ຄະນະກຳມະການໂນເບວຢືນຢັນ ຈະບໍ່ມີການຖອດຖອນລາງວັນຈາກທ່ານ ນາງ ອອງ ຊານ ຊູຈີ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEizXDiiB5eaWlCQ1jqx-nYkH2O6KoNT9RKNGCBRWKCAluUq1Bf4wLQcj-rOSBY7IZvaD3C_fGPxaT3JRIbbxg1d2_ss4r-BXriu5Ol7pdjSVGKJr0PJVXVQuItZB-w_pTWOmTZYof4E6tY/s1600/000_18I17A.jpg)
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 30 ສິງຫາ 2018 ທີ່ຜ່ານມາວ່າ: ຄະນະກຳມະການໂນເບວນອກແວ ເຊິ່ງເປັນຜູ້ພິຈາລະນາວາງວັນໂນເບວສາຂາສັນຕິພາບມາຕັ້ງແຕ່ປີ 1930 ອອກຖະແຫຼງການເມື່ອວັນພຸດ ທີ່ຜ່ານມາວ່າ: ກົດລະບຽບຂອງການພິຈາລະນາ ແລະ ມອບລາງວັນໃຫ້ແກ່ບຸກຄົນ ຫຼື ໜ່ວຍງານແຫ່ງໃດກໍ່ຕາມໃນໂລກນີ້ ຍັງບໍ່ປ່ຽນແປງ ໝາຍຄວາມວ່າຄະນະກຳມະການບໍ່ມີນະໂຍບາຍຖອດຖອນລາງວັນຄືນຈາກບຸກຄົນ ຫຼື ໜ່ວຍງານທີ່ເຄີຍໄດ້ຮັບລາງວັນໄປແລ້ວ ໂດຍໃນສ່ວນຂອງທ່ານ ນາງ ອອງ ຊານ ຊູຈີ ທ່ານ ນາງໄດ້ຮັບລາງວັນໂນເບວສາຂາສັນຕິພາບປະຈຳປີ 1991 ຈາກການຕໍ່ສູ້ເພື່ອຮຽກຮ້ອງປະຊາທິປະໄຕ ແລະ ເສລີພາບທາງການເມືອງໃນມຽນມາ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEi36A4NectEwch17fz-MvVu33N22DFGVrAYrZBK3tOFv6faYmLtG-mAMthfrOFdUz09ew_b5UeetQHwXJBfzKBWLl9-5sNHS57mwVgovHsbOJi1CSbcjCPXponLjrWamgXHRgZXvumNms8/s1600/000_S405I.jpg)
ເຖິງຢ່າງໃດກໍ່ຕາມ, ຄະນະກຳມະການໂນເບວນອກແວເຄີຍອອກຖະແຫຼງການສະບັບໜຶ່ງເມື່ອປີທີ່ຜ່ານມາ ສະແດງຄວາມເປັນຫ່ວງຕໍ່ສະຖານະການດ້ານຄວາມໝັ້ນຄົງ ແລະ ສິດທິມະນຸດໃນລັດຍະໄຂ່ຂອງມຽນມາ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເພີ່ມການຮ່ວມມືໃນການຢຸດຕິການເລືອກປະຕິບັດທາງເຊື້ອຊາດ ແລະ ການກົດຂີ່ກຸ່ມຊົນຊາດຊົນເຜົ່າໃນພື້ນທີ່.
ເຊິ່ງການເຄື່ອນໄຫວດັ່ງກ່າວຂອງຄະນະກຳມະການໂນເບວນອກແວ ເກີດຂຶ້ນໃນເວລາດຽວກັນທີ່ຄະນະມົນຕີສິດທິມະນຸດແຫ່ງສະຫະປະຊາຊາດ (UNHRC) ເຜີຍແຜ່ບົດລາຍງານວ່າດ້ວຍການສືບສວນສອບສວນຫາຄວາມຈິງ ກ່ຽວກັບສະຖານະການໃນລັດຍະໄຂ່ ໂດຍມີການລະບຸຊື່ທະຫານລະດັບສູງຂອງມຽນມາ 6 ທ່ານ ໜຶ່ງໃນນັ້ນຄືທ່ານ ພົນເອກ ມິນ ອ່ອງ ຫຼ່າຍ ຜູ້ບັນຊາການທະຫານສູງສຸດມຽນມາ ວ່າມີສ່ວນກ່ຽວຂ້ອງໂດຍກົງຕໍ່ການຂ້າລ້າງເຜົ່າພັນຊາວໂຣຮິງຢາ ໃນລັດຍະໄຂ່, ໂດຍຮຽກຮ້ອງໃຫ້ທ່ານ ພົນເອກ ມິນ ອ່ອງ ຫຼ່າຍ ລາອອກ ແລະ ເຂົ້າຮັບການສືບສວນ, ຂະນະດຽວກັນ ເນື້ອໃນຂອງລາຍງານຍັງມີການວິຈານທ່ານ ນາງ ອອງ ຊານ ຊູຈີ ຢ່າງຮຸນແຮງໜັກໜ່ວງອີກດ້ວຍ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