ປະໂຫຍດຂອງຜັກບົ້ງທີ່ຄວນຮູ້ - ອິດສະຫຼະ

ປະໂຫຍດຂອງຜັກບົ້ງທີ່ຄວນຮູ້



ມື້ນີ້ຈຶ່ງໄດ້ນຳປະໂຫຍດຕ່າງໆຂອງຜັກບົ້ງມານຳສະເໜີ ເພື່ອໃຫ້ຄົນທີ່ບໍ່ມັກກິນຜັກບົ້ງຈະຕ້ອງປ່ຽນໃຈ ເພື່ອຮ່າງກາຍທີ່ແຂງແຮງ
1. ຮັກສາອາການນອນບໍ່ຫຼັບ
ຜັກບົ້ງນັ້ນອຸດົມດ້ວຍສານເຊເລນຽມ ແລະ ສັງກະສີທີ່ມີສັບພະຄຸນຊ່ວຍຜ່ອນຄາຍປະສາດ ເຮັດໃຫ້ເຮົາຮູ້ສຶກຜ່ອນຄາຍຫຼາຍຂຶ້ນ ແລະ ນອນຫຼັບໄດ້ໃນທີ່ສຸດ

2. ບຳລຸງເລືອດ
ທາດເຫຼັກ ຖືເປັນສານອາຫານທີ່ມີຄວາມສຳຄັນຕໍ່ລະບົບເລືອດ ເພາະຮີໂມໂກບິນທີ່ຢູ່ໃນເລືອດນັ້ນຕ້ອງໄດ້ຮັບທາດເຫຼັກຢ່າງພຽງພໍ ບໍ່ສະນັ້ນກໍ່ອາດຈະເຮັດໃຫ້ເກີດພາວະເລືອດຈາງ ແລະ ການຮັບປະທານຜັກບົ້ງກໍ່ເປັນອີກວິທີໜຶ່ງທີ່ຈະໄດ້ຮັບທາດເຫຼັກຢ່າງພຽງພໍ

3. ບຳລຸງຕັບ
ຜັກບົ້ງ ຊ່ວຍບຳລຸງຕັບໄດ້ເພາະຜັກບົ້ງມີສານອາຫານຫຼາກຫຼາຍທີ່ຊ່ວຍໃນການລ້າງສານພິດ ແລະ ສານຕ້ານອະນຸມູນອິດສະຫຼະທີ່ປ້ອງກັນເຊວບໍ່ໃຫ້ຖືກທຳລາຍ

4. ຫຼຸດນ້ຳຕານໃນເລືອດ
ສຳລັບຜູ້ປ່ວຍເປັນເບົາຫວານ ເພາະວ່າຜັກບົ້ງສາມາດຊ່ວຍຫຼຸດນ້ຳຕານໃນເລືອດ ແລະ ຫຼຸດການດູດຊຶມຂອງກລູໂຄສຂອງຮ່າງການໄດ້ ບໍ່ພຽງແຕ່ເທົ່ານັ້ນແມ່ຍິງຖືພາ ຜັກບົ້ງຍັງຊ່ວຍເຂົ້າໄປເສີມສ້າງຄວາມຕ້ານທານກລູໂຄສໃນຮ່າງກາຍ ແລະ ຊ່ວຍຮັກສາໂລກເບົາຫວານໄດ້

5. ແກ້ອາການຂັບຖ່າຍຍາກ
ຜັກບົ້ງ ສາມາດແກ້ອາການຂັບຖ່າຍຍາກໄດ້ ເພາະໄຟເບີ້ໃນຜັກບົ້ງຈະເຂົ້າໄປຊ່ວຍເຮັດໃຫ້ລະບົບການຂັບຖ່າຍເຮັດວຽກໄດ້ດີຂຶ້ນ ນອກຈາກນີ້ຜັກບົ້ງຍັງມີລິດເປັນຍາລະບາຍອ່ອນໆ ອີກດ້ວຍ.

