ນາຍົກລັດຖະມົນຕີ ພົບປະກອງປະຊຸມທຸລະກິດລາວ ຄັ້ງທີ X - ອິດສະຫຼະ

ນາຍົກລັດຖະມົນຕີ ພົບປະກອງປະຊຸມທຸລະກິດລາວ ຄັ້ງທີ X



ໃນຕອນເຊົ້າວັນທີ 28 ມີນາ 2017 ຢູ່ທີ່ໂຮງແຮມ ດອນຈັນພາເລດ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມທຸລະກິດລາວ ຄັ້ງທີ X ໂດຍການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ-ຮອງຫົວໜ້າກົມ ຈາກຂະແໜງການທີ່ກ່ຽວຂ້ອງ ພ້ອມດ້ວຍຜູ້ຕາງໜ້າຈາກພາກທຸລະກິດ ແລະ ບັນດາອົງການຈັດຕັ້ງສາກົນ ເຂົ້າຮ່ວມຈຳນວນ 300 ກວ່າທ່ານ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອພ້ອມກັນ ປຶກສາຫາລືຄວາມຄືບໜ້າ ແລະ ແລກປ່ຽນຄວາມຄິດເຫັນ ການແກ້ໄຂບັນດາບັນຫາ ທີ່ພາກທຸລະກິດກຳລັງປະເຊີນ ພ້ອມທັງນຳສະເໜີບັນດາ ແຜນງານ ປັບປຸງສະພາບແວດລ້ອມ ທາງດ້ານທຸລະກິດ ຂອງລັດຖະບານ ແຫ່ງ ສປປ ລາວ ໃຫ້ດີຂຶ້ນກວ່າເກົ່າ ໂດຍມີ 4 ກຸ່ມບັນຫາ ທີ່ຍົກຂຶ້ນມານໍາສະເໜີ ຄື:
1. ບັນຫາທີ່ຕິດພັນດ້ານອາກອນ ໂດຍສະເພາະແມ່ນ ອາກອນມູນຄ່າເພີ່ມ ສຳລັບການໃຫ້ບໍລິການ ດ້ານອິນເຕີເນັດ;
2. ບັນຫາດ້ານຄ່າການຂົນສົ່ງ, ມູນຄ່ານຳເຂົ້າ ແລະ ສົ່ງອອກສິນຄ້າ;
3. ບັນຫາທີ່ຕິດພັນກັບ ການຈົດທະບຽນ ວິສາຫະກິດ ແລະ ຂໍໃບອະນຸຍາດ ດຳເນີນທຸລະກິດ;
4. ບັນຫາທີ່ຕິດພັນກັບ ການເຂົ້າເຖິງແຫຼ່ງທຶນ ສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ການເຂົ້າຫາຂໍ້ມູນຕະຫຼາດແຮງງານ.

ເຊິ່ງທຸກ ບັນຫາທີ່ນໍາສະເໜີທັງໝົດນັ້ນບັນດາ ຜູ້ຕາງໜ້າ ຈາກຂະແໜງການທີ່ກ່ຽວຂ້ອງ ຂອງພາກລັດ ໄດ້ພ້ອມກັນ ໃຫ້ຄວາມກະຈ່າງແຈ້ງ ແລະ ມີຄຳຕອບຢ່າງສ້າງສັນ ເຊິ່ງສ້າງຄວາມເພິ່ງພໍໃຈ ແກ່ຜູ້ເຂົ້າຮ່ວມ ເປັນຢ່າງດີ.


ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ຕໍ່ຜູ້ເຂົ້າຮ່ວມກອງປະຊຸມ ພ້ອມທັງກ່າວສະຫຼຸບ ແລະ ນໍາສະເໜີບາງບັນຫາເພີ່ມເຕີມ. ທັງໃຫ້ຄຳໝັ້ນໝາຍວ່າ ພາກລັດ ຍັງຈະ ໄດ້ອອກຂໍ້ ຕົກລົງຫຼາຍສະບັບ ເພື່ອຮອງຮັບການແກ້ໄຂ ບັນດາບັນຫາສະເພາະ ແລະ ໃຫ້ຄວາມໝັ້ນໃຈວ່າ ລັດຖະບານ ຈະນຳເອົາທຸກໆບັນຫາ ທີ່ຖືກຍົກຂຶ້ນໃນກອງປະຊຸມນີ້ ໄປຄົ້ນຄວ້າພິຈາລະນາ ແລະ ແກ້ໄຂ ດ້ວຍວິທີການ ທີ່ເໝາະສົມ ແລະ ຍຸຕິທຳ ທັງກ່າວຢໍ້າເຖິງຄວາມສຳຄັນ ແລະ ຈຳເປັນໃນການສືບຕໍ່ ຈັດກອງປະຊຸມພົບປະ ແລະ ປຶກສາຫາລືວຽກງານ ການດຳເນີນທຸລະກິດ ໃນຄັ້ງຕໍ່ໄປ.

No comments

Powered by Blogger.