ປະທານທະນາຄານລົງທຶນໂຄງລ່າງພື້ນຖານອາຊີ ເຂົ້າພົບທ່ານນາຍົກລັດຖະມົນຕີ - ອິດສະຫຼະ

ປະທານທະນາຄານລົງທຶນໂຄງລ່າງພື້ນຖານອາຊີ ເຂົ້າພົບທ່ານນາຍົກລັດຖະມົນຕີ



ໃນວັນທີ 29 ມີນາ 2017 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ Liqun JIN ປະທານທະນາຄານລົງທຶນໂຄງລ່າງພື້ນຖານອາຊີ (AIIB) ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ລະຫວ່າງວັນທີ 29-31 ມີນາ 2017.

ການພົບປະຂອງທ່ານນາຍົກລັດຖະມົນຕີ ກັບ ທ່ານ Liqun JIN ໃນຄັ້ງນີ້ ໄດ້ພ້ອມກັນປຶກສາຫາລືບັນດານະໂຍບາຍ, ການບໍລິຫານ ແລະ ການສະໜັບສະໜູນ ການພັດທະນາ ດ້ານພື້ນຖານໂຄງລ່າງ. ເຊິ່ງທະນາຄານລົງທຶນໂຄງລ່າງພື້ນຖານອາຊີ (AIIB) ມີຖານະທຽບເທົ່າກັບສະຖາບັນການເງິນອື່ນ ເປັນຕົ້ນ ສະຖາບັນກອງທຶນສາກົນ (IMF), ທະນາຄານໂລກ (WB), ທະນາຄານພັດທະນາອາຊີ (ADB).

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ການເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ພ້ອມທັງ ຕີລາຄາສູງຕໍ່ການ ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະທີ່ຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າທະນາຄານລົງທຶນໂຄງລ່າງພື້ນຖານອາຊີ (AIIB) ຈະສືບຕໍ່ໃຫ້ການສະໜັບສະໜູນ ວຽກງານດ້ານຕ່າງໆ ທີ່ມີເງື່ອນໄຂແກ່ ສປປ ລາວ ຕື່ມອີກ.

No comments

Powered by Blogger.