ໝາກໜອດ ຄຸນປະໂຫຍດຫຼາກຫຼາຍ - ອິດສະຫຼະ

ໝາກໜອດ ຄຸນປະໂຫຍດຫຼາກຫຼາຍ



ໜາກໜອດເປັນປະເພດໄມ້ເລືອໄປຕາມສະພາບ ໝາກມີລັກສະນະກົມ ໝາກອ່ອນເປັນສີຂຽວ ແຕ່ເມື່ອສຸກແລ້ວມີຫຼາຍສີ ມີລົດສົ້ມ ບາງພັນມີລົດສົ້ມຫວານ
ຄົນລາວເຮົານິຍົມນຳຍອດມາເປັນຜັກ ເພື່ອກິນກັບລາບ ຫຼື ໃຫ້ແກງ ເຊິ່ງຈະມີລົດຂົມອ່ອນໆ
ໄມ້ ຫຼື ກ້ານເຄືອໝາກໜອດເປັນຍາຄວບຄຸມທາດ, ຖອນພິດເບື່ອເບົາທຸກຊະນິດ
ໃບນຳມາຕໍາໃຫ້ລະອຽດຄັ້ນເອົານໍ້າເພື່ອດື່ມຂ້າແມ່ທ້ອງ

ເນື້ອໃນຂອງໝາກໜອດຈະເປັນເຫຍື່ອຫຸ້ມແກ່ນ ມີລົດສົ້ມ ຫຼື ສົ້ມຫວານ ເຊິ່ງມີວິຕາມິນເຊສູງ ບຳລຸງສາຍຕາ, ບຳລຸງຜິວ ແຕ່ຜູ້ທີ່ມີລະດັບນໍ້າຕານໃນເລືອດສູງຄວນກິ່ນພໍປະມານ ແລະ ບໍ່ຄວນກິນຍອດ ຫຼື ໃບແບບສົດໆ ເພາະມີສານພິດອາດເປັນອັນຕະລາຍຕໍ່ຮ່າງກາຍໄດ້.

No comments

Powered by Blogger.