ລັດເຊຍເຕືອນປະເທດຕາເວັນຕົກ ຢ່າຂັດຂວາງການກວາດລ້າງເຂດທີ່ໝັ້ນສຸດທ້າຍຂອງກຸ່ມກະບົດຊີຣີ - ອິດສະຫຼະ

ລັດເຊຍເຕືອນປະເທດຕາເວັນຕົກ ຢ່າຂັດຂວາງການກວາດລ້າງເຂດທີ່ໝັ້ນສຸດທ້າຍຂອງກຸ່ມກະບົດຊີຣີ



ສຳນັກຂ່າວຕ່າງປະເທດລາຍງານ 30 ສິງຫາ 2018 ວ່າ: ທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ກ່າວເມື່ອວັນພຸດ ທີ່ຜ່ານມາ ພາຍຫຼັງສຳເລັດການປຶກສາຫາລືກັບທ່ານ ອາເດວ ອັນ-ຈູເບອີ ລັດຖະມົນຕີກະຊວງການຕ່າງປະເທດອາຣັບບີ ຊາອູດິດ ວ່າລັດຖະບານລັດເຊຍຫວັງເປັນຢ່າງຍິ່ງວ່າຮຸ້ນສ່ວນຈາກຝັ່ງຕາເວັນຕົກ ຈະບໍ່ສະໜັບສະໜູນການເຄື່ອນໄຫວທີ່ເປັນການຄຸກຄາມ ແລະ ແຂງກະດ້າງຂອງກອງກຳລັງຝ່າຍຕໍ່ຕ້ານລັດຖະບານຊີຣີ ລະຫວ່າງທີ່ກອງທັບລັດເຊຍ ແລະ ພັນທະມິດປະຕິບັດພາລະກິດປາບປາມກຸ່ມກໍ່ການຮ້າຍ ໃນແຂວງອິດລິບ ທາງພາກຕາເວັນຕົກສຽງເໜືອຂອງຊີຣີ ເຊິ່ງລັດເຊຍຕ້ອງການໃຊ້ເວລາໃຫ້ໜ້ອຍທີ່ສຸດ.


ຂະນະດຽວກັນ, ທ່ານ ເຊີເກ ລາວາຣົບກ່າວວ່າ ລັດຖະບານລັດເຊຍ ແລະ ລັດຖະບານຕວັກກີ ໄດ້ບັນລຸຂໍ້ຕົກລົງຄວາມເຂົ້າໃຈຮ່ວມກັນໃນທາງການເມືອງ ຕໍ່ສະຖານະການສົງຄາມໃນຊີຣີ ເຖິງແມ່ນວ່າໃນພາບລວມຈະຍັງຄົງສະໜັບສະໜູນຄົນລະຝ່າຍກໍ່ຕາມ ພ້ອມທັງຢືນຢັນວ່າ ປະຕິບັດການທີ່ແຂວງອິດລິບ ຈະບໍ່ສົ່ງຜົນກະທົບຕໍ່ສະຖຽນລະພາບຂອງລັດເຊຍ ແລະ ຕວັກກີຕໍ່ການເປັນພັນທະມິດສະເພາະກິດໃນສົງຄາມກາງເມືອງຊີຣີ.


ໃນເວລາດຽວກັນ, ທ່ານ ອະນາໂຕລີ ອັນໂຕນັອບ ເອກອັກຄະລັດຖະທູດລັດເຊຍ ປະຈຳນະຄອນຫຼວງວໍຊິງຕັນກ່າວວ່າ ໄດ້ພົບປະຫາລືກັບເຈົ້າໜ້າທີ່ລະດັບສູງຂອງກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ເມື່ອຕົ້ນອາທິດນີ້ ແລະ ສະແດງຄວາມເປັນຫ່ວງຕໍ່ກະແສຂ່າວກອງທີ່ໄດ້ຮັບວ່າ ສະຫະລັດ ອາເມຣິກາ ກຳລັງກຽມການເຄື່ອນໄຫວທາງທະຫານໃນແຂວງອິດລິບ.

ເຊິ່ງການເຄື່ອນໄຫວຂອງເຈົ້າໜ້າທີ່ລະດັບສູງທາງການທູດລັດເຊຍທັງສອງທ່ານ ເກີດຂຶ້ນພາຍຫຼັງທີ່ທ່ານ ຈອນ ໂບຕັ້ນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ ອາເມຣິກາ ກ່າວເມື່ອບໍ່ພໍເທົ່າໃດວັນກ່ອນໜ້ານີ້ວ່າ ລັດຖະບານສະຫະລັດ ອາເມຣິກາ ພ້ອມຕອບໂຕ້ຢ່າງໜັກໜ່ວງ ຫາກກອງທັບຊີຣີ ທີ່ໄດ້ຮັບການສະໜັບສະໜູນຢ່າງລັດເຊຍໃຊ້ອາວຸດເຄມີ ໃນສະໜາມຮົບແຂວງອິດລິບ ເຊິ່ງເປັນເຂດທີ່ໝັ້ນຂະໜາດໃຫຍ່ແຫ່ງສຸດທ້າຍຂອງກອງກຳລັງຝ່າຍຕໍ່ຕ້ານລັດຖະບານຊີຣີ.

ຂະນະທີ່ອົງການສົນທິສັນຍາອາກລັງຕິກເໜືອ​ (NATO) ລາຍງານວ່າ ກອງທັບລັດເຊຍໄດ້ເສີມກຳລັງ ໃນບໍລິເວນທະເລເມດິເຕີເຣນຽນ ນອກຝັ່ງເບື້ອງຕາເວັນຕົກຂອງຊີຣີ ໂດຍມີການເພີ່ມເຮືອຮົບຢ່າງໜ້ອຍ 8 ລຳ ໃນຈຳນວນນີ້ 2 ລຳ ຕິດຕັ້ງລະບົບຕໍ່ຕ້ານຂີປະນາວຸດ ພ້ອມດ້ວຍເຮືອດຳນ້ຳຕິດຕັ້ງລະບົບຕໍ່ຕ້ານຂີປະນາວຸດອີກ 2 ລຳ, ສົ່ງຜົນໃຫ້ຂະນະນີ້ ມີເຮືອຮົບຂອງກອງທັບລັດເຊຍຢ່າງໜ້ອຍ 15 ລຳ ປະຈຳການຢູ່ໃນບໍລິເວນນີ້ ແຕ່ລັດຖະບານລັດເຊຍຍັງບໍ່ສະແດງທ່າທີຕໍ່ຂໍ້ມູນດັ່ງກ່າວຂອງ NATO.


No comments

Powered by Blogger.