ບັງກະລາເທດເຮັດແທ້ທຳຈິງ ຍິງຜູ້ຄ້າຢາເສບຕິດເສຍຊີວິດແລ້ວກວ່າ 100 ຄົນ ແລະ ຈັບກຸ່ມອີກກວ່າໝື່ນຄົນ - ອິດສະຫຼະ

ບັງກະລາເທດເຮັດແທ້ທຳຈິງ ຍິງຜູ້ຄ້າຢາເສບຕິດເສຍຊີວິດແລ້ວກວ່າ 100 ຄົນ ແລະ ຈັບກຸ່ມອີກກວ່າໝື່ນຄົນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 29 ພຶດສະພາ 2018 ທີ່ຜ່ານມາວ່າ: ຕຳຫຼວດບັງກະລາເທດເປີດເຜີຍວ່າ: ຜູ້ຄ້າຢາເສບຕິດຖືກຍິງເສຍຊີວິດເພີ່ມອີກ 10 ຄົນ ເມື່ອຕອນເຊົ້າຂອງວັນອັງຄານ ທີ່ຜ່ານມາ, ສ່ວນໜຶ່ງແມ່ນມາຈາກການຍິງປະທະກັນກັບເຈົ້າໜ້າທີ່ຕຳຫຼວດ ແລະ ອີກສ່ວນໜຶ່ງມາຈາກການຍິງປະທະກັນເອງລະຫວ່າງຜູ້ຄ້າຢາເສບຕິດກັບຄູ່ຂັດແຍ່ງ.

ຜູ້ຕ້ອງສົງໄສຄ້າຢາເສບຕິດ 102 ຄົນຖືກຍິງເສຍຊີວິດ ນັບຕັ້ງແຕ່ທາງການບັງກະລາເທດເລີ່ມປະຕິບັດການກວາດລ້າງຢາເສບຕິດ ທີ່ກຳລັງລະບາດຢ່າງໜັກໜ່ວງໃນປະເທດ, ເມື່ອວັນທີ 15 ພຶດສະພາ ທີ່ຜ່ານມາ ທ່ານ ອາຊາດ ອຸດສະມານ ຂ່ານ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບບັງກະລາເທດກ່າວວ່າ ສົງຄາມກວດລ້າງຢາເສບຕິດຈະດຳເນີນຕໍ່ໄປ ຈົນກວ່າທາງການຈະສາມາດຄວບຄຸມສະຖານະການໄດ້ໂດຍສົມບູນ ແລະ ປະຕິບັດການທີ່ຜ່ານມາ ຜູ້ຄ້າຢາເສບຕິດຖືກຈັບກຸມແລ້ວປະມານ 12,000 ຄົນ ແລະ ຖືກນຳຕົວໄປດຳເນີນຄະດີໃນຊັ້ນສານແລ້ວ.

ທ່ານ ອາຊາດ ອຸດສະມານ ຂ່ານ ກ່າວອີກວ່າ ບໍ່ຕ້ອງມາມີຂໍ້ສົງໄສວ່າຜູ້ເສຍຊີວິດເຫຼົ່ານັ້ນບໍ່ແມ່ນຜູ້ຄ້າຢາເສບຕິດ ພາຍຫຼັງມີຂໍ້ກ່າວຫາຈາກກຸ່ມສິດທິມະນຸດວ່າ ປະຊາຊົນຜູ້ບໍລິສຸດກໍ່ເສຍຊີວິດ.


ບັງກະລາເທດພະຍາຍາມຕໍ່ສູ່ເພື່ອຄວບຄຸມຢາເສບຕິດ ໂດຍສະເພາະຢາບ້າ ສານເສບຕິດລາຄາຖືກທີ່ເປັນສ່ວນປະສົມຂອງເມດແອມເຟຕາມີນ ແລະ ຄາເຟອີນ ທີ່ຫຼັ່ງໄຫຼຂ້າມແດນຈາກມຽນມາປີລະຫຼາຍຮ້ອຍລ້ານເມັດ, ປີທີ່ຜ່ານມາເຈົ້າໜ້າທີ່ບັງກະລາເທດສາມາດຢຶດ ແລະ ຈັບກຸມຢາບ້າໄດ້ຫຼາຍເປັນປະຫວັດສາດເຖິງ 40 ລ້ານເມັດ ຈາກທັງໝົດທີ່ຄາດວ່າຈະເຂົ້າສູ່ປະເທດປະມານ 250-300 ລ້ານເມັດ.

No comments

Powered by Blogger.