ອີຣານ ພ້ອມໃຫ້ການສະໜັບສະໜູນແກ່ຊີຣີ ທັງທາງການທະຫານ ແລະ ການຟື້ນຟູປະເທດ - ອິດສະຫຼະ

ອີຣານ ພ້ອມໃຫ້ການສະໜັບສະໜູນແກ່ຊີຣີ ທັງທາງການທະຫານ ແລະ ການຟື້ນຟູປະເທດ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 27 ສິງຫາ 2018 ວ່າ: ທ່ານພົນຈັດຕະວາ ອາເມຍ ຮາຕາມີ ລັດຖະມົນຕີກະຊວງປ້ອງກັນປະເທດອີຣານ ກ່າວລະຫວ່າງການຢ້ຽມຢາມນະຄອນຫຼວງດາມັດສະກັສ ປະເທດຊີຣີ ເມື່ອວັນອາທິດທີ່ຜ່ານມາວ່າ: ຊີຣີຖືເປັນຈຸດເຊື່ອມຈອດທາງຍຸດທະສາດທີ່ມີຄວາມສຳຄັນຢ່າງຍິ່ງໃນຕາເວັນອອກກາງ ແລະ ກຳລັງເຂົ້າສູ່ໄລຍະສຳຄັນຂອງການຟື້ນຟູປະເທດ ພາຍຫຼັງກ້າວຜ່ານໄລຍະເວລາສຳຄັນມາແລ້ວ, ອີຣານມີຄວາມສາມາດ້ານການປ້ອງກັນທາງທະຫານໃນລະດັບສູງ ແລະ ສາມາດສະໜັບສະໜູນຊີຣີໃນບັນຫາດັ່ງກ່າວໄດ້ ເຊັ່ນດຽວກັບການສະແດງບົດບາດຢ່າງສ້າງສັນ ໃນດ້ານການບູລະນະບ້ານເມືອງ ແລະ ໃນຖານະບຸກຄົນທີ່ສາມ ແມ່ນບໍ່ຢູ່ໃນສະຖານະທີ່ຈະກຳນົດກອບການຮ່ວມມືລະຫວ່າງລັດຖະບານອີຣານ ກັບ ລັດຖະບານດາມັດສະກັສ.

ໃນດ້ານຂອງທ່ານ ພົນເອກ ອັບດຸນເລາະ ອາຢູບ ລັດຖະມົນຕີກະຊວງປ້ອງກັນປະເທດຊີຣີ ກ່າວເຖິງການຮ່ວມມືສອງຝ່າຍກັບອີຣານ ວ່າຖືເປັນແບບຢ່າງຂອງການເສີມສ້າງສາຍພົວພັນລະຫວ່າງລັດເອກະລາດ ເຊິ່ງການຢ້ຽມຢາມນະຄອນຫຼວງດາມັດສະກັສຂອງທ່ານ ພົນຈັດຕະວາ ຮາຕາມີ ເກີດຂຶ້ນພາຍຫຼັງທີ່ທ່ານ ຈອນ ໂບຕັ້ນ ທີ່ປຶກສາດ້ານຄວາມໝັ້ນຄົງຂອງສະຫະລັດ ອາເມຣິກາ ກ່າວເມື່ອອາທິດທີ່ຜ່ານມາວ່າ ອີຣານຄວນຖອນທະຫານອອກຈາກຊີຣີໂດຍໄວທີ່ສຸດ.

ເຖິງຢ່າງໃດກໍ່ຕາມ, ລັດຖະບານອີຣານ ແລະ ລັດຖະບານຊີຣີບໍ່ເຄີຍຢືນຢັນການມີຕົວຕົນຂອງທະຫານອີຣານໃນຊີຣີ ໂດຍກ່າວມາຕະຫຼອດວ່າ ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງອີຣານໃນຊີຣີ ຄືທີ່ປຶກສາທາງການທະຫານ, ຂະນະທີ່ອິດສະຣາແອນກ່າວຫາວ່າອີຣານຕ້ອງການຮຸກຮານເຂົ້າໃກ້ປະເທດຂອງຕົນຜ່ານການແຊກແຊງທາງທະຫານໃນຊີຣີ ແລະ ກອງທັບອິດສະຣາແອນໄດ້ເພີ່ມຄວາມຖີ່ຂອງປະຕິບັດການການໂຈມຕີທາງອາກາດຕາມແນວຊາຍແດນທີ່ຢູ່ພຽງໂດລັນ ເມື່ອເດືອນພຶດສະພາ ທີ່ຜ່ານມາ.

No comments

Powered by Blogger.