ເປັນຫຍັງຜີຈຶ່ງອຳ - ອິດສະຫຼະ

ເປັນຫຍັງຜີຈຶ່ງອຳ



ເຄີຍຮູ້ສຶກຄືກັບມີຜູ້ຍິງໃສ່ຊຸດສີຂາວມານັ່ງທັບ ເໜັງບໍ່ໄດ້ ບົດສູດມົນຄາຖາໃດທີ່ຄິດໄດ້ກໍ່ຕ້ອງຈົ່ມຕ້ອງທ່ອງອອກມາໃຫ້ໝົດແມ່ນບໍ່ ບາງຄົນສູດມົນກໍ່ເຮັດແລ້ວ ດ່າຜີກໍ່ເຮັດແລ້ວ ສຸດທ້າຍກໍ່ຍັງເໜັງບໍ່ໄດ້ ແຕ່ຮູ້ບໍ່ວ່າ ຜີອຳຄວາມຈິງແລ້ວມັນຄືອາກາດຜິດປົກກະຕິຂອງຮ່າງກາຍຢ່າງໜຶ່ງ
ຕ້ອງອະທິບາຍເຖິງໄລຍະເວລາການນອນຫຼັບຂອງຄົນໂດຍປົກກະຕິກ່ອນ ເຊິ່ງໄລຍະເວລາການນອນຫຼັບນັ້ນແບ່ງໄດ້ 2 ໄລຍະຄື:

1. REM sleep (Rapid Eye Movement Sleep) ເປັນໄລຍະການນອນທີ່ກິນເວລາຂອງການນອນປະມານ 20-25% ຂອງການນອນທັງໝົດ ມີການຫຼັບຕາແຮງເປັນໄລຍະໆ ການຫຼັບໃນໄລຍະນີ້ສະໝອງຈະເຮັດວຽກໜັກ ແລະ ຄວາມຝັນຈະເກີດໃນໄລຍະນີ້ ແລະ ການນອນໃນໄລຍະນີ້ຮ່າງກາຍຈະມີການເຄື່ອນໄຫວໜ້ອຍຫຼາຍ ຄືກັບອາການອຳມະພາດ (Paralysis) ເຊິ່ງອາດເປັນເພາະຮ່າງກາຍມີກົນໄກການປ້ອງກັນຕົວເອງຕໍ່ຄວາມຝັນໝາຍຄວາມວ່າເວລາທີ່ເຮົາຝັນເຖິງຄວາມຮຸນແຮງ ໄລ່ຕີໄລ່ຂ້າກັນ ແຂ່ງຂາຂອງເຮົາອາດໄປຟາດກັບຂອບຕຽງຂອບຕູ້ ຫຼື ສິ່ງຕ່າງໆທີ່ໃກ້ກັບບ່ອນທີ່ນອນ ຮ່າງກາຍຈຶ່ງປັບການເຄັ່ງຕົວຂອງກ້າມເນື້ອ ເພື່ອຫຼຸດຜ່ອນການບາດເຈັບຂະນະທີ່ກຳລັງຝັນຢ່າງເມົາມັນ

2. Non-REM Sleep (Non Rapid Eye Movement Sleep) ເປັນໄລຍະການນອນຫຼັບທີ່ເປັນການຫຼັບເລິກ ເປັນໄລຍະເວລາທີ່ຮ່າງກາຍຈະຢູ່ໃນຄວາມສະຫງົບ ລົມໝາຍໃຈສະໝ່ຳສະເໝີ ເຊິ່ງເປັນໄລຍະການນອນທີ່ຮ່າງກາຍໄດ້ພັກຜ່ອນຫຼາຍທີ່ສຸດ ເຊິ່ງແບ່ງລະດັບການນອນຫຼັບໄດ້ 4 ລະດັບ
ໂດຍຮອບໄລຍະຂອງການຫຼັບ (Sleep Cycle) ນັ້ນ ເມື່ອຮເຮົາເລີ່ມຫຼັບຈະເລີ່ມເຂົ້າສູ່ Non-REM sleep ໄລຍະທີ 1-4 ແລ້ວຖອຍກັບຈາກໄລຍະ 4,3,2,1 ແລ້ວຄ່ອຍເຂົ້າສູ່ຊ່ວງ REM sleep ແລ້ວຈຶ່ງເລີ່ມກັບມາເຂົ້າສູ່ໄລຍະ Non-REM sleep ໄລຍະທີ 1,2,3,4 ໃໝ່ ຈາກຈຸດເລີ່ມຕົ້ນຂອງ REM sleep ໄປສູ່ຈຸດເລີ່ມຕົ້ນຂອງ REM sleep ຮອບໃໝ່ ເຮົາຮຽກວ່າ ໜຶ່ງຮອບການນອນ (1 Sleep Cycle) ໂດຍໃນ 1 ຮອບຈະກິນເວລາປະມານ 80-90 ນາທີ ເຊິ່ງໃນໜຶ່ງຄືນຈຳນວນຮອບຂອງການນອນນີ້ຈະຢູ່ປະມານ 3-6 ຮອບ

