ເຈົ້າເພັດຊະລາດ ຜູ້ທຳລາຍຄວາມເຊື່ອເລື່ອງຫໍ ແລະ ຜູ້ກອບກູ້ພາສາລາວ - ອິດສະຫຼະ

ເຈົ້າເພັດຊະລາດ ຜູ້ທຳລາຍຄວາມເຊື່ອເລື່ອງຫໍ ແລະ ຜູ້ກອບກູ້ພາສາລາວ



ພາບເມື່ອປີ 1957 ທີ່ມະຫາອຸປະຫຼາດ ເຈົ້າເພັດຊະລາດ ລັດຕະນະວົງສາ ອອກຢ້ຽມຢາມລາຊະດອນໃນແຂວງຫຼວງພະບາງຕາມບ້ານຕ່າງໆ ຖ້າຫາກເພິ່ນພົບເຫັນບ້ານໃດ ຫຼື ເຮືອນໃດມີຫໍຜີ ຫຼື ຫໍຫຍັງກໍ່ແລ້ວແຕ່ ເພິ່ນ ແລະ ຄະນະຜູ້ຕິດຕາມກໍ່ຈະມີການທຳລາຍ ພ້ອມທັງຈູດເຜົາຫໍນັ້ນບໍ່ໃຫ້ເຫຼືອ ເພື່ອລົບລ້າງຄວາມເຊື່ອຖືຜີສາງ ຫຼື ການເຊື່ອຖືແບບງົມງວາຍຂອງຄົນລາວ.


ເຊິ່ງເຈົ້າເພັດຊະລາດ ກໍ່ໄດ້ມີຄຸນນານັບປະການຕໍ່ຜື່ນແຜ່ນດິນລາວ ແລະ ກໍ່ເປັນນາຍົກຄົນທຳອິດແຫ່ງປະຫວັດສາດຂອງຊົນຊາດລາວ ພ້ອມກັນນັ້ນເພິ່ນຍັງເປັນມະຫາບູລຸດຜູ້ກອບກູ້ພາສາລາວຈາກຝຣັ່ງ ທີ່ຈະກຳນົດເອົາພາສາຝຣັ່ງເປັນພາສາທາງການຂອງລາວ ແຕ່ເນື່ອງຈາກຄວາມປີຊາສາມາດຂອງເພິ່ນໃນການຄັດຄ້ານຈຶ່ງເຮັດໃຫ້ຫຼຸດພົ້ນ ແລະ ມີການນຳໃຊ້ພາສາລາວດັ່ງເດີມເປັນຕົ້ນມາ ຖ້າບໍ່ດັ່ງນັ້ນ, ພາສາລາວໃນປັດຈຸບັນກໍ່ຈະມີລັກສະນະຄືກັບພາສາຫວຽດນາມ ດ້ວຍເຫດນີ້ ລັດຖະບານແຫ່ງ ສປປ.ລາວ ໃນປັດຈຸບັນ ຈຶ່ງໄດ້ກຳນົດຊື່ຮູບແບບຕົວອັກສອນຢ່າງເປັນທາງການທີ່ນຳໃຊ້ໃນລະບົບອີເລັກໂຕນິກວ່າ: ເພັດຊະລາດ (Font Phetsarath).



No comments

Powered by Blogger.