ກອງປະຊຸມລັດຖະບານເປີດກວ້າງ ປະຈຳປີ 2015-2016 ໄດ້ສະຫຼຸບ ແລະ ລາຍງານຫຼາຍບັບຫາ - ອິດສະຫຼະ

ກອງປະຊຸມລັດຖະບານເປີດກວ້າງ ປະຈຳປີ 2015-2016 ໄດ້ສະຫຼຸບ ແລະ ລາຍງານຫຼາຍບັບຫາ



ໃນລະຫວ່າງວັນທີ 13-14 ທັນວາ 2016 ກອງປະຊຸມລັດຖະບານເປີດກວ້າງ ປະຈຳປີ 2015-2016 ໄດ້ດໍາເນີນຢ່າງເປັນທາງການ ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນ ປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ,  ບັນດາສະມາຊິກລັດຖະບານ, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານເຈົ້າແຂວງ ພ້ອມ ດ້ວຍ ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ສະພາແຫ່ງຊາດ, ອົງການຕຸລາການ, ສູນກາງແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນປຶກສາຫາລື, ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານກ່ຽວກັບ ການສະຫຼຸບຕີລາຄາໂດຍສັງເຂບ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ໃນ 1 ປີຜ່ານມາ ເປັນຕົ້ນ: ຮ່າງຄໍາສັ່ງວ່າດ້ວຍ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນການເງິນ ແລະ ແຜນເງິນຕາ ປະຈຳປີ 2017; ແຜນການເງິນຕາ ປີ 2017-2020, ສະຫຼຸບສະພາບພົ້ນເດັ່ນການຈັດຕັ້ງປະຕິບັດແຜນເງິນຕາ 12 ເດືອນຕົ້ນປີ 2015-2016, ແຜນການຮອດທ້າຍປີ 2016 ແລະ ແຜນເງິນຕາ ປີ 2017; ລາຍງານປັບປຸງກົນໄກປະສານງານ ລະຫວ່າງ ບັນດາກະຊວງ-ອົງການ, ທ້ອງຖິ່ນ ແລະ ສຳນັກງານນາຍົກລັດຖະມົນຕີ (ຕາມດຳລັດເລກທີ 220/ນຍ, ລົງວັນທີ 19 ພະຈິກ 1998); ຮ່າງລັດຖະບັນຍັດ ວ່າດ້ວຍການກຳນົດອັດຕາຄ່າທຳນຽມທາງ; ການສະຫຼຸບຕີລາຄາການສ້າງ, ປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຂອງບັນດາຂະແໜງ, ການປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ໃນໄລຍະຜ່ານມາ ແລະ ແຜນໃນຕໍ່ໜ້າ; ການສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານຂອງຄະນະລັດຖະບານ ຊຸດທີ VIII (ນັບແຕ່ເດືອນເມສາ 2016 ເຖິງປະຈຸບັນ).

ຂ່າວ: ຫສນຍ

No comments

Powered by Blogger.