ບາດນີ້ມາວ່າດ້ວຍເລື່ອງຜີອຳ (sleep paralysis) ເປັນອາກາດຜິດປົກກະຕິທາງການນອນລັບແບບໜຶ່ງ ທີ່ເກີດຂຶ້ນກ່ອນທີ່ຈະສິ້ນສຸດໄລຍະການນອນໃນຊ່ວງ REM Sleep ຄືຮ່າງກາຍເຮົາຕື່ນຂຶ້ນມາກ່ອນທີ່ຈະໝົດຊ່ວງ REM Sleep ເຊິ່ງຮ່າງກາຍພໍຈະຮູ້ສຶກຕົວແລ້ວ ແຕ່ຍັງເໜັງບໍ່ໄດ້ເນື່ອງຈາກຊ່ວງ REM Sleep ຈະເປັນຊ່ວງການນອນຫຼັບທີ່ຮ່າງກາຍປັບໃຫ້ມີການເຄື່ອນໄຫວໄດ້ໜ້ອຍຄ້າຍຄືກັບຄົນເປັນອຳມະພາດ ເພື່ອປ້ອງກັນການບາດເຈັບຂະນະທີ່ຝັນເຮົາຈຶ່ງມີອາກາດຄືກັບເຄິ່ງຫຼັບເຄິ່ງຕື່ນ ຄ້າຍກັບກຳລັງຝັນ ແຕ່ກໍ່ຄືກັບຕື່ນນອນແລ້ວ ພຽງແຕ່ຮູ້ສຶກບໍ່ສະບາຍຕົວ ແໜ້ນໜ້າເອິກຄືກັບມີໃຜຄົນໃດຄົນໜຶ່ງມານັ່ງທັບ, ເໜັງແຂນເໜັງຂາບໍ່ໄດ້ ລວມທັງສົ່ງສຽງຮ້ອນໃຜບໍ່ໄດ້ ເປັນແບບນີ້ບໍ່ດົນອາດກິນເວລາຕັ້ງແຕ່ວິນາທີໄປຈົນເຖິງນາທີ ບາງຄົນອາດມີອາການຫຼອນນຳ ທັງຫຼອນວ່າລອຍໄດ້ ຫຼື ມີໃຜຄົນໃດຄົນໜຶ່ງມາຢືນເບິ່ງໜ້າ ບາງຄັ້ງກໍ່ຫຼອນຈາກການໄດ້ຍິນສຽງຫົວຂວັນ ຫຼື ສຽງຄົນລົມກັນຂ້າງຫູ ເຊິ່ງອາກາດຫຼອນອາດສຳພັນກັບເຫດການໃນຊີວິດປະຈຳວັນທີ່ເຮົາພົບເຈີ ເປັນເຫດການ ຫຼື ສະຖານະການທີ່ເຮັດໃຫ້ເຮົາບໍ່ສະບາຍໃຈ ແລະ ເປັນຫ່ວງ

ສາເຫດທີ່ເຮົາຖືກຜີອຳຕະຫຼອດນັ້ນ ເນື່ອງຈາກການມີພຶດຕິກຳການນອນທີ່ບໍ່ດີ ມັກອົດຫຼັບອົດນອນ ຫຼື ນອນບໍ່ເປັນເວລາ ມີຄວາມຄຽດຄວາມກັງວົນ ຫຼື ເມື່ອຍສະສົມ ກັບຮັບປະທານອາຫານ ຫຼື ເຄື່ອງດື່ມີ່ປະສົມຄາເຟອີນກ່ອນນອນ ການດື່ມສິ່ງມຶນເມົາ ສູບຢາ ລວມເຖິງການເຮັດວຽກໜ້າຈໍຄອມພິວເຕີ້ ຫຼື ຫຼິ້ນໂທລະສັບກ່ອນນອນ ແຕ່ຖ້າຢາກໜີຜີ ຕ້ອງເຮັດກົງກັນຂ້າມທຸກຢ່າງທີ່ກ່າວມາ ແລະ ເຮັດເພີ່ມໃນເລື່ອງຂອງການເຂົ້ານອນກ່ອນທີ່ຈະຢາກນອນ ນອນໃນຫ້ອງນອນທີ່ໃຊ້ສຳລັບນອນ (ທີ່ມີເຄື່ອງບ່ອນນອນ) ປັບແສງໃຫ້ເໝາະສົມ ຫຼື ອາດນັ່ງສະມາທິເຝິກລົມຫາຍໃຈກ່ອນນອນເພື່ອຜ່ອນຄາຍ

ແຕ່ຖ້າປັບປ່ຽນພຶດຕິກຳການນອນແລ້ວຜີຍັງມາລົບກວນ ກໍ່ຄວນໄດ້ປຶກສາແພດໝໍ ເພາະການນອນຫຼັບທີ່ບໍ່ໄດ້ຄຸນນະພາບອາດສົ່ງຜົນຕໍ່ໂລກໄພໄຂ້ເຈັບອື່ນໆເຊັ່ນ: ໂລກຄວາມດັນເລືອດສູງ, ໂລກຫຼອດເລືອດສະໝອງ, ໂລກຊຶມເສົ້າ ໄປເຖິງຄວາມຈຳ ແລະ ສຸຂະພາບທາງຈິດ
ເຫັນບໍ່ວ່າ ຕໍ່ໃຫ້ມີໝໍຜີຂັ້ນເທບມາປາບຜີອຳຂະໜາດໃດ ກໍ່ຍັງປາບບໍ່ໄດ້ຖ້າບໍ່ຮູ້ຈັກເບິ່ງແຍງຮ່າງກາຍ ແລະ

No comments

Powered by Blogger.