ມີການຊື້-ຂາຍ ແລະ ສົ່ງອອກ-ນຳເຂົ້າ ພືດປ່າປະເພດຫວງຫ້າມ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ.

5. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ເປັນເຈົ້າການຄົ້ນຄວ້າ, ສົ່ງເສີມການຂະຫຍາຍພັນພືດປ່າ ປະເພດຫວງຫ້າມ ແລະ ການຄຸ້ມຄອງບັນດາສວນພືດປ່າປະເພດຫວງຫ້າມ.

6. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ເປັນເຈົ້າການສົມທົບກັບກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນຄື:
6.1 ດຳເນີນການສຳຫຼວດຂຶ້ນບັນຊີ ແລະ ຂຶ້ນທະບຽນສັດປ່າ ທີ່ນຳມາລ້ຽງລວມທັງຊິ້ນສ່ວນ ແລະ ຜະລິດຕະພັນຕະພັນງາຊ້າງ, ກະດູກຊ້າງ ແລະ ໜໍ່ແຮດ ທີ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງມີໄວ້ໃນຄອບຄອງ. ສ່ວນຜະລິດຕະພັນຈາກງາຊ້າງ, ກະດູກຊ້າງ ແລະ ໜໍ່ແຮດ ທີ່ລອກຮຽນແບບ ຫຼື ເປັນຂອງປອມ ເຊິ່ງມີວາງຂາຍຕາມສະຖານທີ່ຕ່າງໆ ແມ່ນໃຫ້ດຳເນີນການກວດກາ, ຢຶດ ແລະ ທຳລາຍຖິ້ມ.

6.2 ໃຫ້ສືບຕໍ່ກວດກາ,​ ເກັບກຳ, ຂຶ້ນບັນຊີ, ຮິບໂຮມອາວຸດລ່າເນື້ອ, ເຄື່ອງມືລ່າສັດທຸກຊະນິດ ເພື່ອທຳລາຍຖິ້ມ, ບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຜະລິດ, ຄອບຄອງ ແລະ ຈຳໜ່າຍອາວຸດລ່າເນື້ອ ແລະ ເຄື່ອງມືລ່າສັດທີ່ມີລັກສະນະດັບສູນທຸກຊະນິດ.

6.3 ເຂັ້ມງວດໃຫ້ການກວດກາລາດຕະເວັນຕາມເຂດຊາຍແດນທີ່ຫຼໍ່ແຫຼມ, ດ່ານຂາເຂົ້າ-ຂາອອກ, ເຂດເສດຖະກິດພິເສດ ທີ່ມີເປົ້າໝາຍ ແລະ ເຂດອື່ນໆ, ຖ້າມີການລະເມີດ ຫຼື ການກະທຳຜິດກ່ຽວກັບການຄ້າຂາຍ, ເຄື່ອນຍ້າຍສັດປ່າ, ຊິ້ນສ່ວນ ແລະ ຜະລິດຕະພັນສັດປ່າທີ່ຜິດກົດໝາຍ ແລະ ສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ສູນພັນລະຫວ່າງຊາດ (CITES) ແມ່ນໃຫ້ດຳເນີນການສືບສວນ-ສອບສວນ ເພື່ອດຳເນີນຄະດີຕໍ່ຜູ້ກະທຳຜິດ, ໃນກໍລະນີມີການຢຶດຂອງກາງ ເພື່ອດຳເນີນຄະດີຕ້ອງມອບໃຫ້ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ ດຳເນີນການສືບສວນ-ສອບສວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 53, 54 ແລະ 79 ຂອງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ແລະ ມາດຕາ 59,​60, 61 ຂອງກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ. ສຳລັບຂອງກາງທີ່ຢຶດມາເປັນຂອງລັດ ຖ້າເປັນສັດປ່າຍັງມີຊີວິດ ຫຼື ຊິ້ນສ່ວນສັດປ່າ ທີ່ສາມາດເກັບຮັກສາໄວ້ພາຍຫຼັງການດຳເນີນຄະດີສຳເລັດ ຕ້ອງມອບໃຫ້ຂະແໜງກະສິກຳ ແລະ ປ່າໄມ້ (ຂະແໜງຄຸ້ມຄອງສົນທິສັນຍາສາກົນ CITES) ຖ້າເປັນສິ້ນສວນທີ່ບໍ່ມີຊີວິດ ຫຼື ສິ້ນສ່ວນສັດປ່າທີ່ບໍ່ສາມາດເກັບຮັກສາໄວ້ໄດ້ (ອາດຈະບູດເນົ່າເສຍຫາຍ) ຕ້ອງໄດ້ທຳລາຍຖິ້ມ.

