ນາຍົກລັດຖະມົນຕີ ເນັ້ນຢໍ້າໃຫ້ທັບມ້າງຫຼາຍຂັ້ນຕອນທີ່ເປັນອຸປະສັກ ຕໍ່ການລົງທຶນໃນລາວ - ອິດສະຫຼະ

ນາຍົກລັດຖະມົນຕີ ເນັ້ນຢໍ້າໃຫ້ທັບມ້າງຫຼາຍຂັ້ນຕອນທີ່ເປັນອຸປະສັກ ຕໍ່ການລົງທຶນໃນລາວ


ພາບປະກອບ

ສຳນັກຂ່າວສານປະເທດລາວລາຍງານວ່າ: ໃນວັນທີ 28 ມີນາ 2017 ທີ່ ນະຄອນຫລວງວຽງຈັນ, ກອງປະຊຸມທຸລະກິດລາວທົ່ວປະເທດ ຄັ້ງທີ 10 ໄຂຂຶ້ນຢ່າງເປັນທາງການໂດຍເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ເຊິ່ງ ທ່ານກໍໄດ້ເນັ້ນຢໍ້າໃຫ້ບັນດາກະຊວງອຸດສາຫະກໍາ ແລະ ການຄ້າ, ການແຜນການ ແລະ ການລົງທຶນ, ສະພາການຄ້າ ແລະ ຜູ້ປະກອບການທຸກພາກສ່ວນຫັນປ່ຽນວິທີເຮັດວຽກແບບໃໝ່, ທັນສະໄໝ, ໂປ່ງໃສ, ຍຸຕິທໍາ ແລະ ສາມາດກວດສອບໄດ້ຊັດເຈນ ໃນນັ້ນສິ່ງທໍາອິດຕ້ອງຫລຸດຜ່ອນຂັ້ນຕອນການແລ່ນເອກະສານ, ການຂໍອະນຸມັດການລົງທຶນ ແລະ ການດໍາເນີນທຸລະກິດອື່ນໆໃຫ້ວ່ອງໄວກະທັດຫັນເພື່ອສ້າງຄວາມເຊື່ອໝັ້ນ, ສ້າງຄວາມປະທັບໃຈ, ສ້າງສິ່ງດຶງດູດການລົງທຶນ ແລະ ທັບມ້າງສິ່ງກີດຂວາງໃຫ້ລຸໃຫ້ລ່ວງ.

ກອງປະຊຸມທຸລະກິດລາວທົ່ວປະເທດ ຄັ້ງທີ 10 ມີຜູ້ເຂົ້າຮ່ວມທັງໝົດ 300 ທ່ານ ເຊິ່ງໄດ້ມີການປຶກສາຫາລືຄວາມຄືບໜ້າໃນການແກ້ໄຂບັນຫາທີ່ພາກເອກະຊົນກໍາລັງປະເຊີນໜ້າໃນການດໍາເນີນທຸລະກິດ ແລະ ສະເໜີບັນດາແຜນງານຂອງລັດຖະບານໃນການປັບປຸງສິ່ງແວດລ້ອມທາງດ້ານທຸລະກິດຂອງ ສປປ ລາວໃຫ້ດີຂຶ້ນກວ່າເກົ່າ ນອກຈາກນັ້ນກໍຕັ້ງເປົ້າໝາຍໄວ້ວ່າທຸກຫົວໜ່ວຍທຸລະກິດຈະກາຍເປັນແຫລ່ງສ້າງວຽກເຮັດງານທໍາຕົ້ນຕໍໃຫ້ແກ່ໄວໜຸ່ມເຂົ້າສູ່ຕະຫລາດແຮງງານແຕ່ລະປີໂດຍມີຕົວເລກຄາດໝາຍສູ້ຊົນ 90.000 ຄົນຕໍ່ປີໃນໄລຍະ 10 ປີຕໍ່ໜ້າ.

No comments

Powered by Blogger.