ການປະຕິເສດສົ່ງຕົວຜູ້ຮ້າຍຂ້າມແດນຂອງ ສປປ.ລາວ - ອິດສະຫຼະ

ການປະຕິເສດສົ່ງຕົວຜູ້ຮ້າຍຂ້າມແດນຂອງ ສປປ.ລາວ



ຜູ້ຮ້າຍຂ້າມແດນແມ່ນ ບຸກຄົນທີ່ຖືກກ່າວຫາ ຫຼື ໄດ້ຖືກສານຕັດສິນວ່າເປັນຜູ້ກະທຳຜິດທາງອາຍາຢູ່ລັດຕ່າງປະເທດແຕ່ໄດ້ເອົາຕົວຫຼົບໜີມາຢູ່ດິນແດນຂອງ ສປປ.ລາວ ຫຼື ຖືກກ່າວຫາ ຫຼື ຖືກສານຕັດສິນຢູ່ ສປປ.ລາວ ແຕ່ໄດ້ເອົາຕົວຫຼົບໜີໄປຢູ່ດິນແດນຂອງລັດຕ່າງປະເທດ.

ການສົ່ງຜູ້ຮ້າຍຂ້າມແດນແມ່ນ ການສົ່ງມອບຜູ້ຖືກຫາ ຫຼື ຜູ້ກະທຳຜິດທີ່ຕ້ອງການຕົວໂດຍລັດທີ່ຖືກຮ້ອງຂໍ ໃຫ້ແກ່ລັດທີ່ຮ້ອງຂໍ ເພື່ອນຳໄປດຳເນີນຄະດີອາຍຸ ຫຼື ປະຕິບັດໂທດຢູ່ໃນລັດທີ່ຮ້ອງຂໍ.

ເຊິ່ງອີງຕາມກົດໝາຍວ່າດ້ວຍ ການສົ່ງຜູ້ຮ້າຍຂ້າມແດນ ເລກທີ 18/ສພຊ, ລົງວັນທີ 11 ກໍລະກົດ 2012 ສປປ.ລາວ ຂອງພວກເຮົາຈະປະຕິເສດຄຳຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນໃນກໍລະນີ້ດັ່ງນີ້:
1. ການກະທຳຜິດທາງດ້ານການເມືອງເປັນຕົ້ນ ການຕໍ່ສູ້ເພື່ອອິດສະຫຼະພາບ, ສັນຕິພາບ ແລະ ຄຳເຫັນດ້ານການເມືອງ;
2. ການກະທຳຜິດທາງທະຫານຂອງລັດທີ່ຮ້ອງຂໍເປັນຕົ້ນແມ່ນ ການຫຼົບໜີຈາກການເປັນທະຫານພັນທະ, ການບໍ່ປະຕິບັດຄຳສັ່ງຂອງຜູ້ບັງຄັບບັນຊາ;
3. ການດຳເນີນຄະດີ ຫຼື ປະຕິບັດໂທດກ່ຽວກັບການກະທຳຜິດທີ່ຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນເປັນໂມຄະຕາມກົດໝາຍຂອງລັດທີ່ຮ້ອງຂໍ ແລະ ຕາມກົດໝາຍຂອງ ສປປ.ລາວ;
4. ສານຂອງ ສປປ.ລາວ ໄດ້ຕັດສິນ ຫຼື ໄດ້ພິພາກສາຢ່າງເດັດຂາດແລ້ວກ່ຽວກັບບຸກຄົນທີ່ຕ້ອງການຕົວ ໃນສະຖານການກະທຳຜິດດຽວກັນ ກ່ອນການຮ້ອງຂໍໃຫ້ສົ່ງຜູ້ກ່ຽວຂ້າມແດນ;
5. ການຕັດສິນຂອງສານຂອງລັດທີ່ຮ້ອງຂໍນັ້ນໄດ້ດຳເນີນໂດຍລັບຫຼັງ ເວັ້ນເສຍແຕ່ລັດທີ່ຮ້ອງຂໍໄດ້ຮັບປະກັນວ່າ ບຸກຄົນທີ່ຕ້ອງການຕົວນັ້ນ ຈະມີໂອກາດໄດ້ຕໍ່ສູ້ຄະດີຢ່າງເປັນທຳ ແລະ ຈະໄດ້ຖືກພິຈາລະນາຄະດີຄືນໃໝ່ໂດຍການເຂົ້າຮ່ວມຂອງຜູ້ກ່ຽວ.

No comments

Powered by Blogger.