6.4 ເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງ, ການກວດກາ, ການຕ້ານ ແລະ ສະກັດກັ້ນການລ່າ, ການຊື້-ຂາຍ, ການເຄື່ອນຍ້າຍ, ການນຳເຂົ້າ,​ການສົ່ງອອກ, ສົ່ງອອກຄືນ,​ການນຳຜ່ານສັດປ່າ ແລະ ພືດປ່າປະເພດຫ້ວງຫ້າມ (ບັນຊີ I) ແລະ ປະເພດຄຸ້ມຄອງ (ບັນຊີ II) ທີ່ມີຊີວິດ ແລະ ບໍ່ມີຊີວິດ ລວມທັງສນິ້ນສ່ວນ, ອະໄວຍະວະ ແລະ ຜະລິດຕະພັນຂຕ່າງໆ ຈາກສັດປ່າ ຕາມທີ່ກຳນົດໄວ້ໃນ ບັນດາກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບສັດນ້ຳ ແລະ ສັດປ່າຂອງ ສປປ.ລາວ ແລະ ສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES).

7. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ດຳເນີນການກວດກາດ, ຂຶ້ນບັນຊີເປົ້າໝາຍຫ້າງຮ້ານ ແລະ ຢຸດຕິການຄ້າຂາຍສິ້ນສ່ວນສັດປ່າເຊັ່ນ: ກະດູກ, ໜັງ, ເຂົາ, ງາ, ໜໍ່, ແຂ້ວ, ເລັບ, ໜວດ, ບີ ແລະ ອື່ນໆ ລວມທັງຜະລິດຕະພັນ ແລະ ຂອງທີ່ລະລຶກທີ່ເຮັດດ້ວຍສິ້ນສ່ວນສັດປ່າທຸກປະເພດ ຢູ່ບັນດາຕະຫຼາດ, ໂຮງແຮມ, ເສດຖະກິດຕະກິດພິເສດ, ເຂດທ່ອງທ່ຽວ, ສະໜາມບິນ, ດ້ານຂາເຂົ້າ-ຂາອອກ ລະຫວ່າງປະເທດ ແລະ ສະຖານທີ່ອື່ນໆ.

8. ໃຫ້ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ຊີ້ນຳສາຍຕັ້ງຂອງຕົນ ເພີ່ມທະວີຄວາມເຂັ້ມງວດ ໃນການກວດກາການສົ່ງອອກ, ການນຳເຂົ້າສັດປ່າ ແລະ ພືດປ່າ ຢູ່ຕາມບັນດາດ່ານຕ່າງໆ ແລະ ຕາມຊາຍແດນລະຫວ່າງປະເທດ, ຫ້າມເຈົ້າໜ້າທີ່ອະນຸຍາດ ຫຼື ອຳນວຍຄວາມສະດວກໃນການສົ່ງອອກ, ນຳເຂົ້າສັດປ່າ ແລະ ພືດປ່າ ທີ່ກຳນົດໄວ້ໃນ ຂໍ້ 3 ຂອງຄຳສັ່ງລະບັບນີ້ຢ່າງເດັດຂາດ. ຖ້າກວດກາພົບເຫັນມີການລັກລອບ ແມ່ນໃຫ້ຈັບຕົວຜູ້ກະທຳຜິດ ພ້ອມທັງຢຶດຂອງກາງແລ້ວສົ່ງໃຫ້ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ ດຳເນີນຄະດີຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

9. ໃຫ້ກະຊວງການເງິນ ຊີ້ນຳເຈົ້າໜ້າທີ່ພາສີ ເພີ່ມທະວີຄວາມເຂັ້ມງວດ, ໃນການກວດກາ, ການຕ້ານ ແລະ ສະກັດກັ້ນ, ການຊື້-ຂາຍ, ການເຄື່ອນຍ້າຍ, ການນຳເຂົ້າ, ການສົ່ງອອກ, ສົ່ງອອກຄືນ, ການນຳຜ່ານສັດປ່າ ແລະ ພືດປ່າປະເພດຫວງຫ້າມ (ບັນຊີ I) ແລະ ປະເພດຄຸ້ມຄອງ (ບັນຊີ II) ທີ່ມີຊີວິດ ແລະ ບໍ່ມີຊີວິດລວມທັງສິ້ນສ່ວນ, ອະໄວະຍະ ແລະ ຜະລິດຕະພັນຕ່າງໆຈາກສັດປ່າ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ ຂອງ ສປປ.ລາວ ແລະ ສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES). ຖ້າກວດກາພົບເຫັນມີການລັກລອບ ແມ່ນໃຫ້ຈັບຕົວຜູ້ກະທຳຜິດ ພ້ອມທັງຢຶດຂອງກາງ ແລ້ວສົ່ງໃຫ້ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ ດຳເນີນຄະດີຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

10. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີຄວາມເອົາໃຈໃສ່ໂຄສະນາ, ເຜີຍແຜ່ລະບຽບກົດໝາຍທີກ່ຽວຂ້ອງ ໂດຍສະເພາະແມ່ນກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ ແລະ ບັນດານິຕິກຳຕ່າງໆທີ່ກ່ຽວຂ້ອງກັບ ສົນທິສັນຍາສາກົນວ່າ ດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່້າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES).

11. ໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນເຈົ້າການສົມທົບກັບ ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການປົກຄອງທ້ອງຖິ່ນ ດຳເນີນການສືບສວນຊະນິດພັນພືດ ແລະ ສັດ ທີ່ນອນໃນບັນຊີ CITES ເພື່ອໃຫ້ກຳໄດ້ສະຖານະພາບຂອງແຕ່ລະຊະນິດພັນ ໂດຍສະເພາະ ຊະນິດພັນທີ່ ສປປ.ລາວ ມີທ່າແຮງ ໃນການຄ້າຂາຍ ພ້ອມທັງສ້າງແຜນການຄຸ້ມຄອງຄວາມສ່ຽງໃນການສູນພັນ ເພື່ອເປັນຂໍ້ມູນລາຍງານກອງເລຂາອົງການ CITES.

12. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເອົາໃຈໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນຂອງຂະແໜງການ ທີ່ຮັບຜິດຊອບວຽກງານຄຸ້ມຄອງ (CITES MA) ແລະ ຢັ້ງຢືນທາງດານວິທະຍາສາດ (CITES SA) ຕາມສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES) ໃຫ້ມີຄວາມເຂັ້ມແຂງ ແລະ ມີການປະສານສົມທົບກັນປະຕິບັດວຽກງານໃຫ້ມີປະສິດທິຜົນ.

13. ໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ປັບປຸງ ກົນໄກປະສານງານ ໃນການຄຸ້ມຄອງກວດກາ ຕິດຕາມ ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່ງຊາດ (CITES).

14. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ຢ່າງໂປ່ງໃສ ແລະ ເຂັ້ມງວດ ແລ້ວລາຍງານລັດຖະບານເປັນແຕ່ລະໄລຍະ ເພື່ອໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານໃຫ້ທັນກັບສະພາບການ.

15. ໃຫ້ບັນດາລັດຖະມົນຕີ,​ ຫົວໜ້າອົງການລັດທຽບເທົ່າກະຊວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາເຈົ້າແຂວງ ກຳແໜ້ນຄຳສັ່ງສະບັບນີ້, ພ້ອມທັງຂະຫຍາຍອອກເປັນໜ້າວຽກລະອຽດ ຕາມຄວາມຮັບຜິດຊອບຂອງຕົນໂດຍໄວ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ກໍລະນີຂະແໜງການໃດ, ທ້ອງຖິ່ນໃດ ຫາກລະເມີດຕໍ່ຄຳສັ່ງລະບັບນີ້ແມ່ນຄະນະນຳຂອງຂະແໜງການນັ້ນ ຫຼື ທ້ອງຖິ່ນນັ້ນ ຕ້ອງຮັບຜິດຊອບຕໍ່ລັດຖະບານ ແລະ ກົດໝາຍ.

16. ຄຳສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ບັນດາຄຳສັ່ງ, ຂໍ້ຕົກລົງ, ແຈ້ງການ ແລະ ນິຕິກຳຕ່າງໆ ລວມທັງບັນດານິຕິກຳ ທີ່ກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ອອກໃນໄລຍະທີ່ຜ່ານ ທີ່ມີເນື້ອໃນຂັດກັບຄຳສັ່ງສະບັບນີ້ ລ້ວນແຕ່ຖືກລົບລ້າງ.

No comments

Powered by Blogger.