6. ຊ່ວຍຫຼຸດນ້ຳໜັກ
ຜັກໃບຂຽວເປັນອາຫານຫຼຸດນ້ຳໜັກທີ່ໄດ້ຜົນດີ ຜັກບົ້ງກໍ່ເປັນໜຶ່ງໃນນັ້ນ ດ້ວຍປະລິມານໄຟເບີ້ທີ່ສູງ ແລະ ບໍລິມານແຄລໍຣີທີ່ຕ່ຳ ເຮັດໃຫ້ເມື່ອຮັບປະທານເຂົ້າໄປແລ້ວຈະເຮັດໃຫ້ອີ່ມງ່າຍ ແລະ ອີ່ມດົນ ໝົດບັນຫາການຮັບປະທານອາຫານຫຼາຍເກີນໄປ ຫຼື ມີອາການຢາກຕະຫຼອດໄດ້

7. ຫຼຸດຄໍເລສເຕີຣໍ
ຜັກບົ້ງ ມີສ່ວນສຳຄັນໃນການຫຼຸດລົງຂອງຄໍເລສເຕີຣໍ ແລະ ໄຕຣກລີເຊິໄຣໃນຮ່າງກາຍໄດ້ ເຊິ່ງສົ່ງຜົນດີຕໍ່ລະບົບຫຼອດເລືອດ ແລະ ຫົວໃຈອີກດ້ວຍ

8. ປ້ອງກັນໂລກຫົວໃຈ
ຜັກບົ້ງ ມີວິຕາມິນເອ ແລະ ວິຕາມິນຊີ ຕະຫຼອດຮອດສານເບຕ້າ-ແຄໂຣທີນ ເປັນສານທີ່ມີສິດຕ້ານອະນຸມູນອິດສະຫຼະ ລວມທັງຍັງຊ່ວຍປ້ອງກັນບໍ່ໃຫ້ຄໍເລສເຕີຣີລວມຕົວກັບອົກຊີໄປເກາະຢູ່ຕາມຫຼອດເລືອດ ເຮັດໃຫ້ເກີດມີໄຂມັນຕັນຢູ່ໃນເສັ້ນເລືອດ ຈົນເກີດຫົວໃຈວາຍ ຫຼື ໂລກຫຼອດເລືອດໃນທີ່ສຸດ
ນອກຈາກນີ້ ໂຟເລດໃນຜັກບົ້ງ ກໍ່ຍັງຊ່ວຍເຮັດໃຫ້ໂຮໂມຊີສເຕອີນ ກົດອະນິໂນທີ່ເປັນຕົ້ນເຫດຂອງໂລກຫົວໃຈຫຼຸດລົງໄດ້ ຫຼຸດຄວາມສ່ຽງໂລກຫົວໃຈ ແລະ ຫຼອດເລືອດ ຂະນະທີ່ແມັກນິຊຽມໃນຜັກບົ້ງເອງກໍ່ຍັງຫຼຸດຄວາມດັນເລືອດໄດ້ ຖືເປັນການປ້ອງການການເກີດໂລກຫົວໃຈໄດ້ອີກທາງເລືອກໜຶ່ງ

9. ຕ້ານມະເຮັງ
ຜັກບົ້ງ ເປັນແຫຼ່ງທີ່ອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະຫຼາຍເຖິງ 13 ຊະນິດ ຈຶ່ງເຮັດໃຫ້ເປັນຜັກອີກຊະນິດໜຶ່ງທີ່ສາມາດຊ່ວຍປ້ອງກັນການເກີດໂລກມະເຮັງໄດ້ ໂດຍສະເພາະມະເຮັງສຳໄສ້ໃຫຍ່ ລວມທັງມະເຮັງຜິວໜັງ ແລະ ມະເຮັງເຕົ້ານົມ ເພາະສານຕ້ານອະນຸມູນອິດສະຫຼະຈະເຂົ້າໄປປ້ອງກັນບໍ່ໃຫ້ເຊວໃນຮ່າງກາຍຖືກທຳລາຍ

No comments

Powered by Blogger.