ອ້າຍຜູ້ນຳເກົາຫຼີເໜືອ ຖືກລອບຂ້າດ້ວຍການສີດຢາພິດ - ອິດສະຫຼະ

ອ້າຍຜູ້ນຳເກົາຫຼີເໜືອ ຖືກລອບຂ້າດ້ວຍການສີດຢາພິດ



ສຳນັກຂ່າວຕ່າງປະເທດລາຍງານ 14 ກຸມພາ 2017: ແຫຼ່ງຂ່າວລັດຖະບານເກົາຫຼີໃຕ້ເປີດເຜີຍວ່າ ທ່ານ ຄິມ ຈອງ-ນຳ ອາຍຸ 45 ປີ ອ້າຍຄົນລະແມ່ຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ຖືກສອບຂ້າໃນປະເທດມາເລເຊຍ.

ສະຖານີໂທລະພາຍໂຊຊຸນລາຍງານວ່າ: ທ່ານ ຄິມ ຖືກຄົນຮ້າຍເປັນຜູ້ຍິງ 2 ຄົນທີ່ເຊື່ອວ່າເປັນສາຍລັບເກົາຫຼີເໜືອ ເປັນຜູ້ລົງມື້ໃຊ້ເຂັມສີດຢາພິດໃສ່ທ່ານ ຄິມ ຢູ່ສະໜາມບິນກົວລາລຳເປີ ປະເທດມາເລເຊຍ ແລ້ວກໍ່ຫຼົບໜີໄປໄດ້.

ທ່ານ ຄິມ ຈອງ-ນຳ ແລະ ທ່ານ ຄິມ ຈອງ-ອຶນ ເປັນລູກຊາຍຂອງທ່ານ ຄິມ ຈອງ-ອິວ ອະດີດຜູ້ນຳເກົາຫຼີເໜືອ ທີ່ເຖິງແກ່ກຳເມື່ອປີ 2011 ແຕ່ທ່ານ ຄິມ ຈອງ-ນຳ ນັ້ນມັກໃຊ້ຊີວິດຢູ່ໃນຕ່າງປະເທດ ແລະ ເຄີຍອອກມາກ່າວວິພາກວິຈານລະບອບການປົກຄອງຂອງເກົາຫຼີເໜືອໂດຍສະເພາະຕະກູນຄິມຂອງຕົວເອງ ເຊິ່ງປົກຄອງປະເທດເກົາຫຼີເໜືອມາຍາວນານ ນອກຈາກນັ້ນແລ້ວ ລາວຍັງສະໜິດສະໜົມກັບທ່ານ ຈາງ ຊອງ-ແຕັກ ລຸງຂອງລາວ ທີ່ເຄີຍເປັນບຸກຄົນທີ່ມີອິດທິພົນຫຼາຍເລກ 2 ຂອງເກົາຫຼີເໜືອ ຈົນກະທັ້ງຖືກປະຫານໂດຍ ທ່ານ ຄິມ ຈອງ-ອຶນ ຜູ້ເປັນຫຼາຍເມື່ອປີ 2013 ນອກນີ້ທ່ານ ຄິມ ຈອງ-ນຳ ຍັງເຄີຍເວົ້າວ່າ ບໍ່ສົນໃຈທີ່ປົກຄອງປະເທດເກົາຫຼີເໜືອ.

No comments

Powered by Blogger.