ເກົາຫຼີເໜືອ ຮຽກຮ້ອງຜູ້ນຳຄົນໃໝ່ເກົາຫຼີໃຕ້ ໃຫ້ຢຸດຕິການຊ້ອມຮົບກັບສະຫະລັດ ເພື່ອຟື້ນຟູຄວາມສຳພັນ - ອິດສະຫຼະ

ເກົາຫຼີເໜືອ ຮຽກຮ້ອງຜູ້ນຳຄົນໃໝ່ເກົາຫຼີໃຕ້ ໃຫ້ຢຸດຕິການຊ້ອມຮົບກັບສະຫະລັດ ເພື່ອຟື້ນຟູຄວາມສຳພັນ



ເກົາຫຼີເໜືອຮຽກຮ້ອງລັດຖະບານເກົາຫຼີໃຕ້ຊຸດໃໝ່ ພາຍໃຕ້ການນຳຂອງທ່ານ ມູນ ແຈອິນ ໃຫ້ຢຸດຕິນະໂຍບາຍປະເຊີນໜ້າ ລວມທັງບໍ່ໃຫ້ມີການຊ້ອມຮົບຮ່ວມກັບສະຫະລັດອາເມຣິກາ ເພື່ອຟື້ນຟູຄວາມສຳພັນ.

Rodong Sinmun ໜັງສືພິມຂອງພັກແຮງງານເກົາຫຼີເໜືອໄດ້ຕີພິມຄຳຮຽກຮ້ອງງດັ່ງກ່າວ ພາຍຫຼັງທີ່ ທ່ານ ມູນ ແຈອິນ ເຂົ້າພິທີສາບານຕົນຮັບຕຳແໜງປະທານປະເທດຄົນໃໝ່ຂອງເກົາຫຼີໃຕ້ຢ່າງເປັນທາງການໃນມື້ວານນີ້ (10 ພຶດສະພາ) ໂດຍມີເນື້ອໃນລະບຸວ່າ: ເກົາຫຼີເໜືອ ແລະ ເກົາຫຼີໃຕ້ຄວນໃຫ້ຄວາມເຄົາລົບເຊິ່ງກັນ ແລະ ກັນ ແລະ ເດີນໜ້າພັດທະນາຄວາມສຳພັນໄປສູ່ການລວມຊາດເກົາຫຼີໃຫ້ເປັນໜຶ່ງດຽວ.


ເຊິ່ງເກົາຫຼີໃຕ້ຕ້ອງຢຸດຕິການຮ່ວມຊ້ອມຮົບປະຈຳປີກັບສະຫະລັດອາເມຣິກາ ທີ່ເກົາຫຼີເໜືອເຫັນວ່າ ເປັນການຊັກຊ້ອມເພື່ອຮຸນຮານເກົາຫຼີເໜືອ ລວມທັງຕ້ອງຫ້າມບໍ່ໃຫ້ນັກເຄື່ອນໄຫວມາເຮັດກິດຈະກຳຕໍ່ຕ້ານເກົາຫຼີເໜືອໃກ້ກັບບໍລິເວນຊາຍແດນອີກດ້ວຍ.

ນອກຈາກນີ້ ໜັງສືພິມສະບັບດັ່ງກ່າວຍັງລາຍງານອີກວ່າ ເກົາຫຼີເໜືອ ແລະ ເກົາຫຼີໃຕ້ຄວນຈະມີການເຈລະຈາທະວີພາຄີໃນທຸກລະດັບ ເພື່ອຫາທາງຫຼຸດຜ່ອນບັນຍາກາດຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ ໂດຍຂໍໃຫ້ເກົາຫຼີໃຕ້ມີມາດຕະການທີ່ຈະຊ່ວຍຫຼຸດຄວາມສ່ຽງທີ່ຈະເຮັດໃຫ້ເກີດຄວາມຂັດແຍ່ງໃກ້ຊາຍແດນ ແລະ ບໍລິເວນນ່ານນໍ້າຝັ່ງຕາເວັນຕົກໃນທະເລເຫຼືອງ.

No comments

Powered by Blogger.